ອະນາຄົດຂອງພວກຊາວໜຸ່ມທີ່ນຳເຂົ້າມາໃນສະຫະລັດໂດຍບໍ່ໄດ້ມີເອກກະສານ
ໃນຂະນະທີ່ຍັງເປັນເດັກນ້ອຍ ຈຳນວນ ເກືອບ 8 ຮ້ອຍພັນຄົນນັ້ນ ແມ່ນຍາກທີ່ຈະ
ທຳນາຍໄດ້ໃນການພິຈາລະນາ ຮ່າງກົດໝາຍ ເປັນຈຳນວນຫຼວງຫຼາຍ ໃນໄລຍະ
ທ້າຍປີຂອງລັດຖະສະພາ ທີ່ອາດຍັງຜົນໃຫ້ປິດລັດຖະບານກໍເປັນໄດ້.
ການໃຫ້ເງິນສະໜັບສະໜູນລັດຖະບານແມ່ນຈະໝົດລົງໃນວັນທີ 8 ທັນວານີ້
ນອກຈາກວ່າລັດຖະສະພາຈະໃຫ້ການອະນຸມັດຕໍ່ງົບປະມານສະບັບໃໝ່ ຫຼືບໍ່
ກໍຕໍ່ອາຍຸງົບປະມານອອກໄປ. ໃນຂະນະທີ່ການເພັ່ງເລັງໃນສັບປະດານີ້ ສ່ວນໃຫຍ່
ແລ້ວ ແມ່ນແນໃສ່ ການອະນຸມັດຕໍ່ຮ່າງກົດໝາຍການຕັດພາສີຂອງສະພາສູງ,
ແຕ່ຮ່າງກົດໝາຍງົບປະມານ ອາດຈະໄດ້ຮັບຜົນກະທົບທີ່ໃຫຍ່ກວ່າ ໃນໄລຍະສັ້ນ.
ສະພາສູງສະຫະລັດ ທີ່ຄວບຄຸມໂດຍພັກຣີພັບບລີກັນນັ້ນບໍ່ ສາມາດຮັບຜ່ານຮ່າງ
ກົດໝາຍດັ່ງກ່າວໄດ້ຕາມລຳພັງ ການລົງຄະແນນສຽງຈາກພັກເດໂມແຄຣັດ
ແມ່ນມີຄວາມຈຳເປັນ.
ແຕ່ທັງສອງສະພາ ຈະລົງຄະແນນສຽງ ໃນຮ່າງກົດໝາຍການໃຊ້ຈ່າຍ ກ່ອນທີ່ມັນຈະມີ
ຜົນບັງຄັບໃຊ້ໄດ້.
ແລະພື້ນຖານຂອງການສົນທະນາກ່ຽວກັບການໃຊ້ຈ່າຍທີ່ເປັນບູລິມມະສິດທັງຫຼາຍນັ້ນ ກໍແມ່ນການຊອກຫາຊ່ອງທາງແກ້ໄຂຢ່າງຖາອນ ໃຫ້ແກ່ໂຄງການປົກປ້ອງພວກເດັກ
ນ້ອຍທີ່ເຂົ້າເມືອງບໍ່ມີເອກກະສານ ຫຼື ດັກການັ້ນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຍົກເລີກມາດຕະການຂອງລັດຖະບານ
ທ່ານໂອບາມາ ໃນຕົ້ນປີນີ້, ໂດຍຮຽກຮ້ອງໃຫ້ລັດຖະສະພາ ຮັບຜ່ານຮ່າງກົດໝາຍເພື່ອ
ທີ່ຈະສາມາດໃຫ້ພວກທີ່ໄດ້ຮັບຜົນປະໂຫຍດຈາກໂຄງການປົກປ້ອງພວກເດັກນ້ອຍ
ທີ່ເຂົ້າເມືອງບໍ່ມີເອກກະສານ ມີຫົນທາງທີ່ຈະໄດ້ຮັບຖານະ ຢ່າງເປັນການຖາວອນ
ໃຫ້ຢູ່ໃນສະຫະລັດ ກ່ອນທີ່ໂຄງການດັ່ງກ່າວຈະໝົດອາຍຸລົງໃນເດືອນມີນາ ປີ 2018
ທີ່ຈະມາເຖິງນີ້.
ໃນຂັ້ນຕົ້ນ ພັກເດໂມແຄຣັດ ໄດ້ຊຸຸກຍູ້ໃນອັນທີ່ເອີ້ນວ່າ “ຄລີນ ດຣີມ ແອັກ” ຊຶ່ງຈະມີ
ການຮັບຜ່ານ ໃນຖານະຮ່າງກົດໝາຍດຽວຕຳລຳພັງ ແຕ່ໃນເມື່ອວ່າ ຍັງມີຄຳຖາມ
ທີ່ເປັນການຖົກຖຽງກັນເລື່ອງຄົນເຂົ້າເມືອງຢ່າງຕໍ່ເນື່ອງຢູ່ນັ້ນ, ຈຶ່ງໄດ້ພະຍາຍາມນຳເອົາ
ຮ່າງກົດໝາຍດັກກາ ໄປຜູກໝັດໃສ່ກັບຮ່າງກົດໝາຍການໃຊ້ຈ່າຍແທນ.
ສະມາຊິກພັກເດໂມແຄຣັດ ບາງທ່ານ ໄດ້ປະຕິຍານທີ່ຈະລົງຄະແນນຄັດຄ້ານຕໍ່ຮ່າງ
ກົດໝາຍງົບປະມານໃດໆກໍຕາມ ທີ່ບໍ່ໄດ້ຮວມເອົາການແກ້ໄຂຕໍ່ໂຄງການດັກກາ
ເຂົ້ານຳໂດຍຂົ່ມຂູ່ວ່າຈະປິດລັດຖະບານ ເວລາທີ່ງົບປະມານໄດ້ໝົດລົງແລ້ວນັ້ນ.
ແຕ່ປະທານສະພາຕ່ຳ ທ່ານພອລ ໄຣເອີນ ໄດ້ກ່າວແລ້ວວ່າ ການແກ້ໄຂຕໍ່ໂຄງການ
ດັກກາຄວນຈະ “ໄດ້ຮັບການພິຈາລະນາ ດ້ວຍຕົວຂອງມັນເອງ” ແລະບໍ່ແມ່ນຮວມຢູ່
ໃນຮ່າງກົດໝາຍການໃຊ້ຈ່າຍທີ່ໃຫຍ່ກວ່ານັ້ນ.