ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວ​ໜ້າ​ອົງ​ການ UNESCO ສັນ​ຍາ​ ຈະ​ຊ່ວ​ຍ​ບູ​ລະ​ນະສ້າງ​ສາ ສະ​ຖານ​ທີ່​ປະ​ຫວັດ​ສາດ ທີ່​ເສຍ​ຫາຍ


​ຜູ້​ອຳ​ນວຍ​ການ​ອົງ​ການ UNESCO ທ່ານ​ນາງ​ອໍ​ດ​ຣີ ອາ​ຊູ​ລາຍ, ຂວາ, ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ອີ​ຣັກ ທີ່​ນະ​ຄອນ​ຫຼວງ​ແບ​ັກ​ແດດ ເມື່ອ​ວັນ​ທີ 6 ມີ​ນາ 2023.
​ຜູ້​ອຳ​ນວຍ​ການ​ອົງ​ການ UNESCO ທ່ານ​ນາງ​ອໍ​ດ​ຣີ ອາ​ຊູ​ລາຍ, ຂວາ, ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ອີ​ຣັກ ທີ່​ນະ​ຄອນ​ຫຼວງ​ແບ​ັກ​ແດດ ເມື່ອ​ວັນ​ທີ 6 ມີ​ນາ 2023.

ຫົວ​ໜ້າວັດທະ​ນະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫຼື UNESCO ​ສັນ​ຍາ​ທີ່​ຈະ​ສືບ​ຕໍ່​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ສ້ອມ​ແປງ​ແລະ​ບູ​ລະ​ນະ​ສ້າງ​ສາ​ສະ​ຖານ ​ທີ່​ປະ​ຫວັດ​ສາດ​ຕ່າງໆ​ຂອງ​ອີ​ຣັກທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງ​ຄາມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ໃນ​ລະ​ຫວ່າງ​ການ​ເດີນ​ທາງ ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ແບັກ​ແດດ​ ໃນ​ວັນ​ຈັນ​ວານນີ້ ກ່ອນ​ໜ້າ​ວັນ​ຄົບ​ຮອບ 20 ປີ ​ໃນ​ການ​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ອີ​ຣັກ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ອໍ​ດ​ຣີ ອາ​ຊູ​ລາຍ ຫົວ​ໜ້າອົງ​ການ UNESCO ໄດ້​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ຮວມ​ທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ໂມ​ຮຳ​ເໝັດ ເຊຍ ອາ​ລ-ຊູ​ດາ​ນີ. ທ່ານ​ນາງ​ຍັງ​ໄດ້​ໄປ​ຢ້ຽມ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ​ກັບ​ນະ​ຄອນ​ແບັກ​ແດດແລະ​ຫໍ​ພິ​ພິດ​ທ​ະ​ພັນ​ແຫ່ງ​ຊາດ ຊຶ່ງ​ໄດ້​ຖືກ​ປຸ້ນ​ສະ​ດົມ ລຸນ​ຫຼັງ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ​ຂອງ​ສະ​ຫະ​ລັດ. ໂບ​ຮານ​ວັດ​ຖຸ​ຫຼາຍ​ສິບ​ພັນ​ອັນ​ໄດ້​ຖືກ​ລັກ​ຂະ​ໂມຍ​ໄປ​ຈາກ​ຈາກ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ຕ່າງໆ​ໃນ​ທົ່ວ​ປະ​ເທດໃນ​ລະ​ຫວ່າງ​ຊຸມ​ປີ​ທີ່​ເກີດ​ບັນ​ຫາ​ຂັດ​ແຍ້ງ​ຕິດ​ຕາມ​ມາ.

The head of the United Nations cultural agency has promised to continue helping to repair the damage done to Iraq’s historic sites by decades of war. In a visit to Baghdad on Monday ahead of the 20-year anniversary of the U.S. invasion of Iraq, UNESCO chief Audrey Azoulay met with officials including Iraqi Prime Minister Mohammed Shia al-Sudani. She also visited historic neighborhoods in Baghdad and the country’s national museum, which was looted following the U.S. invasion. Tens of thousands of artifacts were stolen from sites around the country during the years of conflict that followed.

XS
SM
MD
LG