ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາຍງານ ສປຊ ກ່ຽວກັບການຕິດເຊື້ອ HIV/AIDS ໃນເຂດເອເຊຍ


ພວກຕິດໂຣກເອດສ໌ຢູ່ໃນເຂດເອເຊຍ
ພວກຕິດໂຣກເອດສ໌ຢູ່ໃນເຂດເອເຊຍ

ລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ໂດຍໂຄງການຮ່ວມຂອງອົງການສະຫະ
ປະຊາຊາດກ່ຽວກັບການຕິດເຊື້ອ HIV ແລະໂຣກເອດສ໌ແຈ້ງວ່າ ການແຜ່ລະບາດຂອງໂຣກ ເອດສ໌ຢູ່ໃນເຂດເອເຊຍແລະຍ່ານມະຫາສະມຸດປາຊີຟິກແມ່ນພວມມາຮອດທາງແຍກທີ່ສຳຄັນ.

ລາຍງານທີວ່ານີ້ໄດ້ມີການນຳອອກເຜີຍແຜ່ຢູ່ທີ່ກອງປະຊຸມນາໆຊາດປີ 2011 ວ່າດ້ວຍໂຣກ
ເອດສ໌ໃນເຂດເອເຊຍແລະຍ່ານມະຫາສະມຸດປາຊີຟິກຊຶ່ງມີຂຶ້ນທີ່ເມືອງ Busan ປະເທດເກົາ
ຫຼີໃຕ້.

ການຄົ້ນຄວ້າພົບວ່າ ມີຜູ້ຄົນໃນຈຳນວນຫຼາຍຂຶ້ນແບບທີ່ບໍ່ເຄີຍມີມາກ່ອນ ໄດ້ເຂົ້າເຖິງການໃຫ້
ບໍລິການກ່ຽວກັບການຕິດເຊື້ອ HIV ໃນທົ່ວພູມີພາກ. ແຕ່ແນວໃດກໍຕາມບັນດາປະເທດສ່ວນ
ໃຫຍ່ຢູ່ໃນຂົງເຂດແມ່ນຍັງຢູ່ຫ່າງໄກຫຼາຍຈາກການບັນລຸເປົ້າໝາຍຂອງສາກົນໃນການປ້ອງກັນ
ການຕິດເຊື້ອ HIV ການປິ່ນປົວ ການຮັກສາເບິ່ງແຍງ ແລະການໃຫ້ຄວາມສະໜັບສະໜຸນ.

ອີງຕາມລາຍງານສະບັບນີ້ແລ້ວ ການລົງທຶນເພື່ອປົກປ້ອງບໍ່ໃຫ້ປະຊາຊົນກຸ່ມສຳຄັນໆຕິດເຊື້ອ
HIV ນັ້ນແມ່ນຍັງບໍ່ພຽງພໍ. ນອກນັ້ນແລ້ວ ການຕັດການໃຫ້ເງິນບໍລິຈາກ ຂອງນາໆຊາດຍັງ
ເປັນໄພຂົ່ມຂູ່ຕໍ່ການສ້າງຄວາມກ້າວໜ້າ ໃນການຮັບມືກັບການລະບາດຂອງໂຣກເອດສ໌ຢູ່ໃນ
ຂົງເຂດນຳດ້ວຍ.

XS
SM
MD
LG