ການຂະຫຍາຍຕົວທີ່ບໍ່ມີການກວດກາຂອງກຸ່ມທຸລະກິດທີ່ເຮັດແບບຕາມໃຈ ແລະ ກາຊີໂນ ທັງຢູ່ໃນ ແລະຢູ່ເຂດອ້ອມແອ້ມລາວ ແມ່ນເປັນການເປີດທາງເລືອກໃໝ່ ໃນການຟອກເງິນ ແລະການຄ້າຢາເສບຕິດ ຂອງເຄືອຂ່າຍກໍ່ອາດຊະຍາກຳທີ່ນຳໃຊ້ປະເທດດັ່ງກ່າວ ເພື່ອຊຸກຍູ້ໃຫ້ມີປະລິມານຢາເສບຕິດແຜ່ ລາມໄປທົ່ວຂົງເຂດເອເຊຍ, ນັ້ນຄືຄຳເຕືອນຂອງອົງການສະຫະປະຊາຊາດ. ປີເຕີ້ ຊອມບໍ (Peter Zsombor) ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ຂະນະທີ່ຈີນແລະໄທເຂັ້ມງວດການກວດກາ ຢູ່ຊາຍແດນຂອງເຂົາເຈົ້າທີ່ຕິດກັບມຽນມາ, ຫ້ອງການຢາເສບຕິດ ແລະອາຊະຍາກຳຂອງສະຫະປະຊາຊາດ ຫລື UNODC ກ່າວວ່າ ກຸ່ມແກັ່ງຂ້າມຊາດ ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງມຽນມາທີ່ບໍ່ຖືກກົດໝາຍ ໄດ້ລັກລອບຂົນສົ່ງຢາບ້າຫຼື methamphetamine ຜ່ານປະເທດລາວຫລາຍຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ.
ໃນການໂອ້ລົມກັບVOAຫວ່າງມໍ່ໆມານີ້, ອົງການ UNODC ກ່າວວ່າ ເຂດເສດຖະກິດພິເສດ ທີ່ມີລະບຽບຜ່ອນຜັນເພື່ອດຶງດູດເອົານັກລົງທຶນຕ່າງປະເທດ ແລະໂຮງກາຊີໂນ ທີ່ເຮັດໃຫ້ເຂົາເຈົ້າຍຶດໝັ້ນຢູ່ທີ່ນັ້ນ ຍັງກາຍເປັນສູນກາງການຄ້າມະນຸດ ແລະການຟອກເງິນທີ່ສຳຄັນຂອງເຄືອຂ່າຍອາດຊະຍາກຳ ທີ່ເຮັດໃຫ້ບັນດາປະເທດແມ່ນໍ້າຂອງ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເປັນບ້ານຢູ່ຂອງພວກມັນ.
ອົງການດັ່ງກ່າວໄດ້ນັບເບິ່ງວ່າ ມີກາຊີໂນຫຼາຍກວ່າ 140 ແຫ່ງແລະມີເຂດເສດ ຖະກິດພິເສດ ຫລື SEZ 128 ແຫ່ງໃນທົ່ວຂົງເຂດນັ້ນ. ມີຈຳນວນໜ້ອຍນຶ່ງທີ່ເປັນໜ້າວິຕົກ ຫຼາຍກວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເອົາຊື່ມາຈາກບ່ອນທີ່ຖືກຜັກດັນໂດຍການກໍ່ອາດຊະຍາກຳ ທີ່ມີຊາຍແດນລາວ, ມຽນມາ ແລະໄທມາບັນຈົບຄົບກັນນັ້ນ. ໂດຍມີເນື້ອທີ່ 10,000 ເຮັກຕາ ຕັ້ງຢູ່ທາງພາກຕາ ເວັນຕົກສຽງເໜືອຂອງລາວ ມັນຖືກດໍາເນີນງານຢ່າງມີປະສິດທິຜົນໂດຍຄົນສັນຊາດຈີນ, ທ່ານຊາວ ເຫວ (Zhao Wei), ຜູ້ທີ່ເປັນເຈົ້າຂອງກາສິໂນ Kings Romans ທີ່ເປັນໃຈກາງຂອງເຂດນັ້ນ.
“ມີເຂດ SEZ ຫລາຍແຫ່ງແລະເຂດປົກຄອງຕົນເອງທີ່ມີບັນຫາດ້ານຄວາມໝັ້ນ ຄົງ ແລະການກໍ່ອາດຊະຍາກຳຢູ່ທົ່ວເຂດແມ່ນໍ້າຂອງ, ແຕ່ເຂດເສດຖະກິດສາມຫຼ່ຽມຄຳ ຫລື GT SEZ ແມ່ນນຶ່ງໃນບັນດາເຂດເສດຖະກິດພິເສດທີ່ເກີດດອກອອກຜົນແລະມີຊື່ສຽງທີ່ສຸດ, ທ່ານຊາວ ເຫວ (Zhao Wei) ແລະກຸ່ມຂອງລາວ ແມ່ນເຫັນໄດ້ຢ່າງຊັດເຈນເລີຍວ່າ ໄດ້ຮັບຜົນປະໂຫຍດທາງການເງິນຫຼາຍແລະ ສາມາດເຄື່ອນຍ້າຍເງິນໄດ້ ເຖິງແມ່ນວ່າຈະມີການລົງໂທດກໍ່ຕາມ,” ນັ້ນຄືຄຳເວົ້າຂອງທ່ານເຈເຣມີ ດັກກລັສ (Jeremy Douglas), ຜູ້ຕາງໜ້າຂອງ UNODC ປະຈຳພາກພື້ນ ທີ່ກ່າວຕໍ່ວີໂອເອ.
ກະຊວງການເງິນສະຫະລັດໄດ້ລົງໂທດທ່ານຊາວ (Zhao) ແລະບໍລິສັດຂອງລາວໃນປີ 2018 ໂດຍເອົາລາວເປັນຫົວໃຈຂອງເຄືອຂ່າຍກໍ່ອາຊະຍາກຳຂ້າມຊາດ ທີ່ຟອກເງິນຜ່ານເຂດເສດຖະກິດຂອງພວກພໍ່ຄ້າຢາເສບຕິດຂອງມຽນມາ ໃນຂະນະທີ່ລັກລອບເຮັດການຄ້າທຸກຢ່າງ ນັບຕັ້ງແຕ່ຢາເສບຕິດ ໄປຮອດຄົນ ແລະສັດປ່າ.
ວີໂອເອບໍ່ສາມາດຕິດຕໍ່ຫາທ່ານຊາວ (Zhao) ໄດ້ ແຕ່ທ່ານກໍໄດ້ເອີ້ນການກ່າວຫາດັ່ງກ່າວວ່າ ບໍ່ມີມູນຄວາມຈິງຢູ່ໃນການໃຫ້ສໍາພາດຕໍ່ສື່ມວນຊົນ ໃນທີ່ໄລຍະຜ່ານມາ. ທັງເຂດສາມຫລ່ຽມຄຳ ແລະໂຄສົກລັດຖະບານລາວ ກໍບໍ່ໄດ້ຕອບຄຳຮ້ອງຂໍຄຳເຫັນຂອງວີໂອເອເລີຍ.
ເຖິງແມ່ນວ່າ ອານາຈັກທຸລະກິດຂອງທ່ານຊາວ ຍັງສືບຕໍ່ຂະຫຍາຍຕົວ ແລະມີບ່ອນຫຼິ້ນການພະນັນ ພ້ອມທັງໂຄງການເສດຖະກິດຕ່າງໆໃນທົ່ວປະເທດລາວກຳລັງມີການກໍ່ສ້າງ, ອົງການ UNODC ມີຄວາມກັງວົນວ່າ ປະເທດນ້ອຍໆ ບໍ່ມີທາງອອກສູ່ທະເລແຫ່ງນີ້ ຈະມີບົດບາດໃນການຂະຫຍາຍໂຕຫຼາຍຂຶ້ນ ກ່ຽວກັບການຄ້າມະນຸດ ແລະການຟອກເງິນ ຢູ່ໃນຂົງເຂດດັ່ງກ່າວ.
ກຸ່ມດອກງິ້ວຄໍາຂອງ ທ່ານຊາວ ທີ່ບໍ່ຢ້ານກົວຕໍ່ການລົງໂທດທາງດ້ານເສດຖະ ກິດໃດໆ ກໍາລັງເອົາໃຈໃສ່ ຕໍ່ການກໍ່ສ້າງສະໜາມບິນສາກົນ ທີ່ຕັ້ງຢູ່ທາງທິດ ຕາເວັນອອກຂອງບໍລິເວນສາມຫຽ່ມຄໍາ ເຊິ່ງເປັນການຮ່ວມທຶນກັບລັດຖະບານລາວ. ທ່າເຮືອມູນຄ່າ 50 ລ້ານໂດລາ ຈະໃຊ້ສໍາລັບບໍລິການການຂົນສົ່ງທາງເຮືອໃນເຂດລຸ່ມແມ່ນໍ້າຂອງລະຫວ່າງໄປຈີນ ແລະມາຈາກຈີນ ໂດຍເປັນການເອື້ອອໍານວຍຂອງບໍລິສັດການຄ້າ Osiano ຊຶ່ງເປັນອີກບໍລິສັດນຶ່ງ, ທີ່ເຈົ້າໜ້າທີ່ທ້ອງຖິ່ນກ່າວຕໍ່ວິທະຍຸເອເຊຍເສລີໃນປີ 2020 ວ່າ ທ່ານຊາວເປັນເຈົ້າຂອງ.
Osiano ຍັງໄດ້ພັດທະນາ ໃນສິ່ງທີ່ຮ້ອງວ່າ “ສວນວັດທະນະທໍາ” ມູນຄ່າ 1 ຕື້ໂດລາໃນເວັບໄຊທ໌ຂອງບໍລິສັດສາຂາ, ຢູ່ບໍລິເວນນອກເມືອງນະຄອນຫຼວງວຽງຈັນຂອງປະເທດລາວ, ໂດຍມີລັກສະນະເປັນໝູ່ບ້ານພື້ນເມືອງ, ສວນສະໜຸກ ແລະສະຖານທີ່ສໍາລັບຫຼິ້ນການພະນັນ. ທ່ານຊາວ ແລະທີມຂອງລາວ ຍັງໄດ້ເປີດເຜີຍການຢ້ຽມຢາມຂົງເຂດທາງພາກເໜືອ ແລະພາກໃຕ້ຂອງລາວໃນຊ່ວງບໍ່ເທົ່າໃດປີມານີ້ ເພື່ອຊອກຫາດິນເພີ້ມເຕີມ ເຂົ້າໃນໂຄງການພັດທະນາຕ່າງໆ. ໃນຂະນະທີ່ ສຽວ ໄຫວ, ເຊິ່ງເປັນຊື່ປອມ ທີ່ໄດ້ຈົດເຂົ້າໃນລາຍຊື່ຂອງກະຊວງການເງິນສະຫະລັດ, ທ່ານຊາວ ຍັງມີຊື່ເປັນຜູ້ອໍານວຍການຮ່ວມຢູ່ໃນໂຄງການຕ່າງໆທີ່ໄດ້ຮັບອະນຸມັດດິນສໍາລັບສ້າງເກາະຕາກອາກາດຢູ່ໃນປະເທດກໍາປູເຈຍ ໂດຍເຮັດໃຫ້ລາວໄດ້ຮັບສັນຊາດຊາວກໍາປູເຈຍເມື່ອປີ 2018, ອີງຕາມພະຣາຊະໂອງການ ຂອງຣາດຊະອານາຈັກກໍາປູເຈຍ ເຊິ່ງ VOA ໄດ້ເຫັນນັ້ນ.
ອົງການ UNODC ມີຄວາມສົງໄສວ່າ ບໍລິເວນຂົງເຂດສາມຫຼ່ຽມຄໍາໄດ້ຮັບການພັດທະນາ ຈາກຜົນກໍາໄລ ຂອງການຟອກເງິນຢາເສບຕິດ, ແລະກ່າວວ່າ ການຂະຫຍາຍແຜນການຕ່າງໆ ຂອງທ່ານຊາວ ຢູ່ບ່ອນນັ້ນແລະແຫ່ງອື່ນໆ ຈະເປັນການສ້າງໂອກາດອັນໃໝ່ ໃຫ້ແກ່ການຟອກເງິນໄດ້ຫຼາຍຂຶ້ນຕື່ມ. ທາງອົງການມີຄວາມກັງວົນວ່າ ທ່າເຮືອ ແລະສາງເກັບເຄື່ອງທີ່ລາວສ້າງຂຶ້ນມາທີ່ຫ່າງອອກໄປທາງທິດເໜືອຂອງບໍລິເວນດັ່ງກ່າວພຽງໜ້ອຍດຽວ ໂດຍຢູ່ກົງກັນຂ້າມກັບປະ ເທດມຽນມາທີ່ຢູ່ຟາກແມ່ນໍ້າຂອງໃນບໍລິເວນສາມຫຼ່ຽມຄໍາ ຈະເປັນທາງເລືອກທີ່ດີສໍາລັບຈັດເກັບຢາເສບຕິດ ແລະລັກລອບສົ່ງຂາຍຢາດັ່ງກ່າວ ໄປທົ່ວພູມິພາກເອເຊຍຕາເວັນອອກສຽງໃຕ້, ພ້ອມກັນນັ້ນກໍຈະເປີດເສັ້ນທາງການຂົນສົ່ງຂອງພວກເຂົາເຈົ້າ ໄປຮອດປະເທດອອສເຕຣເລຍ ແລະຍີ່ປຸ່ນນໍາອີກດ້ວຍ.
ພາກສ່ວນອື່ນໆກໍມີຄວາມກັງວົນເຊັ່ນດຽວກັນ. ທ່ານເຂັມມະຣິນ ຫັສສິຣິ, ຜູ້ບັນຊາການ ກົມການຕ່າງປະເທດ ຕໍາຫຼວດຂອງຣາດຊະອານາຈັກໄທ ກ່າວ ວ່າ ປະເທດໄທກໍຍັງມີຄວາມເຊື່ອວ່າ ການເຕີບໃຫຍ່ຂະຫຍາຍໂຕຂອງລະບົບເສດຖະກິດ ແລະເມືອງການພະນັນຢູ່ໃນຂົງເຂດເສດຖະກິດພິເສດ ທີ່ມີຊາຍແດນຕິດກັບລາວ ແລະມຽນມາ ອາດຈະເຮັດໃຫ້ເກີດມີອາຊະຍາກໍາຫຼາຍຂຶ້ນ. ຢາບ້າທີ່ຂົນສົ່ງອອກມາຈາກປະເທດເພື່ອນບ້ານ ເຂົ້າມາໃນໄທຢ່າງຫຼວງຫຼາຍ ແລະໃຊ້ໄທເພື່ອເປັນທາງຜ່ານ.
ທ່ານກ່າວກັບ VOA ວ່າ “ຖ້າມີສິ່ງອໍານວຍຄວາມສະດວກໃນການດໍາເນີນງານທີ່ບໍ່ຖືກຕ້ອງຕາມກົດໝາຍ, ໂດຍສະເພາະແມ່ນການລັກລອບຄ້າຂາຍຢາເສບຕິດ, ພວກເຮົາຈະເອົາເລື້ອງນີ້ມາເປັນວາລະສໍາຄັນຂອງການປະຊຸມ.”
“ທີ່ຜ່ານມາ ພວກມັນເປັນພື້ນທີ່ທີ່ມີຊື່ສຽງທີ່ສຸດສໍາລັບການລັກລອບຄ້າຂາຍຢາເສບຕິດ,” ທ່ານກ່າວກ່ຽວກັບບໍລິເວນຊາຍແດນ ແລະເຂດເສດຖະກິດພິເສດຂອງພວກເຂົາ. “ແຕ່ໃນປັດຈຸບັນນີ້ ພວກເຂົາມີທຸກຢ່າງ, ພວກເຂົາມີຢາເສບ ຕິດ, ພວກເຂົາມີການຄ້າມະນຸດ, ພວກເຂົາມີການສື່ສານທີ່ຕົວະຍົວະ, ແລະພວກເຂົາກໍມີການພະນັນແບບອອນລາຍ.”
ກາສິໂນຢູ່ໃນບໍລິເວນເຂດຊາຍແດນ ໄດ້ດຶງດູດເອົາບັນດານັກການພະນັນມາເປັນເວລາຫຼາຍທົດສະວັດ ໂດຍສະເພາະແມ່ນນັກພະນັນຈາກປະເທດຈີນ ທີ່ການພະນັນສ່ວນຫຼາຍ ໄດ້ຖືກຍົກເລີກ. ການປິດຊາຍແດນ ແລະຂໍ້ຈໍາກັດໃນການເດີນທາງເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ລະບົບຂັ້ນພື້ນຖານຂອງພວກເຂົາຫຼຸດລົງມາໃນທັນທີ, ແລະສົ່ງຜົນຜັກດັນໃຫ້ມີລະບົບການພະນັນອອນລາຍ ທາງເວັບໄຊທ໌ເພື່ອທົດແທນ.
ທ່ານເຂັມມະຣິນ ກ່າວວ່າ ຈໍານວນຂອງເວັບໄຊທ໌ແມ່ນແນເປົ້າໝາຍໃສ່ທັງຄົນໄທທີ່ຢູ່ພາຍໃນປະເທດ ແລະຕ່າງປະເທດ ເຊິ່ງເພີ້ມຂຶ້ນຫຼາຍກວ່າສອງເທົ່ານັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ເລີ້ມຕົ້ນຂຶ້ນ. ອົງການ UNODC ກ່າວວ່າ ຈໍານວນເວັບໄຊທ໌ໃນປະເທດໄທ ທີ່ການພະນັນສ່ວນຫຼາຍໄດ້ຖືກຫ້າມ ແມ່ນເພີ້ມຂຶ້ນຢ່າງໄວວາຈາກ 240 ເວັບໄຊທ໌ຫາ 558 ເວັບໄຊທ໌ ໃນລະຫວ່າງປີ 2019 ຫາປີ 2021.
ທັງອົງການສະຫະປະຊາຊາດ ແລະເຈົ້າໜ້າທີ່ຕໍາຫຼວດຂອງໄທກ່າວວ່າ ຍັງເປັນການເປີດປະຕູ ສູ່ການເຄື່ອນໄຫວທາງອາຊະຍາກໍາຫຼາຍຂຶ້ນອີກດ້ວຍ.
ທ່ານ ດັກກລັສ ກ່າວວ່າ “ກາສິໂນເປັນສະຖານທີ່ສໍາລັບການເຄື່ອນໄຫວຕ່າງໆ ແລະການລັກລອບເງິນ ທີ່ດີທີ່ສຸດ, ແລະຍິ່ງເປັນການດີກວ່າເກົ່າ ຖ້າພວກມັນຫາກເປັນກາສິໂນແບບດັ້ງເດີມທີ່ນັກການພະນັນທໍາມະດາສາມັນ ແລະນັກການພະນັນໃນແບບ VIP ສາມາດເຂົ້າໄປຫຼິ້ນທາງອອນລາຍໄດ້ຄືກັນ.” ທ່ານຍັງໄດ້ກ່າວເພີ້ມເຕີມອີກວ່າ “ພວກມັນເປັນທີ່ຮູ້ຈັກດີໃນການເຄື່ອນໄຫວທາງການເງິນທີ່ບໍ່ສາມາດອະທິບາຍໄດ້, ແລະລະບົບອອນລາຍ ພວກມັນສາມາດດໍາເນີນການດ້ວຍລະບົບການເງິນທີ່ບໍ່ສາມາດລະບຸການຊໍາລະໄດ້, ລະບົບສະກຸນເງິນຄຣິບໂຕ, ແລະທັງໝົດນັ້ນ ພວກເຂົາສາມາດປະສົມປະສານ ແລະເຮັດໃຫ້ກາຍມາເປັນເງິນທີ່ຖືກຕ້ອງຕາມກົດໝາຍ ໄດ້ແບບໄວວາຢ່າງໜ້າເຫຼືອເຊື່ອ.”
ບົດລາຍງານໃໝ່ໃນຊ່ວງເດືອນທີ່ຜ່ານມາ ເປີດເຜີຍວ່າ ລັດຖະບານລາວໄດ້ໃຫ້ອະນຸຍາດແກ່ບໍລິສັດເອກະຊົນ ເຊິ່ງມີຊື່ວ່າ Offshore Gaming Authority ມີອໍານາດໃນການອອກໃບອະນຸຍາດເວັບໄຊທ໌ພະນັນອອນລາຍໃນປະເທດລາວ ອັນໄດ້ເພີ້ມຄວາມກັງວົນຫຼາຍຂຶ້ນ ເນື່ອງຈາກປະຊາຊົນລາວ ຖືກຫ້າມບໍ່ໃຫ້ຫຼິ້ນການພະນັນຢູ່ໃນປະເທດລາວ, ເວັບໄຊທ໌ຕ່າງໆເຫຼົ່ານັ້ນ ແມ່ນຈະແນເປົ້າໝາຍໃສ່ຄົນຕ່າງປະເທດ.
ທ່ານເຂັມມະຣິນ ກ່າວວ່າ ບໍລິສັດຕ່າງໆເຫຼົ່ານັ້ນ “ຈະເປັນໄພຄຸກຄາມຕໍ່ປະຊາ ຊົນໄທ,” ເຊິ່ງໄດ້ເຮັດໃຫ້ລັດຖະບານໄທມີ “ຄວາມກັງວົນຫຼາຍທີ່ສຸດ” ກ່ຽວກັບບັນຫານີ້, ແລະຈະຍົກບັນຫາຕ່າງໆທີ່ກ່າວມາກັບລັດຖະບານຂອງລາວໃນໄວໆນີ້.
ເມືອງກາສິໂນຂອງພູມິພາກແມ່ນໍ້າຂອງ ຍັງໄດ້ກາຍມາເປັນແຫຼ່ງກໍາເນີດດ້ານ ການ ຄ້າມະນຸດ, ໂດຍເຄືອຂ່າຍອາຊະຍາກໍາທີ່ລໍ້ລວງ ຫຼືລັກລອບນໍາເຂົ້າບັນ ດາຍິງສາວ ແລະຊາຍໜຸ່ມຂ້າມຊາຍແດນ ດ້ວຍຄໍາສັນຍາວ່າຈະໄດ້ຄ່າຈ້າງໃນການເຮັດວຽກຢູ່ໃນກາສິໂນທີ່ດີ, ຈາກນັ້ນ ກໍຂັງພວກເຂົາເຈົ້າໄວ້ໃນທີ່ເປັນຄືຄຸກ ເພື່ອໃຫ້ພວກເຂົາເຈົ້າດໍາເນີນການຕົວະຍົວະ ໂດຍແນເປົ້າໝາຍໃສ່ ບັນດາປະ ເທດຕ່າງໆ.
ກໍາປູເຈຍ ໄດ້ກາຍມາເປັນສູນກາງຫຼ້າສຸດ ຂອງແຜນການດັ່ງກ່າວ. ດ້ວຍການປາບປາມການພະນັນທາງອອນລາຍຂອງປະເທດດັ່ງກ່າວດ້ວຍຕົນເອງ, ຢ່າງ ໃດກໍຕາມ ອົງການ UNODC ເປີດເຜີຍວ່າ ເຈົ້າໜ້າທີ່ປະຕິບັດງານຂອງພວກເຂົາ ອາດຈະເລີ້ມຍ້າຍໄປຕໍ່ທີ່ປະເທດລາວ.
ທ່ານຢົດສົນ ເຣືອງສຸນງາມສິຣິ (Yosson Ruangsunngamsiri), ເຈົ້າໜ້າທີ່ກ່ຽວກັບການຄ້າມະນຸດ ຈາກກົມສືບສວນພິເສດຂອງໄທ, ເຊິ່ງກ່ຽວຂ້ອງກັບອາຊະຍາກໍາຂ້າມຊາດ ບອກກັບ VOA ວ່າ ໄດ້ມີການຄ້າມະນຸດເພີ້ມຂຶ້ນຈາກ ໄທ ໄປ ລາວ. ລັດຖະບານຂອງໄທ ໄດ້ເຜີຍແຜ່ບັນຫາດັ່ງກ່າວ ຕໍ່ສາທາລະນະ ໃນເດືອນມີນາ ທີ່ຜ່ານມາ, ໂດຍຮຽກຮ້ອງໃຫ້ປະຊາຊົນຢ່າຮັບເອົາວຽກທີ່ບໍ່ປົກກະຕິຢູ່ທີ່ຂົງເຂດສາມຫຼ່ຽມຄໍາເປັນກໍລະນີສະເພາະ. ທ່ານເຂັມມະຣິນກ່າວວ່າ ທາງການໄທ ກໍາລັງດໍາເນີນການສືບສວນສອບສວນສະຖານທີ່ຢູ່ໃນຂົງເຂດດັ່ງກ່າວ ແລະມີຄວາມເຊື່ອວ່າ ມີການລັກລອບຄ້າຄົນໄທເຂົ້າໄປໃນຂົງເຂດແຫ່ງນັ້ນເພື່ອການຫຼອກລວງທາງອອນລາຍ ແລະສົ່ງຜົນປະໂຫຍດຕ່າງໆໄປປະເທດມຽນມາ.
ອົງການ UNODC ໄດ້ຮຽກຮ້ອງໃຫ້ລັດຖະບານ ຈົ່ງເອົາໃຈໃສ່ ກ່ຽວກັບການ ເຄື່ອນໄຫວທາງອາຊະຍາກໍາຕ່າງໆທີ່ເກີດຂຶ້ນຢູ່ບໍລິເວນກາສິໂນຫຼາຍໆແຫ່ງໃນປະເທດຂອງພວກເຂົາເຈົ້າ ແລະໂດຍສະເພາະແມ່ນບໍລິເວນເຂດເສດຖະກິດພິ ເສດ, ແລະໃຫ້ຈັດຕັ້ງແຜນການຕ່າງໆອັນໃໝ່ ເພື່ອນໍາໃຊ້ກົດໝາຍທີ່ເຂັ້ມແຂງເຂົ້າໃນການແກ້ໄຂບັນຫາເຫຼົ່ານັ້ນ.
ທ່ານ ດັກກລັສ ກ່າວວ່າ “ລັດຖະບານ ແລະພູມິພາກດັ່ງກ່າວ ໄດ້ປຶກສາຫາລືກັບພວກເຮົາແລ້ວໃນໄວໆມານີ້ ແລະໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ, ແຕ່ພວກເຂົາເຈົ້າຈໍາເປັນຕ້ອງດໍາເນີນການທີ່ຈິງຈັງຫຼາຍກວ່ານີ້ແລະເປີດເຜີຍຕໍ່ກັນແລະ ກັນແບບຮີບດ່ວນ.”
“ແຕ່ ນອກເໜືອຈາກການຮັບຮູ້, ພວກເຂົາເຈົ້າຈໍາເປັນຕ້ອງດໍາເນີນການບາງຢ່າງກ່ຽວກັບຄວາມສ່ຽງຂອງກາສິໂນ ແລະ ການກໍ່ອາຊະຍາກໍາ, ພູມິພາກຈໍາເປັນຕ້ອງໄດ້ດໍາເນີນບາດກ້າວເຂົ້າໄປ ແລະດໍາເນີນການຕາມບາດກ້າວທີ່ແຂງຂັນ ເພື່ອຈັດການກັບອາຊະຍາກໍາທີ່ເກີດຂຶ້ນ, ໂດຍພື້ນຖານແລ້ວ ແມ່ນທໍາຄວາມສະອາດໂຮງງານອຸດສາຫະກໍາກ່ອນທີ່ມັນຈະເກີດຄວາມເສຍຫາຍຫຼາຍກວ່ານີ້.”