ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ຄວາມທີ່ຄົນຂຽນລົງໃນເຟສບຸກອາດ ເຮັດໃຫ້ຮູ້ກ່ຽວກັບການເປັນໂຣກຈິດ ແຕ່ຫົວທີໄດ້


LogOn Facebook Mental Illness -- USAGM
please wait

No media source currently available

0:00 0:01:58 0:00

ຂໍ້ຄວາມທີ່ຂຽນລົງໃນເຟສບຸກ ອາດໃຫ້ຂໍ້ຄິດທີ່ສາມາດຊ່ວຍເປີດເຜີຍໃຫ້ຮູ້ກ່ຽວກັບການເປັນໂຣກຈິດໄດ້ແຕ່ຫົວທີ

ນັກຄົ້ນຄວ້າກຳລັງສຶກສາຂໍ້ຄວາມທີ່ຂຽນລົງໃນເຟສບຸກ ເພື່ອຊອກຫາຂໍ້ຄິດ ທີ່ອາດສາມາດຊ່ວຍເປີດເຜີຍໃຫ້ຮູ້ກ່ຽວກັບການໂຣກຈິດໄດ້ແຕ່ຫົວທີ. Tina Trinh ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອເວົ້າເຖິງສື່ສັງຄົມອອນລາຍແລ້ວ ມັນຄ້າຍກັບວ່າ ວິທີສື່ສານ ແມ່ນຂໍ້ຄວາມ - ຢ່າງໜ້ອຍກໍແມ່ນສຳລັບນັກຈິດຕະແພດເດັກ, ທ່ານ ໄມໂຄ ບີເອີຣນ໌ບອມ (Michael Birnbaum).

ທ່ານ ໄມໂຄ ບີເອີຣນ໌ບອມ (Michael Birnbaum), ຜູ້ຊ່ວຍສາດສະດາຈານຈາກ ສະຖາບັນຟາຍນ໌ສຕາຍນ໌ (Feinstein) ສຳລັບການຄົ້ນຄວ້າທາງການແພດ ກ່າວ ຜ່ານທາງ Skype ວ່າ:
“ສິ່ງທີ່ພວກເຮົາຢາກເຮັດຢູ່ໃນນີ້ ແມ່ນໃຫ້ເຂົ້າໃຈວ່າໂຣກຈິດເປັນແນວໃດ ຢູ່ໃນ ໜ້າຕ່າງໆໃນສື່ສັງຄົມອອນລາຍ.”

ເມື່ອມໍ່ໆມານີ້ ທ່ານບີເອີຣນ໌ບອມ ໄດ້ນຳພາການສຶກສາຄົ້ນຄວ້າ ຢູ່ສະຫະລັດທີ່ໄດ້ກວດເບິ່ງຂໍ້ຄວາມຢູ່ໃນເຟສບຸກຂອງຊາວໜຸ່ມ 223 ຄົນເພື່ອຊອກຫາຂໍ້ຄິດ ທີ່ອາດຈະຊີ້ໃຫ້ເຫັນເຖິງການເປັນໂຣກຈິດໄດ້.

ທ່ານບີເອີຣນ໌ບອມ ກ່າວຜ່ານທາງ Skype ອີກວ່າ:
"ເປົ້າໝາຍສູງສຸດຂອງພວກເຮົາກໍ ຄືການລະບຸໄດ້ແຕ່ຫົວທີ, ການເລີ້ມເຮັດແຕ່ ຫົວທີ ແລະ. . . ມີຄວາມເຂົ້າໃຈດີຂຶ້ນກ່ຽວກັບປັດໄຈສ່ຽງ ທີ່ອາດຈະເຮັດໃຫ້ຜູ້ໃດຜູ້ນຶ່ງ ມີຄວາມສ່ຽງຫລາຍຂຶ້ນ ຕໍ່ການໄປເຂົ້າໂຮງໝໍ.”

ການສຶກສາເບິ່ງຂໍ້ຄວາມຫຼາຍກວ່າ 3 ລ້ານ 4 ແສນອັນ ທີ່ຖືກສົ່ງອອກໃນ 18 ເດືອນ ກ່ອນການເຂົ້າໂຮງໝໍໃນຕົວຈິງ ຂອງຜູ້ເຂົ້າຮ່ວມການຄົ້ນຄວ້າຈໍານວນ ນຶ່ງ ແມ່ນໄດ້ເຫັນຮູບແບບບາງຢ່າງປາກົດຂຶ້ນມາ.

ທ່ານບີເອີຣນ໌ບອມ ອະທິບາຍຜ່ານທາງ Skype ວ່າ:
“ບຸກຄົນທີ່ມີຄວາມຜິດປົກກະຕິທາງດ້ານຈິດຕະວິທະຍາ ມັກຈະໃຊ້ຄໍາຫຍາບຊ້າ ຫລາຍກວ່າ. ມີຄວາມແຕກຕ່າງໃນຈຳນວນເຄື່ອງໝາຍຈໍ້າຈຸດ ທີ່ພວກເຂົາເຈົ້າໃຊ້. ມີຄວາມແຕກຕ່າງໃນການໃຊ້ຄຳເວົ້າແບບໃຊ້ອາລົມໃນແງ່ລົບ.”

ຍັງມີທ່າທາງອີກວ່າ ມັກໃຊ້ຄຳເວົ້າທີ່ສະແດງອອກເຖິງພາບໃນຄວາມນຶກຄິດ ເຊັ່ນ ການໄດ້ຍິນ, ເບິ່ງ ແລະ ຮູ້ສຶກຫລາຍກວ່າ ອີກດ້ວຍ.

ທ່ານບີເອີຣນ໌ບອມ ກ່າວຜ່ານທາງ Skype ເພີ້ມອີກວ່າ:
“ໂດຍທົ່ວໄປແລ້ວ, ພາບໃນຄວາມນຶກຄິດ ແມ່ນສິ່ງທີ່ເຮັດໃຫ້ມີການຜັນຜວນຢູ່ໃນບຸກຄົນທີ່ເປັນໂຣກຈິດ. ພວກເຂົາໄດ້ຍິນສິ່ງທີ່ຄົນອື່ນບໍ່ໄດ້ຍິນ ຫລືບໍ່ ກໍເຫັນແລະຮູ້ສຶກໃນສິ່ງທີ່ຄົນອື່ນບໍ່ເຫັນ ແລະ ຮູ້ສຶກ.”

ເຖິງແມ່ນ ຈະມີຄວາມແຕກຕ່າງເລັກນ້ອຍ ໃນເລື້ອງຂອງຂະໜາດ ແລະສີຂອງຮູບທີ່ອັບໂຫລດໃສ່ໜ້າເຟັສບຸກກໍຕາມ ແຕ່ມັນກໍ່ສາມາດໃຫ້ຂໍ້ຄິດໄດ້.

ທ້າວ ຄຣິສຕຽນ ເຮີເຣີຣາ ກາຕັນ (Christian Herrera Gaton), ຜູ້ເຂົ້າຮ່ວມການສຶກສາຄັ້ງນີ້ ເວົ້າຜ່ານທາງ Skype ວ່າ:
“ຂ້ອຍ ແນ່ນອນ ສັງເກດເຫັນວ່າ ຂ້ອຍໄດ້ສົ່ງຂໍ້ຄວາມໄປຫາຜູ້ຄົນເພີ້ມຂຶ້ນຫລາຍ; ຂ້ອຍໄດ້ຕິດຕໍ່ພົວພັນກັບຄົນເພີ້ມຂຶ້ນຫຼາຍ.”

ທ້າວກາຕັນ ທີ່ໄດ້ຖືກວິນິໄສວ່າ ເປັນໂຣກຈິດແບບໄບໂພລາ ຫລື ຈິດແປປ່ວນ ແມ່ນໃຊ້ສື່ສັງຄົມອອນລາຍ ໃນແບບທີ່ບໍ່ຮູ້ສຶກວ່າ ຜິດປົກກະຕິໄປໝົດທຸກຢ່າງ.

ທ້າວກາຕັນກ່າວຜ່ານທາງ Skype ວ່າ:
"ສື່ສັງຄົມອອນລາຍ ໄດ້ກາຍເປັນວິທີທີ່ງ່າຍຂຶ້ນສຳລັບຂ້ອຍ ທີ່ຈະເຮັດໄດ້ໃນສິ່ງ ເຊັ່ນວ່າ ເອົາສິ່ງທີ່ຂ້ອຍຕ້ອງການໃຫ້ອອກຈາກເອິກຂອງຂ້ອຍອອກໄປໄດ້."

ທ່ານບີເອີຣນ໌ບອມ ກ່າວວ່າ ລໍາພັງແຕ່ຂໍ້ຄວາມທີ່ເວົ້າຢູ່ເຟສບຸກເທົ່ານັ້ນແມ່ນບໍ່ສາມາດຄາດເດົາໄດ້ວ່າ ຄົນເປັນໂຣກຈິດ ຫລືບໍ່, ແຕ່ມັນກໍ່ໃຫ້ຂໍ້ມູນກ່ຽວກັບສະ ພາບທີ່ສຳຄັນ.

ທ່ານບີເອີຣນ໌ບອມ ກ່າວຜ່ານ Skype ຕໍ່ໄປອີກວ່າ:
"ເພື່ອໃຫ້ສາມາດຮູ້ໄດ້ດີຂຶ້ນກວ່າເກົ່າກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນ."

ເຊັ່ນດຽວກັນກັບການກວດເລືອດ ຫລື ການຊ່ອງໄຟຟ້າເປັນປະຈໍາ ການສຶກສາ ເບິ່ງຂໍ້ຄວາມ ແມ່ນວິທີການນຶ່ງສຳລັບຊອກຫາສັນຍານເຕືອນທີ່ອາດຈະ ເຊື່ອງ ຊ້ອນ ຢູ່ໃນການນຳໃຊ້ສື່ສັງຄົມອອນລາຍ ຂອງພວກເຮົາໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

Researchers are studying Facebook messages for clues that could help reveal mental illnesses earlier. Tina Trinh reports.

When it comes to social media, it seems the medium is the message – at least for child psychiatrist Michael Birnbaum.

Michael Birnbaum, Assistant Professor, Feinstein Institutes for Medical Research:
“What we wanted to do here is understand what mental illness looks like
on the pages of social media.”

Birnbaum recently led a study in the U.S. that examined the Facebook messages of 223 young adults for possible clues pointing to mental illness.

Michael Birnbaum, Assistant Professor, Feinstein Institutes for Medical Research:
“Our ultimate goal is early identification, earlier engage ment and . . . a better understanding of risk factors that might put someone at greater risk of being hospitalized.”

Studying over 3.4 million messages sent in the 18 months prior to the actual hospitalization of some of the participants, a few patterns emerged.

Michael Birnbaum, Assistant Professor, Feinstein Institutes for Medical Research:
“individuals with psychiatric disorders were more likely to use swear words.

There were differences in the amount of punctuation that they were using. There were differences in the use of negative emotion words.”

The use of perception words like hear, see and feel was also more likely.

Michael Birnbaum, Assistant Professor, Feinstein Institutes for Medical Research:
“Often, perception is what goes awry in individuals with schizophrenia. They hear things that other people don't hear or see and feel things that other people don't see and feel.”

Even subtle differences in the size and color of uploaded images could provide clues.

Christian Herrera Gaton, study participant:
“I definitely noticed I was messaging people a lot more; I was interacting a lot more.”

Christian Herrera Gaton, who was diagnosed as bipolar, uses social media in a way that doesn’t sound all that unusual.

Christian Herrera Gaton, Study Participant:
“Social media has become an easier way for me to just like, get what I need to get off my chest.”

Birnbaum says Facebook messages on their own can’t predict mental illness, but they do provide important contextual information.
Michael Birnbaum, Assistant Professor, Feinstein Institutes for Medical Research Skype:

“to get a better sense of how things are going.”
Like a routine blood test or x-ray, it’s a way to look for potential warning signs hidden in our social media usage.

XS
SM
MD
LG