ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຕ້ອງຕິ ການກວດລ້າງ ຊາວໂຣຮິງຢາ ໃນ ມຽນມາ


ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະ​ຊາດ ທ່ານ Antonio Guterres ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກ່ອນກອງ​ປະຊຸມ​ສະມັດຊາ​ໃຫຍ່ປະຈຳ​ປີ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄັ້ງທີ 72nd ທີ່ນະຄອນ New York ວັນທີ 13 ກັນຍາ 2017.
ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະ​ຊາດ ທ່ານ Antonio Guterres ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກ່ອນກອງ​ປະຊຸມ​ສະມັດຊາ​ໃຫຍ່ປະຈຳ​ປີ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄັ້ງທີ 72nd ທີ່ນະຄອນ New York ວັນທີ 13 ກັນຍາ 2017.

ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະ​ຊາດ ທ່ານ Antonio Guterres ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ການ​ອົບ​ພະຍົບທີ່​ເປັນສະມາຊິກປະຊາ​ຄົມ​ຊາວ​ໂຮ​ຮິ​ຢາ ຂອງ​ມຽນມາ ຈຳນວນ​ຫຼາຍ​ຮ້ອຍ​ພັນຄົນ ​ແມ່ນ​ສາມ​າດອະທິບາຍ​ໄດ້​ວ່າ ​ເປັນ​ການ​ກວດລ້າງ​ຊົນ​ຊາດ​ຊົນເຜົ່າ​.

ທ່ານ Guterres ​ໄດ້​ຕອບ ​ເວລາ​ມີ​ການ​ຖາມ​ຢ່າງສະ​ເພາະ​ເຈາະຈົງວ່າ ຄຳ​ເວົ້າ​ທີ່​ວ່າ
ການ​ກວດລ້າງຊົນ​ຊາດ​ຊົນ​ເຜົ່າ​ນີ້ ສາມາດ​ນຳ​ໃຊ້​ກັບການ​ອົບ​ພະຍົບຫລົບ​ໄພ​ຂອງຊາວ​
ໂຮ​ຮິງ​ຢາຫຼື​ບໍ່ ຊຶ່ງ​ສ່ວນ​ໃຫຍ່ແລ້ວເປັນ​ຊາວ​ມຸສລິ​ມ ​ໃນ​ປະ​ເທດ​ທີ່​ປະຊາຊົນສ່ວນ​ຫຼາຍເປັນ​
ຊາວ​ພຸດໃນປະ​ເທດ​ເອ​ເຊຍ​ແຫ່ງ​ນີ້ ​ໂດຍ​ເວົ້າວ່າ “​ເວລາ​ທີ່ 1 ສ່ວນ 3 ຂອງ​ປະຊາຊົນຊາວ​
ໂຮ​ຮິ​ຢາໄດ້​ພາກັນ​ອົບ​ພະຍົບຫລົບ​ໜີ ​ອອກ​ຈາກປະ​ເທດ ທ່ານ​ສາມາດ​ທີ່​ຈະ​ຫາ​ຄຳ​ເວົ້າ​
ທີ່ດີກ​ວ່າ​ນີ້​ ອະທິ​ບາຍ​ເຖິງເຫດການ​ດັ່ງກ່າວ​ໄດ້​ບໍ?”

ຄອບຄົວ ຊາວໂຣຮິງຢາ ໄດ້ໄປຮອດໄປເຖິງ ຊາຍແດນ Bangladesh ຫຼັງຈາກຂ້າມແມ່ນ້ຳ Naf ຊາຍແດນ ມຽນມາ, ທີ່ຂົງເຂດ Cox's Bazar's Teknaf, 5 ກັນຍາ 2017.
ຄອບຄົວ ຊາວໂຣຮິງຢາ ໄດ້ໄປຮອດໄປເຖິງ ຊາຍແດນ Bangladesh ຫຼັງຈາກຂ້າມແມ່ນ້ຳ Naf ຊາຍແດນ ມຽນມາ, ທີ່ຂົງເຂດ Cox's Bazar's Teknaf, 5 ກັນຍາ 2017.

“ຂ້າພະ​ເຈົ້າ ຂໍຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ມຽນມາ ​ໂຈະ​ການ​ເອົາ​ບາດກ້າວ​ທາງ​ທະຫານ ​
ເພື່ອ​ຍຸຕິ​ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້, ​ປະຕິບັດ​ຕາມ​ການ​ປົກຄອງ​ດ້ວຍ​ຕົວ​ບົດກົດໝາຍ ​
ແລະ​ໃຫ້​ຮັບ​ຊາບ​ເຖິງສິດທິ​ຂອງ​ການ​ກັບ​ຄືນ​ມາ​ ​ທີ່​ໄດ້ຫລົບ​ໜີ​ອອກ​ຈາກ​ປະ​ເທດ​
ໄປ​ນັ້ນ,”
ທ່ານ Guterres ໄດ້​ກ່າວ​ທີ່ສຳນັກງານ​ໃຫຍ່​ອົງການ​ສະຫະຊາ​ຊາດ ​
ໃນນະຄອນ New York. “ຊາວ​ມຸສລິ​ມ ໃນ​ລັດ Rakhine ຕ້ອງ​ໄດ້​ຮັບສັນຊາດ ຫຼື​ບໍ່
ກໍຢ່າງ​ນ້ອຍ​ໃນ​ປັດຈຸບັນ​ ​ໄດ້​ຮັບ ຖານະ​ທາງດ້ານ​ກົດໝາຍ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ
ດຳລົງ​ຊີວິດ​ແບບ​ປົກກະຕິ​ໄດ້.”

ທ່ານເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດກ່າວ​ຕື່ມ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ
​ປະ​ເຊີນ​ໜ້າ​ກັບສະຖານະ​ການ​ທີ່​ຮ້າຍ​ແຮງ ​ແລະນັ້ນ​ແມ່ນ​ເຫດຜົນທີ່​ວ່າ ​ເປັນ​ຫຍັງ
ຂ້າພະ​ເຈົ້າ​ຈຶ່ງ​ນຳ​ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ໃຫ້​ພິຈາລະນາ​ຢ່າງ​ຈິງ​ຈັງ​ເບິ່ງສະຖາ
ນະ​ການ​ນີ້,”

ຕຳຫຼວດ 2 ຄົນ ທີ່ປ້ອມກວດຄົນ ໃນທາງເຂົ້າຂອງເມືອງ Yathae Taung ໃນລັດ Rakhine, 26 ສິງຫາ 2017. ເຈົ້າໜ້າທີ່ມຽນມາກ່າວວ່າ ກຸ່ມຫົວຮຸນແຮງ ໂຣຮິງຢາ ໂຈມຕີ ປ້ອມຕຳຫຼວດແລະຄ້າຍທະຫານ ໃນວັນທີ 25ສິງຫາ 2017.
ຕຳຫຼວດ 2 ຄົນ ທີ່ປ້ອມກວດຄົນ ໃນທາງເຂົ້າຂອງເມືອງ Yathae Taung ໃນລັດ Rakhine, 26 ສິງຫາ 2017. ເຈົ້າໜ້າທີ່ມຽນມາກ່າວວ່າ ກຸ່ມຫົວຮຸນແຮງ ໂຣຮິງຢາ ໂຈມຕີ ປ້ອມຕຳຫຼວດແລະຄ້າຍທະຫານ ໃນວັນທີ 25ສິງຫາ 2017.

ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ເພີ່ມ​ຂຶ້ນ​ໃນ​ທົ່ວ​ໂລກ ກ່ຽວ​ກັບ​ສະຖານະ​ການ​ໃນລັດ
Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ຜູ້ນຳ​
ທີ່​ແທ້​ຈິງຂອງ​ປະ​ເທດ ຈຶ່ງໄດ້​ຍົກ​ເລີກ​ແຜນການ​ຕົ້ນຕໍ ທີ່ຈະເດີນທາງ​ໄປ​ຍັງນະຄອນ
New York ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່ປະຈຳ​ປີ​ອົງການ​ສະຫະ​ປະຊາ​
ຊາດທີ່​ຈະ​ເລີ່​ມ ຂຶ້ນ​ໃນ​ສັບປະດາ​ໜ້ານີ້. ອະດີດເຈົ້າ​ຂອງ​ລາງວັນ​ໂນ​ແບ​ລ ຂະ​ແໜງ​
ສັນຕິພາບຊຶ່ງ​ເປັນ​ທີ່​ເຄົາ​ລົບ​ແລະ​ນັບຖື​ໃນການ​ປຸກລະດົມທາງ​ການ​ເມືອງ​ຕໍ່ຕ້ານ​ລັດ
ຖະບານທະຫານທີ່​ໄດ້​ປົກຄອງ​ປະ​ເທດ​ໃນ​ເວລາ​ນັ້ນໄດ້​ຖືກ​ຕຳ​ນິຕິ​ຕຽນ​ ໃນ​ຍ້ອນ​ບໍ່​ໄດ້
​ເອົາ​ມາດ​ຕະການ​ຫຼາຍ​ກວ່າ​ນີ້ ​ເພື່ອ​ຍຸຕິຄວາມ​ຮຸນ​ແຮງດັ່ງກ່າວ ໃນປັ​ດຈຸ​ບັນ​ນີ້.

​ເຈົ້າ​ໜ້າ​ທີ່​ລັດຖະບານມຽນມາ ​ຖື​ວ່າ ຊາວ​ໂຮ​ຮິ​ຢາ​ເກືອບ​ທັງ​ໝົດ ແມ່ນ​ເປັນ​ພວກ​ອົບ
​ພະຍົບທີ່​ຜິດ​ກົດໝາຍ​ຈາກ Bangladesh ​ເຖິງ​ແມ່ນ​ພວກເຂົາ​ເຈົ້າ​ໄດ້​ອາ​ໄສ ຢູ່​ໃນ
​ປະ​ເທດນີ້ມາ​ເປັນ​ເວລາ​ດົນ​ນານ ​ແລ້ວກໍ​ຕາມ. ຄວາມ​ຮຸນ​ແຮງ​ແມ່ນ​ພົວພັນ​ກັບ
ຊາວ​ໂຮ​ຮິ​ຢາ ທີ່​ໄດ້​ມີ​ຂຶ້ນ​ມາ​ເປັນເວລາດົນ​ນານ​ມາ​ແລ້ວ ​ແຕ່​ວ່າ ມັນ​ໄດ້ກາຍ​ເປັນ​ວິ​ກິດ
​ການ​ ໃນ​ເດືອນ​ແລ້ວ​ນີ້.

​ເຈົ້າ​ໜ້າ​ທີ່​ໃນ​ມຽນມາ ​ໄດ້​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງໂຣຮິງ​ຢາ ​ໄດ້​ໂຈມ​ຕີ​ປ້ອມ​ຕຳຫຼວດ
ແລະຄ້າຍ​ທະຫານຫລາຍໆ​ແຫ່ງ ​ໃນ​ວັນ​ທີ 25 ສິງຫາຜ່ານ​ມາ​ນີ້ໃນ​ຄວາມ​ພະຍາຍາມ
ທີ່​ຈະ​ຕອບໂຕ້ຕໍ່​ການປະ​ຫັດ​ປະຫານ ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ຕົນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານນາງ Aung San Suu Kyi ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ຂອງກະຊວງການຕ່າງປະເທດ ທີ່ Naypyitaw, ມຽນມາ 6 ກໍລະກົດ 2017.
ທ່ານນາງ Aung San Suu Kyi ຂຶ້ນກ່າວ ໃນກອງປະຊຸມຖະແຫຼງຂ່າວ ຂອງກະຊວງການຕ່າງປະເທດ ທີ່ Naypyitaw, ມຽນມາ 6 ກໍລະກົດ 2017.
XS
SM
MD
LG