ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຈ່າຍ ຄ່າເສຍຫາຍ ໃຫ້ແກ່ຜູ້ເຄາະຮ້າຍ ຈາກການໂຈມຕີ ທາງອາກາດ ທີ່ຖືກໂຮງໝໍ


US Afghanistan
please wait
Embed

No media source currently available

0:00 0:00:55 0:00

ເຊີນຊົມວີດີໂອ ລາຍງານນີ້

ສະຫະລັດ ຈະ​ສະ​ເໜີ “​ຈ່າຍ​ເງິນ​ຄ່າ​ປົວ​ແປງ” ​ ໃຫ້​ແກ່​ພວກ​ທີ່​
ຖືກ​ຂ້າ​ຕາຍ ຫຼື ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດທີ່ຜິດພາດ
​ຖືກ​ໂຮງໝໍ​ຂອງອົງການ​ແພດ​ບໍ່​ມີ​ພົມ​ແດນ ຢູ່​ໃນ​ເມືອງ Kunduz
ປະ​ເທດ​ອັຟກາ​ນິສຖານ ​ເມື່ອ​ວັນ​ທີ 3 ຕຸລາ​ຜ່ານ​ມາ.

​ໂຄສົກ ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Peter Cook ກ່າວ​
ໃນ​ວັນ​ເສົາ​ວານ​ນີ້ ວ່າ ຈຳ​ນວນ​ເງິນ​ຄ່າ​ຈ່າຍ ​ແມ່ນ​ຍັງ​ບໍ່​ໄດ້​ກຳ
ນົດ​ເທື່ອ. ການຊຳລະ​ເງິນ​ດັ່ງກ່າວ ຈະ​ໃຫ້ “ພົນລະ​ເຮືອນ​
ພວກທີ່​ບໍ່​ໄດ້​ຕໍ່ສູ້ ຜູ້ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະບັນດາ​ຄອບ​
ຄົວ​ຂອງ​ພົນລະເຮືອນ​ດັ່ງກ່າວ ຜູ້​ທີ່​ຖືກ​ຂ້າ​ຕາຍ ອັນ​ເປັນ​
ຜົນ​ຈາກການ​ປະຕິບັດ​ການ ຂອງ​ສະຫະລັດນັ້ນ.”

ກຸ່ມ​ອົງການ​ແພດ​ບໍ່​ມີ​ພົມ​ແດນ ທີ່​ຮູ້ຈັກ​ກັນຈາກ​ຄຳ​ຫຍໍ້​ພາສາ​ຝຣັ່ງຄື MSF ນັ້ນ ​ໄດ້​ກ່າວ
​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ນັ້ນໄດ້​ສັງຫານ ຄົນ​ປ່ວຍ 10 ຄົນ ​ແລະບັນດາ​ພະນັກງານ​
ຂອງ MSF 10 ຄົນ. ອົງການ​ກຸ​ສົນ​ດັ່ງກ່າວ ​ໄດ້ເວົ້າ​ໃນ​ວັນ​ພະຫັດ​ຜ່ານ​ມາ ວ່າ 33 ຄົນ ​
ແມ່ນ​ຍັງ​ຫາຍ​ສາບ​ສູນ​ຢູ່ ລວມທັງ ຄົນ​ປ່ວຍ 9 ຄົນ ​ແລະ ພະນັກງານ​ຂອງ​ອົງການຂອງ​ຕົນ
24 ຄົນ.

ອົງການ MSF ​ໄດ້​ສິ້ນ​ສຸດ​ພາລະກິ​ດຂອງ​ຕົນ ຢູ່​ໃນ​ເມືອງ Kunduz ຫຼັງຈາກ​ການ​ຖິ້ມ​ລະ​ເບີດ
​ແລະໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນການ​ໂຈມ​ຕີ ​ທີ່​ເປັນ​ອິດ​ສະຫລະ ພາຍ​ໃຕ້
ກົດລະບຽບ ຂອງສົນທິສັນຍາເຈນີວາ. ກຸ່ມ​ນັ້ນກ່າວອີກວ່າ ການສືບສວນ​ທີ່​ໄດ້​ດຳ​ເນີນ​ໄປ​
ແລ້ວ​ໂດຍ ສະຫະລັດ ອັຟກາ​ນິສຖານ ​ແລະ ອົງການ NATO ​ແມ່ນ​ບໍ່​ພຽງພໍ ​ແລະ​ໄດ້​ສະ​
ເໜີ​ແນະ​ວ່າ ການ​ໂຈມ​ຕີນັ້ນ ຊ່ຳກັບ​ວ່າ​ເປັນ​ອາຊະ​ຍາກຳ​ສົງຄາມ.

ກົດລະບຽບ ຂອງສົນທິສັນຍາເຈນີວາ ​ເປັນສົນທິສັນຍາ​ ​ແລະ ​ເປັນ​ພິທີທາງການທູດ ຂອງ​
ນາໆ​ຊາດ​ ຊຸດ​ນຶ່ງ ທີ່ຄວບ​ຄຸມ​ການ​ປະ​ພຶດ ຂອງ​ການ​ສູ້​ລົບ​ກັນ ​ແລະ ​ແນ​ໃສ່​ເພື່ອ​ປົກ​ປ້ອງ​
ພວກ​ຄົນ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຮາວີ ​ແລະ ພວກ​ຄົນ​ຜູ້​ທີ່​ບໍ່​ໄດ້​ຕໍ່ສູ້​ຕໍ່​ໄປ.

​ໃນ​ວັນ​ພຸດ​ຜ່ານ​ມາ ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ຂໍຂະມາ​ໂທດ
ຕໍ່ປະທານ​ຂອງອົງການແພດບໍ່ມີພົມແດນ ດຣ. Joanne Liu ສຳ​ຫລັບ​ການ​ໂຈມ​ຕີນັ້ນ.
​ເຖິງ​ຢ່າງ​ໃດ​ກໍ​ຕາມ ລາຍ​ລະອຽດ​ຕ່າງໆ ​ການພົວພັ​ນ​ໃນ​ການ​ໂຈມ​ຕີ ຂອງ​ສະຫະລັດ ​ແມ່ນ
ຍັງ​ມືດ​ມົວ​ຢູ່ ນັບແຕ່ ສະຫະລັດ ​ໄດ້​ປ່ຽນ​ເລື້ອງ​ລາວ ​ຂອງ​ອັນ​ທີ່​ເກີດ​ຂຶ້ນ​ໃນ​ວັນນັ້ນມາ.
ສະຫະລັດ ​ກ່າວ​ວ່າ ຕົນ​ຈະ​ບໍ່​ສະໜອງ​ລາຍລະອຽດ​ຕື່ມ​ອີກ ກ່ຽວ​ກັບ​ເຫດການນີ້ ​ໃນ
​ຂະນະ​ທີ່​ກອງທັບ​ຂອງ​ຕົນ​ກຳລັງ​ທຳ​ການ​ສືບ​ສວນ​ສອບ​ສວນຢູ່.

​ໂຄສົກ​ຂອງທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ໂທ​ລະ​ສັບ​
ຫາ ທ່ານ​ນາງ Liu ​ເພື່ອ​ “ຂໍອະ​ໄພ​ໂທດ ​ແລະ ສະ​ແດງ​ຄວາມ​ເສຍອົກ​ເສຍ​ໃຈດ້ວຍ.”

ທ່ານ Earnest ກ່າວ​ອີກ​ວ່າ “​ໃນ​ກໍລະນີ​ນີ້ ມັນ​ແມ່ນ​ຄວາມ​ຜິດພາດ ​ແລະ ມັນ​ເປັນ​
ສິ່ງ​ນຶ່ງ​ທີ່​ສະຫະລັດ ຍອມຮັບ”
​ແລະ ວ່າ ທ່ານ​ໂອ​ບາ​ມາ “​ແມ່ນ​ກະຕືລືລົ້ນ ​ທີ່​ຈະ​ຄົ້ນຫາ​
ຄວາມ​ແທ້​ຈິງ ທີ່​ເກີດ​ຂຶ້ນ​ໃຫ້​ໄດ້ ເຖິງ​ທີ່​ສຸດ.”

XS
SM
MD
LG