ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສິດທິມະນຸດ ສປຊ ປະນາມ ປະເທດ ທີ່ກີດກັນ ການເຂົ້າເຖິງ ອິນເຕີແນັດ


ພວກທີ່ໃຊ້ຄອມຜິວເຕີ້ ນັ່ງຕໍ່ໜ້າຈໍໂທລະພາບ ໂດຍມີຂໍ້ຄວາມ
ຈາກຕຳຫຼວດຈີນ ທີ່ປາກົດຢູ່ໜ້າຈໍ ກ່ຽວກັບການໃຊ້ອິນເຕີ
ແນັດທີ່ຖືກຕ້ອງ ຢູ່ທີ່ຮ້ານອິນເຕີແນັດ ກາເຟ ໃນນະຄອນ
ຫຼວງປັກກິງ.
ພວກທີ່ໃຊ້ຄອມຜິວເຕີ້ ນັ່ງຕໍ່ໜ້າຈໍໂທລະພາບ ໂດຍມີຂໍ້ຄວາມ ຈາກຕຳຫຼວດຈີນ ທີ່ປາກົດຢູ່ໜ້າຈໍ ກ່ຽວກັບການໃຊ້ອິນເຕີ ແນັດທີ່ຖືກຕ້ອງ ຢູ່ທີ່ຮ້ານອິນເຕີແນັດ ກາເຟ ໃນນະຄອນ ຫຼວງປັກກິງ.

ສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ປະນາມເປັນເທື່ອ ທຳອິດຕໍ່ປະເທດຕ່າງໆ ທີ່ກີດກັນ ຫຼື ຈຳກັດການເຂົ້າເຖິງອິນເຕີແນັດ ຂອງ ພົນລະເມືອງຕົນ.

ສະພາສິດທິມະນຸດດັ່ງກ່າວ ໄດ້ຮັບຜ່ານມະຕິສະບັບນຶ່ງ ໃນວັນສຸກຜ່ານມາ ດ້ວຍການປະນາມວ່າ “ມາດຕະການໂດຍເຈດຕະນາ ສະກັດກັ້ນ ຫຼື ລົບ ກວນການເຂົ້າຫາ ຫຼື ການເຜີຍແຜ່ຂໍ້ມູນທາງອອນໄລນ໌ ຫຼືອິນເຕີເເນັດ” ໂດຍກ່າວວ່າ ມັນເປັນການລະເມີດກົດໝາຍສິດທິມະນຸດສາກົນ.

ມະຕິດັ່ງກ່າວ ຍັງໄດ້ຮຽກຮ້ອງລັດຖະບານຕ່າງໆ ໃຫ້ປັບປຸງ ການເຂົ້າເຖິງ ອິນເຕິແັນດ ໃຫ້ແກ່ພົນລະເມືອງຂອງຕົນ ຊຶ່ງເພດ ຫຼື ຄວາມພິການຂອງ ພວກເຂົາເຈົ້ານັ້ນ ອາດເຮັດໃຫ້ມັນຍາກລຳບາກຫຼາຍ ທີ່ຈະເຂົ້າເຖິງ ອິນເຕີເເນັດໄດ້.

ມະຕິນີ້ຍັງໄດ້ກ່າວອີກວ່າ ສິດທິຂອງປະຊາຊົນ ຢູ່ນອກອິນເຕີເເນັດ ຕ້ອງໄດ້ ຮັບການປົກປ້ອງໃນເວລາເຂົ້າອິນເຕີເເນັດ ໂດຍສະເພາະ ສິດເສລີພາບ ໃນ ການສະແດງອອກ ຊຶ່ງຄວາມຄິດເຫັນ. ມະຕິນີ້ ຍັງໄດ້ຮຽກຮ້ອງ ຕໍ່ບັນດານ ປະເທດຕ່າງໆ ໃຫ້ປົກປ້ອງສິດເສລີພາບໃນການຄົບຫາສະມາຄົມ ສິດເສລີ ພາບໃນຄວາມເປັນສ່ວນຕົວ ແລະ ສິດທິມະນຸດອື່ນໆ ໂດຍຜ່ານ ຂະບວນ ການປະຊາທິປະໄຕແຫ່ງຊາດ ສະຖາບັນຕ່າງໆທີ່ໂປ່ງໄສ ບົນພື້ນຖານ ຂອງ ຕົວບົດກົດໝາຍ.

ບົດລາຍງານສິດເສລີພາບ ຂອງອິນເຕີເເນັດ ປີ 2015 ທີ່ໄດ້ນຳອອກມາ ໂດຍກຸ່ມສິດທິມະນຸດ Freedom House ກ່າວວ່າ ປະເທດຕ່າງໆ ໃນ ຕາເວັນອອກກາງ ໄດ້ຄຸມຂັງ ພວກທີ່ນຳໃຊ້ອິນເຕີເເນັດ ສຳລັບການຂຽນ ບົດຄວາມ ໃນຈຳນວນທີ່ເພີ້ມຂຶ້ນ ແລະ ໃນລະຫວ່າງເດືອນຕຸລາປີກາຍນີ້ ຊຶ່ງ ສິດເສລີພາບດ້ານອິນເຕີແນັດ ໄດ້ຫຼຸດລົງ 5 ປີ ລຽນຕິດ.

ບົດລາຍງານນີ້ໄດ້ກ່າວອີກວ່າ ການສິ້ງຊອມທາງອອນໄລນ໌ ແມ່ນໄດ້ເພີ້ມ ສູງຂຶ້ນ ແລະ ແມ່ນກະທັງ ຢູ່ໃນປະເທດທີ່ເປັນປະຊາທິປະໄຕ ເຊັ່ນວ່າ ຝຣັ່ງ ແລະ ອອສເຕຣເລຍ ໄດ້ອະນຸມັດໃຫ້ມີການສອດແນມໃໝ່ຂອງຕົນ ໃນການ ຮັບມືຕໍ່ການກໍ່ການຮ້າຍ ຫຼື ການຂົ່ມຂູ່ຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG