ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຕືອນວ່າ ການລະເມີດ ສິດທິມະ​ນຸດ ເປັນໄພຂົ່ມຂູ່ ຕໍ່ຄວາມເຊື່ອຖື ໃນການເລືອກຕັ້ງ ສ​ປ ຄອງ​ໂກ


ຕຳຫຼວດຄອງໂກ ພະຍາຍາມແຍກຍ້າຍ ສະມາຊິກຂອງສະ
ມາຄົມ ສັງຄົມພົນລະເຮືອນ ທີ່ຮ້ອງໂຮຄຳຂວັນຢູ່ ເວລາທຳ
ການປະທ້ວງ ຮຽກຮ້ອງໃຫ້ມີ ການເລືອກຕັ້ງທີ່ເສລີໃນນະຄອນ ກິນຊາຊາ ແຫ່ງສາທາລະນະລັດ ປະຊາທິປະໄຕຄອງໂກ ວັນທີ 19 ກັນຍາ ປີ 2018.
ຕຳຫຼວດຄອງໂກ ພະຍາຍາມແຍກຍ້າຍ ສະມາຊິກຂອງສະ ມາຄົມ ສັງຄົມພົນລະເຮືອນ ທີ່ຮ້ອງໂຮຄຳຂວັນຢູ່ ເວລາທຳ ການປະທ້ວງ ຮຽກຮ້ອງໃຫ້ມີ ການເລືອກຕັ້ງທີ່ເສລີໃນນະຄອນ ກິນຊາຊາ ແຫ່ງສາທາລະນະລັດ ປະຊາທິປະໄຕຄອງໂກ ວັນທີ 19 ກັນຍາ ປີ 2018.

ອົງການສະຫະປະຊາຊາດເຕືອນວ່າ ການລະເມີດສິດທິມະນຸດ ທີ່ທະວີຂຶ້ນ ແລະການ
ຈຳກັດຮັດແຄບສິດທິພົນລະເຮືອນແລະການເມືອງ ຢູ່ໃນສາທາລະນະລັດປະຊາທິປະ
ໄຕຄອງໂກ ພວມເກີດມີຄຳຖາມຂຶ້ນມາວ່າ ການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງ ຈະເປັນໜ້າເຊື່ອຖືໄດ້ສໍ່າໃດ. Lisa Schlein ນັກຂ່າວວີໂອເອ ສົ່ງລາຍງານເລື້ອງນີ້ມາ
ຈາກນະຄອນ ເຈນີວາ ບ່ອນທີ່ສະພາສິດທິມະນຸດ ຈັດກອງປະຊຸມ ສະໄໝວິສາມັນຂຶ້ນ ກ່ຽວກັບສະພາບການ ດີອາຊີ ຊຶ່ງສາລີຈະນຳລາຍລະອຽດ ມາສະເໜີທ່ານ.

ລິງໂດຍກົງ

ອົງການ ສະຫະປະຊາຊາດ ລາຍງານສູ່ຟັງ ກ່ຽວກັບແນວໂນ້ມທີ່ໜ້າຕື່ນຕົກໃຈກ່ຽວກັບ
ຄວາມຮຸນແຮງ ແລະ ມາດຕະການບີບບັງຄັບອິດສະຫຼະພາບ ຂອງປະຊາຊົນໃນການ
ສະແດງອອກ ແລະຄົບຄ້າສະມາຄົມ ຕັ້ງແຕ່ເດືອນ ມິຖຸນາປີ 2017 ເປັນຕົ້ນມາ.

ໃນເວລາພຽງສາມເດືອນ ກ່ອນການເລືອກຕັ້ງປະທານາທິບໍດີີທີ່ມີຄວາມສຳ​ຄັນ ໃນສາ
ທາລະນະລັດປະຊາທິປະໄຕຄອງໂກນັ້ນ ສຳນັກງານຂອງຂ້າຫຼວງໃຫຍ່ ດ້ານສິດທິມະ
ນຸດກໍໃຫ້ຂໍ້ສັງເກດວ່າ ໄດ້ມີການເພີ່ມທະວີຂຶ້ນ 35% ຂອງການ ລະເມີດສິດທິມະນຸດ ທີ່ເຊື່ອມໂຍງ ໃສ່ກັບການຈຳກັດຮັດແຄບ ດ້ານປະຊາທິ ປະໄຕ ທີ່ເຄິ່ງນຶ່ງ ແມ່ນໄດ້ກະ
ທຳຂຶ້ນໂດຍພວກຕຳຫຼວດນັ້ນ.

​ທ່ານນາງ Georgette Gagnon ຜູ້ອຳນວຍການ ຂອງອົງການການຮ່ວມມືໃນ ສະ
ໜາມແລະດ້ານເທັກນິກ ກ່າວວ່າ ການປະທ້ວງຕ່າງໆ ແມ່ນພວມຖືກບັງຄັບໃຫ້ຢຸດເຊົາ. ທ່ານນາງກ່າວວ່າ ພວກຜູ້ນຳຂອງຟ່າຍຄ້ານ ພວກປົກປ້ອງສິດທິ ມະນຸດທັງຫຼາຍ ພວກ
ນັກຂ່າວ ລວມທັງພວກນັກເຄື່ອນໄຫວທັງຫຼາຍ ຕ່າງກໍຖືກ ນາບຂູ່ ແລະໄດ້ຮັບຄວາມ
ຢ້ານກົວ. ທ່ານນາງໃຫ້ຂໍ້ສັງເກດວ່າ ຄວາມຮຸນແຮງ ທັງໝົດເຫຼົ່ານີ້ ແມ່ນມີຄວາມເປັນ
ໄປໃນບັນຍາກາດແບບບໍ່ຢຸດບໍ່ເຊົາ ທັງມີການ ລົງໂທດຢ່າງແຜ່ຫຼາຍນຳ.ທ່ານນາງ​ ກາຍ
ຍົງ ກ່າວວ່າ: The essence of a democratic…“ເນື້ອແທ້ຂອງສັງຄົມປະຊາທິປະໄຕ ແມ່ນນອນຢູ່ໃນຄວາມສາມາດ ຂອງປວງ ຊົນ ໂດຍບໍ່ຈຳກັດວ່າ ພວກເຂົາເຈົ້າຈະສັງກັດ ຢູ່ໃນການເມືອງຟ່າຍໃດ ເພື່ອ ໃຫ້ໄດ້ຊົມໃຊ້ສິດທິ ແລະອິດສະຫຼະພາບ ໂດຍບໍ່ຕ້ອງຢ້ານ
ກົວຕໍ່ການຕອບໂຕ້ ຈາກລັດຖະບານ. ການເຄົາລົບນັບຖືສິດທິມະນຸດ ແມ່ນເປັນເສົາຄໍ້າ
ທີ່ສຳຄັນ ທີ່ຈະບົ່ງບອກ ເຖິງຄວາມໜ້າເຊື່ອຖືຂອງການເລືອກຕັ້ງທີ່ຈະມາເຖິງ.”

ທ່ານນາງ​ ກາຍຍົງ ເຕືອນວ່າ ສະພາບການດ້ານສິດທິມະນຸດ ໃນສາທາລະ ນະລັດປະ
ຊາທິປະໄຕຄອງໂກ ຫຼື ດີອາຊີ ມີທ່າທາງວ່າ ຈະຂີ້ຮ້າຍລົງ ເວລາ ການເລືອກຫຍັບໄກ້
ເຂົ້າມາເຖິງຢູ່ນີ້. ທ່ານນາງຮຽກຮ້ອງໃຫ້ລັດຖະບານດ່ັງກ່າວ ຈົ່ງຕ່າວປີ້ນແນວໂນ້ມທີ່
ສ້າງຄວາມກັງວົນເປັນຫ່ວງທີ່ວ່ານີ້.

ທ່ານນາງ Marie-Ange Mushobekwa Likulia ລັດຖະມົນຕີ ກະຊວງ ສິດທິມະ
ນຸດ ດີອາຊີ ເຫັນດີເຫັນພ້ອມວ່າ ປະເທດຂອງທ່ານນາງ ຈະຕ້ອງໄດ້ທຳຄວາມພະຍາ
ຍາມໄປຫຼາຍກວ່ານີ້ ເພື່ອປົກປ້ອງຄຸ້ມຄອງ ສິດ ທິມະນຸດ. ແຕ່ທ່ານນາງກໍກ່າວວ່າ ໄດ້
ມີຄວາມກ້າວໜ້າຫຼາຍແລ້ວ.

ທ່ານນາງກ່າວວ່າ ການເລືອກຕັ້ງໃນວັນທີ 23 ເດືອນທັນວານີ້ ຈະເສລີ ມີຄວາມເຊື່ອ
ຖືໄດ້ ມີຄວາມໂປ່ງໄສ ແລະປາສະຈາກການແຊກ ແຊງຈາກພາຍນອກ ໂດຍເວົ້າ
ເພີ່ມໃສ່ວ່າ ຂໍ້ຈຳກັດຮັດແຄບຕໍ່ການປະທ້ວງ ຂອງປວງຊົນ ແມ່ນໄດ້ຖືກຍົກເລີກແລ້ວ
ແຕ່ສາມເດືອນກ່ອນ ສຳລັບພັກ ການເມືອງທຸກຟ່າຍ.

ທ່ານນາງໄດ້ໃຫ້ຂໍ້ສັງເກດວ່າ ນີ້ເປັນເທື່ອທຳອິດນັບຕັ້ງແຕ່ ສາທາລະນະລັດປະ​ຊາ​ທິ
​ປະ​ໄຕຄອງໂກ ໄດ້ຮັບເອກະລາດເປັນຕົ້ນມາ ເມື່ອ 58 ປີກ່ອນ ລັດຖະບານແມ່ນ​ຈະ​ມີ
​ການ​ໂອນອຳນາດແບບປະຊາທິປະໄຕ. ທ່ານນາງເອີ້ນ ມັນວ່າເປັນຜົນສຳເລັດຄັ້ງປະ
ຫັວດການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG