ໃນເວລາ ທ່ານນາງ Loyce Maturu ມີອາຍຸໄດ້ 10 ປີ ນາງໄດ້ສູນເສຍແມ່ ແລະ ອ້າຍ ຂອງນາງ ໃຫ້ແກ່ໂຣກ AIDS ແລະ ໂຣກປອດແຫ້ງ ໃນສັບປະດາດຽວກັນ. ສອງປີຕໍ່ມາ ນາງໄດ້ຖືກວິນິດໄສ ວ່ານາງໄດ້ຕິດໂຣກທັງສອງຢ່າງນັ້ນ.
ໜຸ່ມນ້ອຍຊາວ Zimbabwe ໄດ້ປະສົບກັບຄວາມຍາກລຳບາກ ດ້ານຈິດໃຈ ແລະ ການ ກ່າວປະນາມທາງວາຈາ ຈາກສະມາຊິກຂອງຄອບ ຄົວ ຍ້ອນມົນທິນ ກ່ຽວກັບຖານະ ທາງ ດ້ານສຸຂະພາບຂອງນາງ ແລະ ໃນປີ 2010 ນາງໄດ້ພະຍາຍາມ ຂ້າຕົວຕາຍ. ແຕ່ໃນ ປັດຈຸບັນນີ້ ນາງເປັນແມ່ຍິງອາຍຸ 24 ປີ ທີ່ຈະເລີນຢ່າງຫ້າວຫັນ ຜູ້ທີ່ທຳງານ ເພື່ອເຮັດໃຫ້ ພວກຍິງສາວ ແລະ ໄວລຸ້ນທີ່ຕິດເຊື້ອ HIV ໃຫ້ມີຄວາມເຂັ້ມແຂງ.
ນາງ Maturu ໄດ້ກ່າວ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະ ປະຊາຊາດ ໃນ ວັນພຸດວານນີ້ ໃນລະຫວ່າງ ກອງປະຊຸມລະດັບສູງ ເພື່ອຍຸດຕິການລະບາດຂອງໂຣກ HIV/AIDS ພາຍໃນປີ 2030 ວ່າ “ດຽວນີ້ ແຕ່ລະມື້ ທີ່ຂ້າພະເຈົ້າມີຊີວິດຢູ່ ຂ້າພະເຈົ້າ ຂອບອົກຂອບໃຈ ທີ່ຂ້າພະເຈົ້າເປັນໜຶ່ງ ໃນຈຳນວນ 17 ລ້ານຄົນ ທີ່ເປັນຂີດໝາຍສຳ ເລັດຂອງການຮັກສາເຊື້ອ HIV ໃນໄລຍະຫຼາຍໆປີຜ່ານມາ ແລະ ມັນສະແດງໃຫ້ເຫັນ ວ່າ ພ້ອມໆກັນ ພວກເຮົາມີ ພະລັງອັນຍິ່ງໃຫຍ່ ທີ່ຈະຊ່ອຍເຫຼືອຫຼາຍໆຊີວິດໄດ້.”
ພວກຄົນໜຸ່ມນ້ອຍ ໄດ້ຮັບຜົນກະທົບຢ່າງໜັກ ຈາກການຕິດເຊື້ອ HIV/AIDS. ເດັກນ້ອຍ ປະມານ 14 ລ້ານຄົນ ໄດ້ກາຍເປັນກຳພ້າ ໂດຍການລະບາດຂອງເຊື້ອໄວຣັສດັ່ງກ່າວ. ພວກຊາວໜຸ່ມ ກໍໄດ້ຕິດເຊື້ອນີ້ ໃນອັດຕາສູງ ປະມານ 2,000 ກໍລະນີໃໝ່ໃນແຕ່ລະມື້
ຊຶ່ງພາໃຫ້ມີການເສຍຊີວິດເພີ້ມຂຶ້ນໃນໝູ່ພວກຊາວໜຸ່ມ ອັນເປັນສາ ເຫດອັນດັບສອງຂອງການເສຍຊີວິດໃນໝູ່ຊາວໜຸ່ມຢູ່ໃນທົ່ວໂລກ.