ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ກ່າວຫາ ຜູ້ຊາຍ Kosovo ເຈາະຂໍ້ມູນ ຄອມພິວເຕີ້ ແລ້ວສົ່ງໃຫ້ ລັດອິສລາມ


ຜູ້ເຈາະຂໍ້ມູນຄົນອັງກິດ ແລະ ສະມາຊິກກຸ່ມລັດອິສລາມ ທ້າວ Junaid Hussain ສົ່ງຂໍ້ມູນລັບຂອງທະຫານສະຫະລັດ ແລະ ພະນັກງານ ລັດຖະບານກາງ ໃຫ້ແກ່ກຸ່ມລັດອິສລາມ.
ຜູ້ເຈາະຂໍ້ມູນຄົນອັງກິດ ແລະ ສະມາຊິກກຸ່ມລັດອິສລາມ ທ້າວ Junaid Hussain ສົ່ງຂໍ້ມູນລັບຂອງທະຫານສະຫະລັດ ແລະ ພະນັກງານ ລັດຖະບານກາງ ໃຫ້ແກ່ກຸ່ມລັດອິສລາມ.

ໃນອັນ​ທີ່ກະຊວງ​ຍຸຕິ​ທຳຂອງສະຫະລັດຮ້ອງວ່າ ​ເປັນ​ຄະດີທຳ​
ອິດທີ່ສະຫະລັດ ​ໄດ້​ກ່າວ​ຫາ ຊາວ Kosovo ຄົນ​ນຶ່ງ ​ໃນຖານ
ເຈາະຂໍ້ມູນຄອມພິວເຕີ້ ແລະສົ່ງ​ຂໍ້​ມູນ​ສ່ວນ​ໂຕ ຂອງທະຫານ​
ສະຫະລັດຫຼາຍ​ກວ່າ 1000 ຄົນ​ໃຫ້​ແກ່ກຸ່ມລັດ​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ​ໄດ້​ຈັບທ້າວ Ardit Ferizi ຕາມ
ໝາຍ​ຈັບ​ຂອງ ສະຫະລັດ. ກະຊວງ​ຍຸຕິ​ທຳຈະ​ຊອກ​ຫາ​ຊ່ອງ
ທາງເພື່ອໃຫ້ສົ່ງໂຕ​ຜູ້ກ່ຽວມາໃຫ້ ສະຫະລັດ.

ບັນດາ​ໄອ​ຍະ​ການ ໄດ້ກ່າວ​ຫາ ທ້າວ Ferizi ທີ່​ໃຊ້​ຊື່​ແຝງວ່າ
“Th3Dir3ctorY” ​ແລະ​ເປັນຫົວໜ້າ​ ກຸ່ມ​ເຈາະຂໍ້ມູນອິນ​ເຕີ​
ແນັດທີ່​ຮ້ອງ​ວ່າ Kosova Hacker’s Security.

​ໄອຍະການກ່າວ​ວ່າ ລາວໄດ້​ເຈາະ​ເຂົ້າ​ໄປ ໃນລະບົບ​ຄອມ​ພິວ​ເຕີ້​ ຂອງບໍລິສັດນຶ່ງທີ່ມີສຳ
ນັກງານຢູ່ສະຫະລັດ ​ແລະ​ໄດ້​ລັກ​ເອົາຂໍ້ມູນສ່ວນ​ໂຕ ​ຂອງພວກ​ທະຫານສະຫະລັດ ​ແລະ​ພະນັກງານລັດຖະບານ​ກາງ 1,351 ຄົນແລະ​ໄດ້ສົ່ງ​ຂໍ້ມູນເຫຼົ່ານີ້ໄປ​ໃຫ້​ພວກກໍ່ການຮ້າຍ.

​ໃນເດືອນ​ສິງຫາທີ່​ຜ່ານ​ມາ ສະມາຊິກ​ລັດ​ອິສລາມ​ຄົນ​ໜຶ່ງ​ຊື່ວ່າ ທ້າວ Junaid Hussain
​ໄດ້​ສົ່ງຂໍ້ຄວາມ ຜ່ານ​ທາງ Twitter ທີ່​ບັນຈຸ​ລິງໄປຫາເອກ​ກະສາ​ນທີ່​ຍາວ​ກວ່ານັ້ນ. ເອກ
ກະສາ​ນກ່າວ​ວ່າ “ພວກ​ເຮົາ​ຢູ່​ໃນອີ​ແມວ​ລ ແລະ​ລະບົບ​ຄອມ​ພິວ​ເຕີ​ຂອງ​ພວກ​ທ່ານ ​ພວມ
ເບິ່ງແລະ​ບັນທຶກການ​ເຄື່ອນ​ໄຫວ​ທຸກ​ບາດ​ກ້າວຂອງ ທ່ານ. ພວກ​ເຮົາ​ມີ​ຊື່​ ແລະ​ທີ່​ຢູ່ ​ຂອງ​
ພວກ​ທ່ານ ພວກ​ເຮົາໄດ້​ຄັດລອກເອົາ​ຂໍ້​ມູນ​ຄວາມລັບ​ ແລະ​ສົ່ງ​ຂໍ້ມູນສ່ວນ​ໂຕ​ຂອງທ່ານ
ໄປ​ໃຫ້ພວກທະຫານ khilafah ຂອງ​ລັດອິສລາມ ຊຶ່ງ​ໃນ​ບໍ່​ຊ້ານີ້ດ້ວຍ​ການ​ອະນຸມັດຈາກ
ພະ​ເຈົ້າ Allah ກໍ​ຈະ​ຕັດ​ຄໍຫອຍ​ຂອງ​ທ່ານ ຢູ່ໃນດິນ​ແດນຂອງ​ທ່ານ​ເອງ.”

ສ່ວນທີ່ເຫລືອຂອງເອກກະສາ​ນແມ່ນ​ໄດ້​ບອກລາຍ​ຊື່ ທີ່ຢູ່ອີ​ແມ​ລ ​ແລະເບີໂທລະ​ສັບຂອງ​
ທະຫານ​ ເຈົ້າໜ້າທີ່ລັດຖະບານ​ກາງແລະ​ບັນດາ​ພະນັກງານ​ພົນລະ​ເຮືອນ. ຍັງ​ບໍ່​ທັນ​ເປັນ
​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ມີຊາວ​ອ​າ​ເມຣິກັນ​ ໄດ້​ຮັບອັນຕະລາຍ ອັນເປັນຜົນໂດຍ​ກົງ ມາ​ຈາກ
ການລັກ​ຂໍ້​ມູນນີ້ຫລືບໍ່.

ທ້າວ Ferizi ປະ​ເຊີນ​ໜ້າກັບການ​ຖືກ​ຄຸກ 35 ປີ​ ຖ້າ​ຫາກ​ຖືກພົບເຫັນວ່າ ມີຄວາມຜິດ.

XS
SM
MD
LG