ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

UNESCO ເປັນຫ່ວງນໍາ ສະຖານທີ່ມໍລະດົກໂລກ ທີ່ຖືກໂຈມຕີ ( ວີດິໂອ)


ນາຍົກລັດຖະມົນຕີ Hun Sen ​ຂອງກໍາປູເຈຍ ແລະ ທ່ານນາງ Irina Bokova, ຫົວໜ້າໃຫຍ່ຂອງອົງການ UNESCO ໄປເຖິງ ພິທີເປີດກອງປະຊຸມຄັ້ງທີ 37 ຂອງຄະນະກໍາມະການ ມໍລະດົກໂລກ ຢູ່ນະຄອນຫລວງພະນົມເປັນ, ວັນທີ 16 ມິຖຸນາ 2013.
ນາຍົກລັດຖະມົນຕີ Hun Sen ​ຂອງກໍາປູເຈຍ ແລະ ທ່ານນາງ Irina Bokova, ຫົວໜ້າໃຫຍ່ຂອງອົງການ UNESCO ໄປເຖິງ ພິທີເປີດກອງປະຊຸມຄັ້ງທີ 37 ຂອງຄະນະກໍາມະການ ມໍລະດົກໂລກ ຢູ່ນະຄອນຫລວງພະນົມເປັນ, ວັນທີ 16 ມິຖຸນາ 2013.
ເຈົ້າໜ້າທີ່ອົງການສະຫະປະຊາຊາດເວົ້າວ່າ ສະຖານທີ່ມໍລະ
ດົກທາງວັດທະນາ ທໍາຂອງໂລກ ແມ່ນກໍາລັງຖືກໂຈມຕີຢູ່ໃນ
ແຫ່ງຕ່າງໆ ເຊັ່ນ ໃນຊີເຣຍ, ມາລີ ແລະສາທາລະນະລັດອາ
ຟຣິກາກາງ.

ທ່ານນາງ Irina Bokova ຫົວໜ້າອົງການສຶກສາ, ວິທະຍາສາດ,
ແລະວັດທະນາທໍາ ຂອງ​ສະຫະ​ປະຊາ​ຊາດຫລື UNESCO ໄດ້
ກ່າວ​ເຊ່ນ​ນັ້ນ ຢູ່ໃນພິທີ ເປີດກອງປະຊຸມຂອງກຸ່ມ ໃນວັນອາທິດ
ວານນີ້ ຢູ່ນະຄອນຫລວງພະນົມເປັນຂອງກໍາປູເຈຍຊຶ່ງ​ທ່ານ​ນາງ​
ໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນໃນລະດັບໂລກ ເພື່ອປົກປັກຮັກ
ສາສະຖານທີ່ຕ່າງໆ ທີ່ຕົກຢູ່ໃນການສ່ຽງທີ່​ຈະຖືກທໍາລາຍໂດຍ
ສົງຄາມນັ້ນ. ສະຖານທີ່ເຫລົ່ານີ້ລວມມີບູຮານນະສະຖານຢູ່ໃນນະຄອນຫລວງ
Damascus ແລະ Aleppo ຂອງຊີເຣຍແລະ Timbuktu ຢູ່ມາລີ. ທ່ານນາງເວົ້າວ່າ:

“ທ່ານສຸພາບບຸລຸດ ແລະສຸພາບສະຕີ ແລະເພື່ອນທີ່​ຮັກ​ແພງທັງຫລາຍ ອັງກໍ
ວັດແມ່ນເປັນຫລັກຖານ​ໃຫ້ແກ່ອໍານາດຂອງຄວາມ​ເປັນ​ເອກ​ກະພາບ ແລະ
ຄວາມຕັ້ງ​ໃຈທາງການເມືອງ. ພວກເຮົາຕ້ອງການ ການນໍາພາແບບດຽວກັນ
ໃນທຸກວັນນີ້ ເພື່ອປົກປັກຮັກສາມໍລະດົກວັດທະນາທໍາທີ່ກໍາລັງ ຖືກໂຈມຕີ
ຢູ່ໃນຂົງເຂດຕ່າງ​ໃນທົ່ວໂລກ. ຢູ່ມາລີ, ຊີເຣຍ, ສາທາລະນະລັດອາຟຣິກາ
ກາງ ແລະແຫ່ງອື່ນໆ. ເຫລົ່ານີ້ ແມ່ນສະຖານທີ່ ທີ່ມີຄຸນຄ່າທາງ​ສາກົນ​ທີ່​
ໂດດ​ເດ່​ນ ຊຶ່ງພວກເຮົາຈະຕ້ອງ ພ້ອມກັນປົກປັກຮັກສາມັນ.”


ຄະນະຜູ້ແທນຂອງ UNESCO ຈາກ 121 ປະເທດ ຈະພິຈາລະນາຫລາຍກວ່າ 30
ສະຖານທີ່ ທີ່ມີ​ເງື່ອນ​ໄຂທີ່​ຈະ​ໄດ້​ຖືກ​ປະກາດໃຫ້ເປັນສະຖານທີ່ມໍລະດົກໂລກ ຊຶ່ງຈະຖືກ
ຈັດໃຫ້ຢູ່ໃນການປົກປ້ອງຂອງສາກົນ.

ສະຖານທີ່ເຫລົ່ານີ້ລວມມີເຂດອານຸລັກສັດປ່າ Mount Kenya-Lewa ຢູ່ໃນເຄນຢາ,
ສວນສາທາລະນະແຫ່ງຊາດ Cat Tien ຢູ່ຫວຽດນາມ, ພະລາດຊະວັງ Golestan ຂອງອີຣ່ານ ແລະສວນສາທາລະນະແຫ່ງຊາດ Tajik ຢູ່ໃນ Tajikistan.

​ໃນພິທີເປີດກອງ​ປະຊຸມໃນວັນອາທິດວານນີ້, ຫໍພິພິດທະພັນສິນລະປະຂອງ ເຂດເທດ
ສະບານນະຄອນນິວຢອກ ໄດ້ສົ່ງສິນລະປະອັນລໍ້າຄ່າ ຈາກສັດຕະວັດ ທີ 10 ສອງຢ່າງ
ຄືນໃຫ້ແກ່ກໍາປູເຈຍ. ນາຍົກລັດຖະມົນຕີ Hun Sen ​ໄດ້​ເປັນ​ຜູ້ຮັບເອົາຮູບປັ້ນ Pamdava
ຂອງຊາວຂະເໝນ ທີ່​ຖືກ​ນໍາ​ມາ​ສົ່ງຄືນ​ນັ້ນ. ທ່ານກ່າວວ່າ ການປົກປັກຮັກສາມໍລະດົກ
ຂອງກໍາປູເຈຍ ແມ່ນ​ເປັນສ່ວນສໍາຄັນ ໃນການກໍ່ສ້າງປະເທດຊາດຄືນ ແລະການພັດ
ທະນາເສດຖະກິດ.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:
UNESCO ເປັນຫ່ວງຕໍ່ ສະຖານທີ່ ມໍລະດົກໂລກ
please wait

No media source currently available

0:00 0:00:03 0:00
XS
SM
MD
LG