ຄະນະລັດຖະມົນຕີຂອງ ຍີ່ປຸ່ນ ໄດ້ອະນຸມັດແຜນການທີ່ຈະຂາຍເຮືອບິນລົບລຸ້ນໃໝ່ໃນອະນາຄົດໃຫ້ປະເທດອື່ນໆໃນວັນອັງຄານທີ່ຜ່ານມາ, ເຊິ່ງເປັນການກ້າວອອກຈາກກົດເກນຮັກສາສັນຕິພາບຄັ້ງຫຼ້າສຸດຂອງເຂົາເຈົ້າ ທີ່ປະເທດດັ່ງກ່າວໄດ້ຮັບເອົາໃນຕອນສິ້ນສຸດຂອງສົງຄາມໂລກຄັ້ງທີ 2.
ການຕັດສິນໃຈທີ່ເປັນບັນຫາເພື່ອອະນຸຍາດການຂາຍອາວຸດສາກົນດັ່ງກ່າວແມ່ນຄາດວ່າຈະຊ່ວຍຮັບປະກັນບົດບາດຂອງ ຍີ່ປຸ່ນ ໃນໂຄງການນຶ່ງປີທີ່ຈະພັດທະນາເຮືອບິນລົບຊະນິດໃໝ່ຮ່ວມກັນກັບປະເທດ ອິຕາລີ ແລະ ສະຫະຣາຊະອານາຈັກ ອັງກິດ, ແຕ່ມັນກໍເປັນສ່ວນນຶ່ງຂອງການເຄື່ອນໄຫວເພື່ອເສີມສ້າງອຸດສາຫະກຳອາວຸດຂອງ ຍີ່ປຸ່ນ ແລະ ເສີມຂະຫຍາຍບົດບາດຂອງເຂົາເຈົ້າໃນບັນຫາໂລກ.
ສຳລັບເວລານີ້, ລັດຖະບານ ໂຕກຽວ ກ່າວວ່າເຂົາເຈົ້າບໍ່ມີແຜນທີ່ຈະສົ່ງອອກອາວຸດທີ່ອັນຕະລາຍເຖິງຊີວິດໃດທີ່ຖືກພັດທະນາຮ່ວມກັບປະເທດອື່ນນອກຈາກເຮືອບິນລົບໃໝ່, ເຊິ່ງບໍ່ຄາດວ່າຈະເລີ່ມບໍລິການຈົນຮອດປີ 2035.
ຍີ່ປຸ່ນ ແມ່ນໄດ້ຫ້າມການສົ່ງອາວຸດສ່ວນຫຼາຍພາຍໃຕ້ລັດຖະທຳມະນູນຕໍ່ຕ້ານສົງຄາມ, ການໃຊ້ກຳລັງທະຫານ ແລະ ຄວາມຮຸນແຮງຂອງປະເທດ, ແນວໃດກໍຕາມເຂົາເຈົ້າໄດ້ເລີ່ມທີ່ຈະເອົາບາດກ້າວໄປສູ່ການປ່ຽນແປງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນ ແລະ ໂລກ. ໃນປີ 2014, ເຂົາເຈົ້າໄດ້ເລີ່ມທີ່ຈະສົ່ງອອກອຸປະກອນທາງທະຫານທີ່ບໍ່ເປັນອັນຕະລາຍເຖິງຊີວິດ, ແລະ ເມື່ອເດືອນທັນວາທີ່ຜ່ານມາ, ເຂົາເຈົ້າໄດ້ອະນຸມັດການປ່ຽນແປງທີ່ຈະອະນຸຍາດການຂາຍອາວຸດທີ່ເປັນອັນຕະລາຍເຖິງຊີວິດ ແລະ ສ່ວນປະກອບ 80 ຊະນິດທີ່ເຂົາເຈົ້າໄດ້ຜະລິດພາຍໃຕ້ການອະນຸຍາດຈາກປະເທດອື່ນໆກັບໄປໃຫ້ຜູ້ອອກໃບອະນຸຍາດ. ການປ່ຽນແປງດັ່ງກ່າວ, ເຊິ່ງໄດ້ເຮັດໃນເດືອນທັນວາທີ່ຜ່ານມາ, ໄດ້ເປີດທາງໃຫ້ ຍີ່ປຸ່ນ ທີ່ຈະຂາຍລູກສອນໄຟ Patriot ທີ່ຖືກອອກແບບໂດຍ ສະຫະລັດ ໄປໃຫ້ ສະຫະລັດ, ເພື່ອຊ່ວຍເຫຼືອໃນການທົດແທນລູກປືນຕ່າງໆທີ່ ວໍຊິງຕັນ ໄດ້ສົ່ງໄປໃຫ້ ຢູເຄຣນ.
ການຕັດສິນໃຈເຮືອບິນລົບນັ້ນຈະອະນຸຍາດໃຫ້ ຍີ່ປຸ່ນ ສົ່ງອອກອາວຸດທີ່ອັນຕະລາຍເຖິງຊີວິດທີ່ເຂົາເຈົ້າຮ່ວມຜະລິດໄປໃຫ້ປະເທດຕ່າງໆເປັນຄັ້ງທຳອິດ.
ຟໍຣັມສະແດງຄວາມຄິດເຫັນ