ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຈະ​ປະກອບສ່ວນ ໃນກອງ​ປະ​ຊຸມ​ສະມັດຊາໃຫຽ່ ສະ​ຫະ​ປະ​ຊາ​ຊາດ ກັບ​ບັນ​ດາ​ຜູ້​ນຳ​ໂລກ


Trump Returns to UN a Year after ‘Rocket Man’ Speech
please wait

No media source currently available

0:00 0:02:46 0:00

ເຊີນ​ຊົມ​ວີ​ດີ​ໂອ ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຈະປະກອບສ່ວນກັບບັນ​ດ​າ​ຜູ້​ນຳໂລກໃນ​ວັນຈັນ​ມື້​ນີ້ ຢູ່
​ອົງກາ​ນ​ສະ​ຫະ​ປະ​ຊາ​ຊາດ ສຳລັບກອງ​ປະ​ຊຸມ​ປະ​ຈຳ​ປີຂອງພວກເພິ່ນ. ສຳລັບຫົວຂໍ້
ຂອງກອງປະຊຸມແລ້ວ ແມ່ນຈະມີເຕັມປ່ຽມ ນັບຕັ້ງແຕ່ເລື້ອງ​ສົງ​ຄາມ ໄປຫາ​ການ​ປ່ຽນ​ແປງຂອງດິນຟ້າອາ​ກາດ ໄປ​ສູ່​ຄວ​າມ​ອຶດ​ຢາກ ແລະ​ໂລຄາພະ​ຍາດ. ແຕ່​ວ່າ ສຳລັບ
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດແລ້ວ ເພິ່ນກໍຈະຊອກ​ເອົາເວລາໄປໃຊ້ ສຳລັບສິ່ງທີ່ເປັນ​ຈຸດ​
ສົນ​ໃຈ​ຫຼາຍທີ່ສຸດ ດັ່ງ​ທີ່​ຫຼາຍໆ​ຄົນ​ ພາ​ກັນ​ລໍ​ຖ້າ​ຟັງ​ ເຊັ່ນເລື້ອງ​ຄວາມ​ຄືບ​ໜ້າ​ກ່ຽວກັບ​ການລົບລ້າງ​ອາ​ວຸດ​ນິວ​ເຄລຍ ຢູ່ ໃນເກົາ​ຫຼີ​ເໜືອ ແລະ​ບັນ​ຫາ​ຮີບຮ້ອນ​ອື່ນໆ. ນັກ​ຂ່າວ
ວີ​ໂອ​ເອ ປະ​ຈຳ​ສະຫະ​ປະ​ຊາ​ຊາດ ມາກ​ກາ​ເຣັ​ຕ ເບີ​ເຊຍ ສົ່ງລາຍງານນີ້ມາ ຊຶ່ງ
ກິ່ງຫວັນຈະນຳລາຍລະອຽດ ມາສະເໜີທ່ານ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ໄດ້​ສະ​ແດງບົດບາດອັນທຳອິດອ​ອກ​ມາ
ດີພໍສົມຄວນ​ ຢູ່ໃນກອງ​ປະ​ຊຸມ​ສະ​ມັດຊາໃຫຽ່ໃນ​ປີ​ກາຍ​ນີ້.

ທ່ານ ກ່າວວ່າ “ສະ​ຫະ​ລັດ​ມີ​ຄວ​າມ​ເຂັ້ມ​ແຂງ​ທີ່​ສຸດ ທັງມີຄວາມ​ອົດ​ທົນນຳ ແຕ່​ຖ້າ​ຫາກ
ຖືກ​ບັ​ງຄັບໃຫ້​ປ້ອງ​ກັນ​ຕົນ​ເອງ ຫຼື​ບັນ​ດາ​ພັນ​ທະ​ມິດຂອງຕົນ ພວກ​ເຮົາກໍຈະ​ບໍ່​ມີ​ທາງ
​ເລືອກ ແຕ່​ຈະທຳ​ລາຍ​ເກົາ​ຫຼີ​ເໜືອ​ໃຫ້​ໝົດກ້ຽງ. ມະ​ນຸດຈະ​ຫຼວດ​ກຳ​ລັງ​ປະ​ຕິ​ບັດ​ພາ
ລະກິດສະລະຊີບ​ ແລະ​ລະ​ບອບ​ຂອງ​ເພິ່ນ.”

ທ່ານ​ໄດ້​ສ້າງ​ຄວາມຕື່ນ​ຕົກ​ໃຈໃຫ້​ແກ່​ບັນ​ດາ​ຜູ້​ນຳ ໃນ​ການ​ໃຊ້​ສຳ​ນວນ​ການ​ທູດ ແລະ​
ຫຼາຍໆ​ຄົນ​ພາ​ກັນ​ຄິດ​ວ່າ ທ່ານ​ຈະ​ເຮັດ​ຢ່າງ​ໃດ​ເພື່ອ​ເອົາ​ຊະ​ນະ.

ທ່ານ​ຮິດ​ຈາ​ດ ໂກວານ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຢູ່ສູນ​ກາງມະ​ຫາ​ວິ​ທະ​ຍາ​ໄລສ​ະ​ຫະ​ປະ​ຊາ​ຊ​າດ​ກ່ຽວກັບ​ນະ​ໂຍ​ບາຍ​ຄົ້ນ​ຄວ້າກ່າວ​ວ່າ “ນັ້ນ​ດີ​ສຳ​ລັບ​ໂທ​ລະ​ພາບ. ສະ​ແດງ​ໄດ້​ດີຫຼາຍ​ແກ່
​ລະ​ບົບໂທ​ລະ​ພາບ​ສະ​ຫະ​ລັດ. ທ່ານ​ທ​ຣຳ​ບໍ່​ໄດ້​ມາ​ທີ່​ນີ້​ເພື່ອ​ດືງດູດ​ບັນ​ດາ​ຜູ້​ນຳ​ອື່ນໆ
ທ່ານ​ມາ​ທີ່​ນີ້​ເພື່ອ​ຫາສຽງ​ດ້ວຍ​ຖະ​ແຫຼງ​ການ​ທີ່​ມີ​ອຳ​ນາດ ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​
ໄໝ​ຂອງ​ສະ​ຫະ​ລັດ. ເພາະ​ສະ​ນັ້ນ​ຈຶ່ງຈະ​ມີ​ທັງຄວາມ​ຮ້າຍ​ແຮງ ແລະ​ຄວາມ​ໂກດ​ແຄ້ນ.”

ໃນ​ຂະ​ນະ​ທີ່​ວິທີຂອງ​ທ່ານບໍ່​ເປັນ​ເລື້ອງ​ທຳ​ມະ​ດາ ແລະ​ບໍ່​ປາດ​ສະ​ຈາກ​ການ​ສ່ຽງ ແຕ່ມັນ​ກໍ
ໄດ້​ນຳ​ໄປ​ສູ່​ການໃຫ້ມີການ​ສົນ​ທະ​ນາ​ກັນໄດ້ຢູ່.

ຫຼາຍ​ໆຄົນ​ຈະ​ພາ​ກັນ​ເບິ່ງ ເພື່ອ​ວັດ​ແທກ​ນ້ຳ​ສຽງ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບ​ເກົາ​ຫຼີ​ເໜືອ​ຢູ່ໃນ
ຖະ​ແຫຼງ​ການ​ຂອງ​ທ່ານ​ ໃນ​ວັນ​ອັງ​ຄານ​ຕອນ​ເຊົ້າ ​ຢູ່​ທີ່​ສະ​ຫະ​ປະ​ຊາ​ຊາດ. ຜູ້​ນຳ​ເກົາ​ຫຼີ​
ເໜືອທ່ານ​ກິມ ຈົງອືນ ຈະ​ບໍ່ມາ​ຮ່ວມ​ຢູ່​ໃນ​ບັນ​ດາ​ຜູ້​ປະກອບສ່ວນ ແຕ່​ຈະ​ເບິ່ງ​ຢ່າງ​ໃກ້
​ຊິດ​ຈາກ​ພຽງ​ຢາງ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ​ໄດ້ເຊື້ອ​ເຊີນ​ຄູ່​ຕຳ​ແໜ່ງ​ເກົາ​ຫຼີ​ເໜືອ​ຂອງ​
ທ່ານ​ເພື່ອ​ພົບ​ປະ​ກັບ​ທ່ານ​ຢູ່​ນະ​ຄອນ​ນິວຢອກ. ໃນ​ວັນ​ພະ​ຫັດ​ຈະ​ມາ​ເຖິງ​ນີ້ ທ່ານ​ພອມ​ພຽວ
​ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ທ່ານ​ຈະ​ລາຍ​ງານ​
ກ່ຽວ​ກັບ​ວ່າ​ການ​ສົນ​ທະ​ນາ​ກັບ​ເກົາ​ຫຼີ​ເໜືອ​ຈະເປັນ​ໄປ​ຢ່າງ​ໃດ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ
​ຕ່າງໆ​ຮັກ​ສາ​ການ​ລົງ​ໂທດຈົນ​ກວ່າ​ວ່າ​ພຽງ​ຢາງຈະ​ເອົາ​ບາດ​ກ້າວ​ທີ່​ໜັກ​ແໜ້ນໃຫ້​ລົລ້າງ​
ນິວ​ເຄ​ລຍ.

ສະ​ຫະ​ລັດ​ຮັກ​ສາ​ການ​ສັບ​ປ່ຽນ​ປະ​ທານ​ສະ​ພາ​ຮັ​ກ​ສາ​ຄວາມ​ໝັ້ນ​ຄົງ ແລະ​ປະ​ທາ​ນາ​ທິ​ບໍ​ດີ
​ທ​ຣ​ຳ​ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້ ເພື່ອ​ເນັ້ນ​ໜັກ​ໃສ່​ການ​ບໍ່​ໃຫ້ເຜີຍ
ແຜ່ອາວຸດ. ຄາດ​ວ່າ​ທ່ານ​ຈະ​ເວົ້າ​ຫຼາຍ​ກ່ຽວ​ກັບເລື່ອງ​ອີ່ຣ່ານ.

ທ່ານ​ນາງ​ນິກ​ກີ ເຮ​ລີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ
“ອີ​ຣ່ານຈະຍັງຄົງ​ເປັນບັນ​ຫາຢູ່. ທຸກໆ​ຈຸດທີ່ເປັນ​ອັນ​ຕະ​ລາຍ​ຢູ່​ໃນ​ໂລກ ປາ​ກົດ​ວ່​າ
ອີຣ່ານ ແມ່ນ​ມີ​ລາຍ​ມື​ຂອງ​ເຂົາຢູ່​ໃນ​ນັ້ນ.”

ປະ​ທາ​ນາ​ທິບໍ​ດີ​ອີຣ່າ​ນຈະ​ຖະ​ແຫຼງ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ໃນ​ວັນ​ອັງ​ຄານ​ມື້​ອື່ນ​ນີ້
ແລະຈະ​ຈັດ​ກອງ​ປະ​ຊຸມ​ນັກ​ຂ່າວ​ບໍ່​ເທົ່າ​ໃດ​ຊົ່ວ​ໂມ​ງ​ຫຼັງ​ຈາກກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​
ຂອງ​ທ່ານ​ທ​ຣຳ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

ທ່ານ​ຮາ​ຊານ ໂຣ​ຮາ​ນີ ຄາດ​ວ່າ​ຈະ​ຕິ​ຕຽນ​ສະ​ຫະ​ລັດ ໃນ​ການ​ຖອນ​ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​
ເຄ​ລຍ​ປີ 2015 ແລະ​ການ​ຕັດ​ສິນ​ໃຈ​ກັບ​ຄືນ​ວາງ​ມາດ​ຕະ​ການ​ຮ່ວມ​ການລົງ​ໂທດ​ຕໍ່ອີ​ຣ່ານ.

ໃນ​ຄະ​ນະ​ທີ່​ບັນ​ດາ​ຜູ້​ນຳຈະ​ພາ​ກັນ​ປາ​ກົດ​ໂຕ​ຢູ່ນິວຢອກ ຈະ​ມີ​ການ​ຍົກ​ເວັ້ນ​ຈຳ​ນວນ​ນຶ່ງ​ທີ່
​ຮູ້​ກັນ​ດີ. ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານສີ ຈິນ​ຜິງ ຈະ
​ບໍ່​ຮ່ວມ​ຢູ່​ໃນ​ການ​ເຕົ້າ​ໂຮມ​ກັນນີ້. ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣ​ະ​ມັນ ທ່ານ​ນາງ​ແອນ​ເຈີ​ລາ
ແມກ​ເກີ​ລ ກໍຈະ​ບໍ່​ປາ​ກົດ​ໂຕ​ເຊັ່ນ​ກັນ.

ແລະ​ໃນ​ຂະ​ນະ​ທີ່​ອີ​ຣ່ານ ແລະ​ເກົາ​ຫຼີ​ເໜືອ​ອາດ​ເປັນ​ທີ່ຄອບ​ງຳ​ກອງປະຊຸມນັ້ນ ກໍຈະ​ມີ​ການ
​ປະ​ຕິ​ບັດ​ງານ​ຫຼາຍ​ຢ່າງ​ທີ່​ກົດ​ດັນ​ຕໍ່​ບັນ​ຫາ​ໂລກ ຮວມ​ທັງ​ການ​ຄັດ​ແຍ້ງຢູ​ໃນ​ຕາ​ເວັນ​ອອກ​
ກາງ ແລະ​ອາ​ຟ​ຣິ​ກາ ຄວ​າມ​ຮ້ອນອົບເອົ້າ​ຂອງ​ໂລກ ແລະ​ການ​ພັດ​ທະ​ນາຕ່າງໆ.


President Donald Trump will join other world leaders Monday at
the United Nations for their annual meetings. From wars to
climate change, to hunger and disease, there is no shortage of
issues on their agenda. But the U.S. president is likely to steal
much of the spotlight, as many wait to hear what he has to say
about progress on North Korea's denuclearization and other
pressing issues. VOA U.N. correspondent Margaret Besheer
takes a look at what to expect.


President Trump made quite a debut at last year's General
Assembly.


"The United States has great strength and patience, but if it is
forced to defend itself or its allies, we will have no choice but to
totally destroy North Korea. Rocket Man is on a suicide mission
for himself and for his regime."


He stunned leaders used to nuanced diplomacy, and many are wondering what he will do for an encore.

"That was great television. It played incredibly well on U.S.
networks. Trump is not really here to charm other leaders, he is
here to make some headlines with some powerful statements just
before the U.S. midterm elections. So, there will be fire, and there
will be fury."


While his approach was unconventional and not without risk, it
did lead to dialogue.


Many will be watching to gauge Trump's tone on North Korea
during his Tuesday morning address to the assembly. Leader
Kim Jong Un will not be in the audience but will likely be
watching closely from Pyongyang.


Secretary of State Mike Pompeo has also invited his North
Korean counterpart to meet with him in New York. On Thursday, Pompeo will chair a meeting of the U.N. Security Council. He
will brief on how discussions with North Korea are going and
urge countries to keep up the sanctions pressure until Pyongyang
takes concrete steps to denuclearize.


The U.S. holds the rotating presidency of the Security Council,
and President Trump will chair a meeting Wednesday to focus
on nonproliferation. Expect him to talk a lot about Iran.


"Iran continues to be a problem. Every dangerous spot in the
world, Iran seems to have their fingerprints in it."


Iran's president will address the General Assembly on Tuesday|
and hold a news conference just hours after Trump's Security
Council session on Wednesday.


Hassan Rouhani is likely to criticize the U.S. for withdrawing
from the 2015 Iran nuclear deal and its decision to reimpose
unilateral sanctions on Tehran.


While many leaders will be present in New York, there will be
some notable exceptions. Russian President Vladimir Putin and
Chinese President Xi Jinping are skipping the gathering. German Chancellor Angela Merkel will also be a no-show.


And while North Korea and Iran may dominate the headlines,
there will be work on many pressing global issues, including
conflicts in the Middle East and Africa, global warming and
development.

XS
SM
MD
LG