ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳປະກາດ ສປຊ ວ່າດ້ວຍ ສິດທິ ຂອງ ພວກແມ່ຍິງ


ໃນຮູບທີ່ຖ່າຍເມື່ອວັນພຸດ ທີ 13 ມີນາ 2013 ນີ້ ຊາວບ້ານອິນເດຍ ທີ່ບ້ານ Kasu ໃນລັດ Maharashtra ພວມຍ່າງໄປຕັກນໍ້າ.
ໃນຮູບທີ່ຖ່າຍເມື່ອວັນພຸດ ທີ 13 ມີນາ 2013 ນີ້ ຊາວບ້ານອິນເດຍ ທີ່ບ້ານ Kasu ໃນລັດ Maharashtra ພວມຍ່າງໄປຕັກນໍ້າ.
ບັນດາປະເທດທີ່ນັບຖືສາສະໜາອິສລາມ ແລະປະເທດຕາເວັນ
ຕົກ ສາມາດເອົາຊະນະການມີຄວາມເຫັນຂັດແຍ້ງກັນຢ່າງເລິກ
ເຊິ່ງ ເພື່ອຕົກລົງ ຮັບເອົາຄຳປະກາດ ທີ່ມີຄວາມສຳຄັນປະຫວັດ ສາດຂອງອົງການສະຫະປະຊາຊາດໃນການກຳນົດກົດການປະ ພຶດປະຕິບັດ ເພື່ອປາບປາມການໃຊ້ຄວາມຮຸນແຮງ ຕໍ່ພວກແມ່
ຍິງແລະເດັກນ້ອຍແມ່ຍິງ.

ຫຼາຍໆປະເທດທີ່ນັບຖືສາສະໜາອິສລາມແລະວັງວາຕິກັນໄດ້
ຂໍສະຫງວນທ່າທີກ່ຽວກັບຄຳປະກາດຂອງຄະນະກຳມາທິການ
ອົງການສະຫະປະຊາຊາດວ່າດ້ວຍຖານະຂອງພວກແມ່ຍິງແຕ່ ກໍບໍ່ໄດ້ຂັດຂວາງການຮັບຮອງເອົາ ໃນມື້ວັນສຸກວານນີ້ ຢູ່ທີ່ສຳ ນັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ.

ໃນຂະນະທີ່ຄຳປະກາດຂອງຄະນະກຳມາທິການສະຫະປະຊາ
ຊາດ ເປັນຄຳປະກາດທີ່ບໍ່ມີການຜູກມັດ ແຕ່ພວກນັກການທູດ ແລະນັກເຄື່ອນໄຫວດ້ານສິດທິມະນຸດເວົ້າວ່າມັນມີນໍ້າໜັກໂດຍ ໄດ້ຮັບສຽງສະໜັບສະໜຸນຂອງໂລກພຽງພໍ ທີ່ຈະກົດດັນໃຫ້ປະ
ເທດຕ່າງໆ ປັບປຸງຊີວິດການເປັນຢູ່ຂອງພວກແມ່ຍິງແລະເດັກຍິງໃນປະເທດເຂົາເຈົ້າໃຫ້ ດີຂຶ້ນ.

ຄຳປະກາດດັ່ງກ່າວ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆປະນາມຢ່າງແຂງຂັນຕໍ່ການກໍ່ຄວາມ ຮຸນແຮງໃນທຸກຮູບແບບ ຕໍ່ພວກແມ່ຍິງແລະເດັກນ້ອຍແມ່ຍິງແລະຫຼີກເວັ້ນບໍ່ໃຫ້ອ້າງເອົາ ຂະນົບທຳນຽມໃດໆ ປະເພນີ ຫຼືສາສະໜາ ມາເປັນຂໍ້ແກ້ຕົວ ສຳລັບຫຼີກລ່ຽງພັນທະຂອງ ຕົນເພື່ອລຶບລ້າງການກໍ່ຄວາມຮຸນແຮງຕໍ່ພວກແມ່ຍິງ.

ກ່ຽວຂ້ອງກັນ

XS
SM
MD
LG