ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີງຕາມ ສປຊ ພວກເດັກນ້ອຍ ໃນເຢເມນ ໄດ້ຮັບຜົນກະທົບ ຈາກບັນຫາຂັດແຍ້ງ "ຢ່າງໂຫດຮ້າຍ" ຕະຫຼອດ ໄລຍະ 5 ປີ


ນາຍແພດທ່ານນຶ່ງ ກຳລັງສັ່ງນ້ຳໜັກ ຂອງເດັກຍິງ ທີ່ຂາດສານອາຫານ ຢູ່ທີ່ສູນກາງຮັກສາ ຄົນຂາດສານອາຫານ ໃນນະຄອນຫຼວງ ຊານາອາ ຂອງເຢເມນ, ວັນທີ 7 ຕູລາ 2018.
ນາຍແພດທ່ານນຶ່ງ ກຳລັງສັ່ງນ້ຳໜັກ ຂອງເດັກຍິງ ທີ່ຂາດສານອາຫານ ຢູ່ທີ່ສູນກາງຮັກສາ ຄົນຂາດສານອາຫານ ໃນນະຄອນຫຼວງ ຊານາອາ ຂອງເຢເມນ, ວັນທີ 7 ຕູລາ 2018.

ອົງການສະຫະປະຊາຊາດ ໄດ້ກ່າວໃນວັນຈັນວານນີ້ ວ່າ ບັນຫາຂັດແຍ້ງ ທີ່ແກ່ຍາວ
ມາໄດ້ 5 ປີແລ້ວ ຢູ່ໃນເຢເມນ ນັ້ນ ໄດ້ສົ່ງຜົນກະທົບ “ຢ່າງຮ້າຍແຮງ” ຕໍ່ພວກເດັກນ້ອຍ
ຢູ່ໃນປະເທດດັ່ງກ່າວ ໂດຍທີ່ໄດ້ເອົາຊີວິດ ພວກເຂົາເຈົ້າໄປແລ້ວ ຫຼາຍພັນຄົນ ໄດ້ເຮັດ
ໃຫ້ພວກເຂົາບາດເຈັບ ແລະໄດ້ເກນເອົາພວກເຂົາໄປສູ້ລົບ ນັບຕັ້ງແຕ່ສົງຄາມໄດ້ເລີ້ມ
ຕົ້ນຂຶ້ນ.

ເຍົາວະຊົນອາຍຸ 17 ປີ ຖືປືນຂອງຜູ້ກ່ຽວ ຢູ່ໃນເຂດພູສູງຂອງເຂື່ອນ ໃນເມືອງ ມາຣີບ ຂອງເຢເມນ, ວັນທີ 30 ກໍລະກົດ 2018.
ເຍົາວະຊົນອາຍຸ 17 ປີ ຖືປືນຂອງຜູ້ກ່ຽວ ຢູ່ໃນເຂດພູສູງຂອງເຂື່ອນ ໃນເມືອງ ມາຣີບ ຂອງເຢເມນ, ວັນທີ 30 ກໍລະກົດ 2018.

“ຜົນກະທົບຂອງບັນຫາຂັດແຍ້ງຕໍ່ພວກເດັກນ້ອຍນີ້ ແມ່ນໂຫດຮ້າຍຫຼາຍ” ນັ້ນແມ່ນ
ຄຳເວົ້າຂອງທ່ານນາງ ເວີຈີເນຍ ແກມບາ ຜູ້ຕາງໜ້າພິ​ເສດ ​ຮັບຜິດຊອບເລື້ອງເດັກ
ແລະ ບັນຫາຂັດແຍ້ງຂອງອົງການສະຫະປະຊາຊາດ ທີ່ໄດ້ກ່າວຕໍ່ ກອງປະຊຸມສະພາ
ຄວາມໝັ້ນຄົງ. ທ່ານນາງກ່າວອີກວ່າ “ທຸກພັກຝ່າຍ ໃນບັນຫາຂັດແຍ້ງນີ້ ໄດ້ກະທຳ
ແລະໄດ້ຕອບໂຕ້ ຊຶ່ງກັນແລະກັນ ດ້ວຍກຳລັງທະຫານ ໃນເຫດການຕ່າງໆທີ່ເກີດຂຶ້ນ
ຊຶ່ງເປັນຜົນເຮັດໃຫ້ມີການນຳໃຊ້ ແລະການລະເມີດ ຕໍ່ພວກເດັກນ້ອຍໃນຫຼາຍຮູບ
ແບບ.”

ນັບຕັ້ງແຕ່ມີການເລີ້ມສັງເກດການ ໃນເດືອນເມສາ ປີ 2013 ຢູ່ໃນເຢເມນເປັນ ຕົ້ນມາ
ກ່ອນໜ້າການຂັດແຍ້ງ ໄດ້ລະເບີດຂຶ້ນເຕັມສ່ວນ ຈົນມາເຖິງທ້າຍປີ 2018 ທ່ານນາງ
ແກມບາ ໄດ້ກ່າວວ່າ ພວກເດັກນ້ອຍ ຫຼາຍກວ່າ 7,500 ຄົນ ໄດ້ຖືກຂ້າຕາຍ ແລະໄດ້ຮັບ
ບາດເຈັບ ຫຼາຍກວ່າ 3,000 ຄົນ ໄດ້ຖືກຢືນຢັນວ່າ ໄດ້ຖືກເກນ ຫຼືຖືກໃຊ້ ໄປສູ້ລົບ ແລະ
ຫຼາຍກວ່າ 800 ກໍລະນີ ຂອງການປະຕິ ເສດບໍ່ໃຫ້ເຂົ້າຫາພວກເດັກນ້ອຍ ທີ່ໄດ້ຖືກລົງ
ທະບຽນ ເພື່ອໃຫ້ການຊ່ອຍເຫຼືອດ້ານມະນຸດສະທຳ.

ພວກຫົວຮຸນແຮງກຸ່ມຮູຕີ ລາດຕະເວນ ຢູ່ຕາມຖະໜົນ ບ່ອນທີ່ ພວກສະໜັບສະໜຸນກຸ່ມຮູຕີ ພາກັນເດີ່ນຂະບວນປະທ້ວງ ຕໍ່ຕ້ານກຸ່ມພັນທະມິດທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນນະຄອນຫຼວງ ໂຮເດດາຂອງເຢເມນ.
ພວກຫົວຮຸນແຮງກຸ່ມຮູຕີ ລາດຕະເວນ ຢູ່ຕາມຖະໜົນ ບ່ອນທີ່ ພວກສະໜັບສະໜຸນກຸ່ມຮູຕີ ພາກັນເດີ່ນຂະບວນປະທ້ວງ ຕໍ່ຕ້ານກຸ່ມພັນທະມິດທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນນະຄອນຫຼວງ ໂຮເດດາຂອງເຢເມນ.

ທ່ານນາງແກມບາ ໄດ້ກ່າວອີກວ່າ ມີລາຍງານວ່າ ພວກເດັກນ້ອຍ ໄດ້ຖືກບັງຄັບໃຫ້
ອອກຈາກໂຮງຮຽນ ບ້ານເດັກກຳພ້າ ແລະຊຸມຊົນຕ່າງໆ ເພື່ອໄປເປັນທະຫານຕໍ່ສູ້ ຢູ່
ສະໜາມລົບ ຮັກສາປ້ອມຍາມແຫ່ງຕ່າງໆ ນຳສົ່ງສຳພາລະ ຫຼືເກັບກຳຂໍ້ມູນລັບ ເປັນຕົ້ນ.

ເມື່ອປີກາຍນີ້ ຫຼາຍກວ່າເຄິ່ງນຶ່ງຂອງພວກເດັກນ້ອຍ ທີ່ໄດ້ຖືກເກນໄປເປັນທະຫານ ແມ່ນ ມີອາຍຸຕ່ຳກວ່າ 15 ປີ. ໃນລະຫວ່າງໄລຍະດັ່ງກ່າວນັ້ນ ອົງການ ສະຫະປະຊາຊາດ ກ່າວ
ວ່າ ຫຼາຍກວ່າ 200 ຄົນໄດ້ຖືກຂ້າຕາຍ ແລະໄດ້ຮັບ ບາດເຈັບ ໃນຂະນະທີ່ຖືກໃຊ້ເປັນ
ທະຫານ ໂດຍແຕ່ລະຝ່າຍ ທີ່ກຳລັງສູ້ລົບກັນ ຢູ່ນັ້ນ.

ທ່ານນາງແກມບາ ໄດ້ຕຳໜິ ອີຣ່ານທີ່ສະໜັບສະໜຸນ ພວກກະບົດຮູຕີ ສຳລັບການເກນ
ເອົາພວກເດັກນ້ອຍໂດຍສ່ວນໃຫຍ່ ຕິດຕາມມາດ້ວຍກຸ່ມຕໍ່ຕ້ານ ລັດຖະບານຂອງ​ປະ
​ຊາ​ຊົນ ກອງທັບຂອງເຢເມນ ແລະ ກຸ່ມອາລ-ກາອີດາ ໃນເຂດແຫຼມອາຣາເບຍ.

“ຈຳນວນຕົວເລກ ທີ່ຂ້າພະເຈົ້ານຳສະເໜີຕໍ່ທ່ານໃນມື້ນີ້ ເປັນພຽງເສດສ້ຽວ ຂອງ
ຄວາມຮຸນແຮງ ທີ່ໄດ້ກະທຳຕໍ່ພວກເດັກນ້ອຍ ຢູ່ໃນເຢເມນ ເທົ່ານັ້ນ”
ນັ້ນແມ່ນຄຳເວົ້າ
ຂອງທ່ານນາງແກມບາ ທີ່ໄດ້ກ່າວຕໍ່ບັນດາສະມາຊິກສະພາ ຄວາມໝັ້ນຄົງສະຫະປະ
ຊາຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG