ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາໝັ້ນຄົງ ສປຊ ປະຊຸມສຸກເສີນ ກ່ຽວກັບເຢເມນ ແຕ່ຕົກລົງກັນ ບໍ່ໄດ້


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເປີດປະຊຸມສຸກ
ເສີນ ກ່ຽວກັບເຢເມນ ໃນມື້ວັນສຸກວານນີ້ ແຕ່ບໍ່ສາມາດຕົກລົງ
ກັນໄດ້ ໃນຖະແຫຼງການກ່ຽວກັບວິກິດການດ້ານມະນຸດສະທຳ ທີ່ພວມເພີ້ມທະວີຄວາມຮ້າຍແຮງຂຶ້ນ ຢູ່ທີ່ນັ້ນ.

ເອກອັກຄະລັດຖະທູດຣັດເຊຍປະຈຳສະຫະປະຊາຊາດທ່ານ
Vitaly Churkin ຮຽກໃຫ້ມີການປະຊຸມ ແບບປິດລັບດັ່ງກ່າວ ແລະໄດ້ສະເໜີຖະແຫຼງການ ຮຽກຮ້ອງໃຫ້ມີການຢຸດຍິງເພື່ອ
ໃຫ້ການຊ່ອຍເຫລືອດ້ານມະນຸດສະທຳ. ທ່ານກ່າວຫລັງຈາກ ການປະຊຸມແລ້ວວ່າພວກເຮົາຈະສືບຕໍ່ເຊື່ອວ່າການຮຽກຮ້ອງ
ຂອງພວກເຮົາເພື່ອໃຫ້ມີການຢຸດຍິງ ຍ້ອນເຫັນແກ່ມະນຸດສະ
ທຳນີ້ ແມ່ນມີເຫດຜົນທີ່ສຸດ.

ພວກນັກການທູດທີ່ກອງປະຊຸມກ່າວວ່າ ການຫາລືກັນກ່ຽວກັບຖະແຫຼງການຂອງສະພາ ຄວາມໝັ້ນຄົງແມ່ນຍັງດຳເນີນຕໍ່ໄປ.

ກ່ອນການປະຊຸມກັນໃນມື້ວານນີ້ ເອກອັກຄະລັດຖະທູດອັງກິດປະຈຳອົງການສະຫະປະ ຊາຊາດທ່ານ Matthew Rycroft ກ່າວວ່າ ສະຖານະການດ້ານມະນຸດສະທຳທີ່ພວມຊຸມ ໂຊມລົງຢູ່ໃນເຢເມນແມ່ນໜ້າເປັນຫ່ວງທີ່ສຸດ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ເຕືອນໃນວັນພະ ຫັດຜ່ານມານີ້ວ່າ ການປະຕິບັດງານດ້ານມະນຸດສະທຳ ຈະຍຸດຕິລົງ ໃນສອງສາມມື້ຂ້າງ ໜ້ານີ້ນອກຈາກວ່າຈະມີການຟື້ນຟູໃນດ້ານນ້ຳມັນເຊື້ອໄຟ. ທ່ານ Ban ກ່າວຢ້ຳເຖິງການ ຮຽກຮ້ອງຂອງທ່ານ ທີ່ໃຫ້ມີການຢຸດຍິງໃນທັນທີ ຫລືຢ່າງໜ້ອຍ ກໍຢຸດສູ້ລົບເປັນການຊົ່ວ
ຄາວ.

ການສູ້ລົບລະຫວ່າງພັກຝ່າຍຕ່າງໆ ຢູ່ໃນເຢເມນ ພ້ອມທັງການໂຈມຕີທາງອາກາດຂອງ ກຳລັງປະສົມພາຍໃຕ້ການນຳພາຂອງຊາອຸດີໄດ້ກໍ່ໃຫ້ເກີດວິກິດການທາງດ້ານມະນຸດສະ ທຳຢູ່ໃນອັນທີ່ເປັນປະເທດອາຣັບ ທີ່ທຸກທີ່ສຸດໃນໂລກ.

​ຂະນະດຽວກັນຊາອຸດີ ອາຣາເບຍ ກ່າວໃນວັນສຸກວານນີ້ວ່າ ຕົນໄດ້ສັງຫານພວກກະບົດ ຊີໄອທ໌ເຢເມນ ຫລາຍສິບຄົນ ທີ່ໄດ້ທຳການໂຈມຕີຂ້າມຊາຍແດນຂະໜາດໃຫຍ່ ເຂົ້າໄປ ໃນຊາອຸດີ ອາຣາເບຍ.

XS
SM
MD
LG