ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຄົນຕົກງານ ໃນ ສຫລ ອີກ 4 ລ້ານ 4 ແສນຄົນ ຂໍເອົາເງິນຊົດເຊີຍ ການຫວ່າງງານ


ທ່ານ Binh Pham (ຂວາ) ນັກບິນທະຫານອາກາດຊັ້ນນຶ່ງ ແລະນັກບິນຄົນອື່ນໆ ໃນກອງທັບພິທັກທາງອາກາດ (Air National Guard) ຢູ່ລັດໂອກລາໂຮມາ ພາກັນ ເອົາອາຫານໃສ່ກັບອາຫານຊ່ວຍເຫລືອສຸກເສີນ ຢູ່ຫ້ອງການຂອງອົງການທະນາຄານອາຫານປະຈໍາຂົງເຂດ ໃນວັນທີ 23 ເມສາ, 2020

ຄົນຕົກງານໃນສະຫະລັດອີກ 4 ລ້ານ 4 ແສນຄົນ ໄດ້ຂໍເອົາເງິນຊົດເຊີຍການຫວ່າງງານ ໃນອາທິດແລ້ວນີ້ ໃນຂະນະທີ່ການລະບາດຂອງໄວຣັສໂຄໂຣນາໃນລະດັບໂລກສືບຕໍ່ທໍາລາຍເສດຖະກິດຂອງສະຫະລັດຢູ່ນີ້, ອີງຕາມການລາຍ ງານຂອງກະຊວງແຮງງານ ໃນວັນພະຫັດວານນີ້.

ຈໍານວນຄົນຂໍເງິນຊົດເຊີຍການຫວ່າງງານຫລ້າສຸດໄດ້ເຮັດໃຫ້ຈໍານວນຄົນຂໍເງິນ ດັ່ງກ່າວເພີ້ມຂຶ້ນເປັນ 26 ລ້ານ 5 ແສນຄົນແລ້ວ ເຖິງແມ່ນວ່າ ຈະມີສອງສາມ ລັດກໍາລັງເລີ້ມຫາທາງ ເປີດໃຫ້ທຸລະກິດບາງຢ່າງດໍາເນີນກິດຈະການໄດ້ຄືນອີກ ໃນອາທິດໜ້ານີ້. ແຕ່ວ່າ ຫລາຍລ້ານຄົນອາດຈະຍື່ນຄໍາຮ້ອງຂໍເງິນຊ່ວຍເຫລືອ ໃນ ການຂາດວຽກເຮັດງານທໍາໃນສອງ ສາມອາທິດຂ້າງໜ້ານີ້ ໃນຂະນະທີ່ຜົນ ກະທົບຢ່າງເຕັມ ສ່ວນຂອງໄວຣັສໂຄໂຣນາຕໍ່ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ເກີດຂຶ້ນຢ່າງທົ່ວເຖິງຢູ່ນັ້ນ.

ສະຫະລັດບໍ່ເຄີຍໄດ້ເຫັນອັດຕາຄົນຂາດວຽກເຮັດງານທໍາໃນລະດັບນີ້ຈັກເທື່ອ- ປະມານ 6 ຄົນໃດ ມີຜູ້ຫວ່າງງານຄົນນຶ່ງ- ນັບຕັ້ງແຕ່ສະໄໝວິກິດການທາງ ເສດຖະກິດຄັ້ງໃຫຍ່ ໃນຊຸມປີ 1930 ເປັນຕົ້ນມາ. ລະດັບຂອງການເອົາຄົນ ອອກການໄດ້ກວດລ້າງເອົາການເພີ້ມຂຶ້ນຂອງໜ້າວຽກທີ່ມີມາຕັ້ງແຕ່ຕອນມີເສດຖະກິດຖົດຖອຍໃນປີ 2008 ນັ້ນໄປໝົດເລີຍ.

ບາງບໍລິສັດກໍໄດ້ເອົາຄົນອອກການຢ່າງໄວວາ ໃນກາງເດືອນມີນາຜ່ານມາ ໃນ ຂະນະທີ່ການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ປາກົດໃຫ້ເຫັນແລ້ວນັ້ນ. ແຕ່ ວ່າ ບໍລິສັດອື່ນຫລາຍແຫ່ງ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຈ່າຍເງິນໃຫ້ ກໍາມະ ກອນຢ່າງໜ້ອຍກໍໄປຮອດໄລຍະໃດນຶ່ງ ເຖິງແມ່ນວ່າ ຫລາຍຄົນໃນນັ້ນ ມີວຽກ ເຮັດແຕ່ໜ້ອຍດຽວ ຍ້ອນວ່າລູກຄ້າຂອງເຂົາເຈົ້າພາກັນຢູ່ເຮືອນເພື່ອປ້ອງກັນຕົນ ເອງ ແລະຄອບຄົວບໍ່ໃຫ້ຕິດພະຍາດຢູ່ກໍຕາມ.

ມີບໍລິສັດຈໍານວນນຶ່ງດຽວນີ້ ໄດ້ເອົາພະນັກງານເຫລົ່ານີ້ອອກການເຊັ່ນກັນ ເມື່ອ ຄວາມຮ້າຍແຮງຂອງຄວາມຫຍຸ້ງຍາກທາງເສດຖະກິດຂອງປະເທດໄດ້ເກີດຂຶ້ນ ຢ່າງທົ່ວເຖິງ. ບັນດານັກເສດຖະສາດເວົ້າວ່າ ອັດຕາການຫວ່າງງຂອງສະຫະ ລັດ ໃນປັດຈຸບັນ ອາດຈະເພີ້ມຂຶ້ນຮອດ 20 ເປີເຊັນກໍເປັນໄດ້.

ລັດຖະສະພາສະຫະລັດ ໄດ້ເພີ້ມເງິນຊົດເຊີຍໃນການຫວ່າງງານຫລາຍແບບ ຢ່າງກວ້າງຂວາງ ໂດຍລັດຕ່າງໆໃນຈໍານວນ 600 ໂດລາຕໍ່ອາທິດເປັນເວລາ 4 ເດືອນນັ້ນ ຂຶ້ນຢ່າງຫລວງຫລາຍ. ລັດຕ່າງໆໄດ້ເອົາເງິນຫວ່າງງານຈ່າຍໃຫ້ ພວກທີ່ເສຍວຽກເຮັດງານທໍາໄປໃນຈໍານວນຮອດບໍ່ເທົ່າກັບ ເຄິ່ງນຶ່ງ ເງິນທີ່ເຂົາ ເຈົ້າ ເຄີຍໄດ້ຮັບເລີຍ.

ນັກທໍານາຍບາງຄົນເວົ້າວ່າ ເສດຖະກິດຂອງສະຫະລັດ ຈະຫົດຕົວລົງ ໃນຊ່ວງ ເດືອນເມສາ ຫາມິຖຸນາ ໃນອັດຕາສູງທີ່ສຸດ ນັບແຕ່ສົງຄາມໂລກ ຄັ້ງທີ 2 ສິ້ນ ສຸດລົງເປັນຕົ້ນມາ. ບໍລິສັດຄຣີດິດຊູຊີ (Credit Suisse) ຄາດຄະເນວ່າ ມັນ ຈະຫລຸດລົງ 33.5 ເປີເຊັນ ໂດຍທີ່ທະນາຄານດ້ານການລົງທຶນ ໂກນແມນ ແຊັກສ໌ (Goldman Sachs) ຄາດຄະເນວ່າ ຈະສູງກວ່ານັ້ນໜ້ອຍນຶ່ງ ຄື 34 ເປີເຊັນ ໂດຍທີ່ມີອັດຕາ ຄົນຫວ່າງງານ 15 ເປີເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG