ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປຊ ໄດ້ຮັບ ແຈ້ງການ ຂໍຖອນໂຕ ຂອງ ສຫລ ຈາກຂໍ້ຕົກລົງ ປາຣີ


ຫໍຄອຍແອຟແຟລ ທີ່ໄຕ້ໄຟ ເປັນສີຂຽວ ເພື່ອສະຫຼອງ ຂໍ້ຕົກລົງ ປາຣີ ເລີ້ມມີຜົນບັງຄັບໃຊ້.
ຫໍຄອຍແອຟແຟລ ທີ່ໄຕ້ໄຟ ເປັນສີຂຽວ ເພື່ອສະຫຼອງ ຂໍ້ຕົກລົງ ປາຣີ ເລີ້ມມີຜົນບັງຄັບໃຊ້.

ອົງການ​ສະຫະ​ປະຊາ​ຊາດ ​ໃຫ້ການ​ຢືນຢັນ​ວ່າ ຕົນ​ໄດ້​ຮັບ​ແຈ້ງ​ການ ຈາກ​ລັດຖະບານ​ສະຫະລັດ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຖອນໂຕ​ ອອກ​ຈາກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ປາຣີ “ນອກຈາກ​ວ່າ​ຕົນ​ໄດ້​ພົບ​ເຫັນ​ເງື່ອນ​ໄຂ ທີ່​ເໝາະ​ສົມ ​ເພື່ອ​ທຳ​ການ​ພົວພັນ​ແບບ​ໃໝ່.”

ທ່ານ​ Stephane Dujarric ​ໂຄສົກ​ຂອງ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Antonio Guterres ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ທ່ານ​ເລຂາທິການ​ໃຫຍ່ “ຍິນ​ດີີ​ທີ່​ຈະ​ຮັບ​ເອົາ ການ​ພົວພັນ​ແບບ​ໃໝ່​ໃດໆ​ກໍ​ຕາມ ​ໃນ​ຂໍ້​ຕົກລົງ​ປາຣີຂອງສະຫະລັດ.”

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຕົນ​ຈະ​ສືບ​ຕໍ່​ເຂົ້າຮ່ວມ​ໃນ​ການ​ເຈລະຈາ​ ກ່ຽວ​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃນ​ລະຫວ່າງ​ຂັ້ນຕອນ​ຂອງ​ການ​ຖອນ​ໂຕ ຊຶ່ງ​ຄາດ​ວ່າ​ຈະ​ໃຊ້​ເວລາ​ຢ່າງ​ໜ້ອຍ 3 ປີ.”

ກະຊວງ​ການ​ຕ່າງປະ​ເທດ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ການ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ຂອງ​ສະຫະລັດ ຈະ “ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ ​ແລະ​ຄ້ຳປະກັນ​ທາງ​ເລືອກ​ ກ່ຽວ​ກັບ​ການ​ດຳ​ເນີນ​ນະ​ໂຍບາຍ​ໃນ​ອະນາ​ຄົດ​ ທີ່​ຍັງ​ເປີດ​ກວ້າງ​ໃຫ້​ແກ່ລັດຖະບານ​ສະຫະລັດ​ຢູ່.”

ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ “ສະຫະລັດ​ໃຫ້ການ​ສະໜັບສະໜຸນ ຕໍ່​ການ​ຮັບ​ມືແບບ​ກ້ຳ​ເກິ່ງ ກັບ​ນະ​ໂຍບາຍ​ດິນ​ຟ້າ​ອາກາດ ທີ່​ນຳ​ໄປ​ສູ່​ການຫຼຸດຜ່ອນ​ໃນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ ​ໃນ​ຂະນະ​ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕແລະ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ໃນ​ດ້ານ​ພະລັງ ງານ.”

ກະຊວງ​ການ​ຕ່າງປະ​ເທດ​ຍັງ​ກ່າວ​ວ່າ ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ແມ່ນຍັງ “​ເປີດ​ກວ້າງທີ່​ຈະ​ເຂົ້າ​ພົວພັນ​ຄືນ​ໃໝ່​ ​ໃນ​ຂໍ້​ຕົກລົງ​ປາຣີ ຖ້າ​ສະຫະລັດ​ຫາກ​ພົບ​ເຫັນ​ເງື່ອນ​ໄຂ​ທີ່​ດີ​ຂຶ້ນກວ່າ​ນີ້ ສຳລັບ​ທຸລະ​ກິດ ຄົນ​ງານ ປະຊາຊົນ ​ແລະ​ຜູ້​ຈ່າຍ​ພາສີ​ຂອງ​ຕົນ.”

ລັດຖະບານ​ທ່ານ​ທຣຳ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ຕັດສິນ​ໃຈ ທີ່​ຈະ​ຖອນໂຕ​ອອກ​ຈາກ​ຂໍ້​ຕົກລົງ​ປາຣີ ​ໃນ​ເ​ດືອນມິຖຸນາ​ຜ່ານ​ມາ ​ໂດຍ​ເວົ້າວ່າ ຂໍ້​ຕົກລົງ​ດັ່ງກ່່າວ ​ແມ່ນ “ບໍ່​ມີ​ຄວາມ​ເປັນ​ທຳ​ທີ່​ສຸດ​ຕໍ່​ປະຊາຊົນອາ​ເມຣິກັນ.” ທ່ານ​ຖົກ​ຖຽງ​ວ່າ ຂໍ້​ຕົກລົງ​ນີ້ອາດ​ຈະ​ມີ​ລາຄາ​ສູງ​ເຖິງ 1 ພັນຕື້​ໂດ​ລາ ພ້ອມ​ກັບ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທຸລະ​ກິດ ​ແລະ​ວຽກ​ເຮັດ​ງານ​ທຳ ​ໃນ​ພາກສ່ວນ​ພະລັງ​ງານ​ແລະ​ການ​ຜະລິດຂອງ​ຊາວ​ອາ​ເມຣິກັນ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG