ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ສຫລ ໂຈມຕີ ຜູ້ນຳຂັ້ນສູງ ຂອງກຸ່ມ al-Qaida ໃນອັຟການິສຖານ


ແຜນທີ່ເຂດແດນ ແຂວງ Kunar ຂອງປະເທດ ອັຟການິສຖານ
ແຜນທີ່ເຂດແດນ ແຂວງ Kunar ຂອງປະເທດ ອັຟການິສຖານ

ທຳນຽບຫ້າແຈ ກ່າວວ່າ ເຮືອບິນບໍ່​ມີຄົນ​ຂັບ​ຫຼື​ໂດຣນ ສະຫະລັດ ລຳໜຶ່ງ ປະຕິບັດການ ໂຈມຕີ ໃນສັບປະດານີ້ ທີ່ໄດ້ແນເປົ້າໝາຍໃສ່ຜູ້ນຳລະດັບສູງຂອງກຸ່ມ al-Qaida ໃນອັຟການິສຖານ ແລະ ຜູ້ຮອງຂອງຜູ້ກ່ຽວ.

ເຈົ້າໜ້າທີ່ສະຫະລັດ ທ່ານໜຶ່ງ ເອີ້ນປະຕິບັດການໂຈມຕີຕໍ່ຕ້ານ ທ້າວ Faruq al-Qatani ແລະ ທ້າວ Bilal al-Utabi ຂອງກຸ່ມ al-Qaida ຢູ່ອັຟການິສຖາ ໃນວັນອາທິດຜ່ານມາ ເປັນເລື່ອງທີ່ສຳຄັນທີ່ສຸດ ໃນສອງສາມປີຜ່ານມາ.

ເຈົ້າໜ້າທີ່ທ່ານນີ້ ໄດ້ລາຍງານເຖິງເຫດການຈາກພາກພື້ນ ໂດຍອະທິບາຍວ່າ ທັງສອງ ຄົນ ຖືກເປັນ “ເປົ້າໝາຍ” ແຕ່ວ່າຜົນຂອງ​ການ​ໂຈມ​ຕີ ແມ່ນຍັງຖືກປະເມີນຢູ່ ແລະ ການເສຍຊີວິດຂອງພວກເຂົາເຈົ້າ ແມ່ນຍັງບໍ່ສາມາດຢັ້ງຢືນໄດ້ເທື່ອ.

ທ້າວ al-Qatani ໄດ້ຫລົບລີ້ຢູ່ໃນແຂວງ Kunar ແລະ ເຈົ້າໜ້າທີ່ດັ່ງກ່າວ ໄດ້ກ່າວຕື່ມ
ວ່າ ສະຫະລັດ ໄດ້ຊອກຫາຜູ້ກ່ຽວ ເປັນເວລາ 4 ປີແລ້ວ.

ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ບັນດາຜູ້ນຳຂອງກຸ່ມ al-Qaida ໄດ້ອອກຄຳສັ່ງໃຫ້ ທ້າວ al-Qatani ຈັດຕັ້ງບ່ອນຫລົບລີ້ຂຶ້ນ​ໃໝ່ ຢູ່ໃນ ອັຟການິສຖານ.

ທ່ານ Cook ໄດ້ກ່າວວ່າ ທ້າວ al-Qatani ເປັນຜູ້ວາງແຜນການຂັ້ນອາວຸໂສ ສຳລັບ ການໂຈມຕີຕໍ່ຕ້ານສະຫະລັດ ແລະ ໄດ້ມີປະຫວັດອັນຍາວນານ ໃນການໂຈມຕີຕໍ່ ເປົ້າໝາຍກຳລັງ ສະຫະລັດ ແລະ ບັນດາພັນທະມິດຂອງສະຫະລັດ ນຳດ້ວຍ.

ທ່ານ Cook ໄດ້ກ່າວອີກວ່າ ຖ້າຫາກ ທ້າວ al-Qatani ແລະ ທ້າວ​ al-Utabi ເສຍ
ຊີວິດ ມັນກໍຈະເປັນ “ຄວາມເສຍຫາຍທີ່ສຳຄັນ” ຕໍ່ກຸ່ມ al-Qaida ແລະ ຄວາມພະຍາ ຍາມຂອງພວກເຂົາ ທີ່ຈະວາງແຜນ ຕໍ່ຕ້ານສະຫະລັດ ແລະ ພາຄີຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG