ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ສປຊ ຕົກລົງ ຈະເລີ້ມ ເຈລະຈາ ຄວບຄຸມ ການຄ້າອາວຸດ


ປືນສັ້ນທີ່ວາງສະແດງຢູ່ຮ້ານຂາຍປືນ B & J Guns ໃນລັດນິວຢອກ (26 ມິຖຸນາ 2012)
ປືນສັ້ນທີ່ວາງສະແດງຢູ່ຮ້ານຂາຍປືນ B & J Guns ໃນລັດນິວຢອກ (26 ມິຖຸນາ 2012)
ກອງ​ປະຊຸ​ມສະ​ມັດ​ຊາ​ໃຫຍ່​ສະຫະ​ປະ​ຊາ​ຊາດ ​ໄດ້ລົງ​ຄະ​ແນນ
​ສຽງ​ຢ່າງ​ຖ້ວມລົ້ນ ​ເພື່ອ​ເລີ້ມ​ຕົ້ນເຈລະຈາ​ຫາລືກ່ຽວກັບ​ສົນທິ
ສັນຍາຄວບ​ຄຸມ​ການ ຄ້າ​ອາວຸດທຳ​ມະ​ດາຂອງ​ໂລກ ຫລັງ​ຈາກ​
ການດຳ​ເນີນ​ຄວາມ​ພະຍາຍາມ​ທີ່​ຄ້າຍຄື​ກັນນີ້ ​ໄດ້ປະສົບ​ກັບ​
ຄວາມ​ຫລົ້ມ​ແຫລວ​ໃນ​ເດືອນກໍລະກົດ​ແລ້ວ​ນີ້.

ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ໄດ້​ຕົກລົງ​ທີ່​ຈະ​ປະຊຸມ​ກັນ​
ໃນ​ເດືອນ ມີນາ​ປີໜ້າ ​ເພື່ອ​ໃຫ້​ບັນລຸ​ຄວາມ​ເຫັນ​ຢ່າງ​ເປັນ​ເອກ
​ກະສັນ​ກ່ຽວ​ກັບ​ແຜນ ການ​ທີ່ຈະ​ກຳນົດ​ມາດຕະຖານ​ໃນ​ການ
ໂອນ​ອາວຸດ​ທຳ​ມະ​ດາ​ຂອງ​ນາໆ​ຊາດ. ​ໃນ​ການ​ລົງ​ຄະ​ແນນ​ສຽງ​ມື້ວານ​ນີ້ມະຕິ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ ອະນຸມັດ​ ດ້ວຍຄະ​ແນນ 133 ສຽງ​ຕໍ່ 0 ​ໂດຍ​ມີ 17 ປະ​ເທດ​ບໍ່​ອອກ ສຽງ.

ການ​ເຈລະຈາໃນ​ເດືອນ​ກໍລະກົດ​ໄດ້​ພັງ​ທະລາ​ຍລົງ ສ່ວ​ນໃຫຍ່ກໍ​ເພາະ​ວ່າ ສະຫະລັດຍັງ
ລັງ​ເລ​ໃຈ​ທີ່​ຈະ​ທໍາ​ຄວາມ​ຄື​ບໜ້າຕໍ່ແຜນ​ເພື່ອ​ເຮັດ​ສົນ ທິສັນຍາ ທີ່​ອາດ​ຈະບັງຄັບ​ໃຫ້​ມີ​ການ​ນຳ​ໃຊ້ກົດ​ລະບຽບຕ່າງໆ​ຄຸ້ມ​ຄອງ​ອຸ ​ສາ​ຫະກຳ​ການ​ຄ້າ​ອາວຸດ ​ທີ່ມີ​ມູນຄ່າເຖິງ 60 ພັນ​ລ້ານ​ໂດ​ລານັ້ນ.

ຢູ່​ໃນ​ລະ​ຫວ່າງ​ການເຈລະຈາ​ຫາລືກັນ​ນັ້ນ ສະມາ​ຄົມ​ປືນ​ຍາວ ຊຶ່ງ​ເປັນ ກຸ່ມວິ້ງ​ເຕັ້ນກ່ຽວ​ກັບ​ສິດທິ​ໃນ​ການ​ຖືອາວຸດ​ປືນ ທີ່​ມີ​ອິດ​ທິພົນຫຼາຍທີ່​ສຸດ​ໃນສະຫະລັດ ​ເຕືອນ​ບັນດາຜູ້​ແທນອົງການສະຫະ​ປະຊາ​ຊາດວ່າ ສົນ ທິສັນຍາ​ໃດໆກໍ​ຕາມ​ທີ່​ຮວມ​ເອົາ​ກຳມະສິດ​ໃນ​ການ​ຖື​ອາວຸດ​ຂອງພົນລະ​ເຮືອນ​ເຂົ້ານຳ​ນັ້ນ ຈະ​ໄດ້​ການ​ຕ້ານ​ຢັນ​ຈາກ “ກໍາລັງ​ຄັດຄ້ານ​ທີ່ໃຫຍ່ທີ່ ສຸດ​.”

​ເຖິງ​ຢ່າງ​ໃດ​ກໍ​ດີ ບັນຫາ​ການ​ຄວບ​ຄຸມ​ອາວຸດ ທີ່​ມີ​ເນື້ອ​ໄນ​ທາງ​ດ້ານ​ການ ​ເມືອງ ​ໄດ້​ໂ​ຜ່​ໂຕ​ຂື້ນ​ມາ​ອີກຢູ່​ໃນສະຫະລັດ ​ໃນ​ເດືອນ​ນີ້​ ຫລັງ​ຈາກ​ໄດ້ມີ ການ​ສັງຫານ​ໝູ່ທີ່​ລັດ Connecticut ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 28 ຄົນ ​ແລະ 20 ຄົນ​ເປັນ​ພວກ​ເດັກນ້ອຍ.

​ໃນ​ອີ​ດ້ານ​ນຶ່ງນັ້ນ ກອງ​ປະຊຸ​ມສະ​ມັດ​ຊາ​ໃຫຍ່​ສະຫະ​ປະ​ຊາ​ຊາດ ​ໄດ້​ລົງ ​ຄະ​ແນນ​ສຽງ ເພີ້ມ​ງົບ​ປະມານ ໃນ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ເວລາສອງ​ປີ​ຂອງ​ຕົນ ຂື້ນ​ເປັນ​ປະມານ 5​ ພັນ 400 ​ລ້ານ​ໂດ​ລາ ຊຶ່ງເປັນການ​ເພີ້​ມ​ຂື້ນ​ປະມານ 240 ລ້ານ​ໂດ​ລາ​ຈາກ​ນຶ່ງ​ປີ​ກ່ອນ.

ພາກ​ສ່ວນ​ສໍາຄັນໃນ​ການ​ເພີ້ມຂຶ້ນຂອງ​ງົບປະມານ​ດັ່ງກ່າວ ຈະ​ຖື​ກ​ນໍາໄປໃຊ້​ເພື່ອ​ຊ່ວຍ​ສະໜັບສະໜຸນ​ການປະຕິ​ບັດ​ງານພິ​ເສດທາງ​ດ້ານ​ການ ​ເມືອງ​ຂອງສະຫະ​ປະຊາ​ຊາດ ​ຢູ່ໃນ​ຂົງ​ເຂດຕ່າງໆ ທີ່​ຮວມ​ທັງພາກຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ.
XS
SM
MD
LG