ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ສະ​ຖາ​ນະ​ການ​ດ້ານ​ມະ​ນຸ​ດ​ສະ​ທຳ​ໃນ​ ຢູ​ເຄ​ຣນ ຊຸດ​ໂຊມ​ລົງ​ນັບ​ມື້


ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ດຣ. ເທດຣອສ ອາດານອມ ເກເບຣເຢຊຸສ ທຳການລາຍງານທາງວິດີໂອ ກ່ຽວກັບ ວິກິດການດ້ານມະນຸດສະທຳໃນ ຢູເຄຣນ, ໃນລະຫວ່າງ ກອງປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ. 17 ມີນາ, 2022.
ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ດຣ. ເທດຣອສ ອາດານອມ ເກເບຣເຢຊຸສ ທຳການລາຍງານທາງວິດີໂອ ກ່ຽວກັບ ວິກິດການດ້ານມະນຸດສະທຳໃນ ຢູເຄຣນ, ໃນລະຫວ່າງ ກອງປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ. 17 ມີນາ, 2022.

ເມື່ອເວົ້າ ກ່ຽວກັບ ສົງຄາມໃນ ຢູເຄຣນ, ຫົວໜ້າອົງການອະນາໄມໂລກໄດ້ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດວ່າ “ຢາຊ່ວຍຊີວິດທີ່ພວກເຮົາຕ້ອງການໃນເວລານີ້ ແມ່ນສັນຕິພາບ.”

“ຄວາມຂັດແຍ້ງທີ່ແກ່ຍາວແມ່ນບໍ່ໄດ້ໃຫ້ຜົນປະໂຫຍດແກ່ຜູ້ໃດ ແລະ ມີແຕ່ຈະສ້າງຄວາມທຸກທໍລະ ມານ ໃຫ້ແກ່ຜູ້ທີ່ມີຄວາມສ່ຽງທີ່ສຸດ, ນັ້ນແມ່ນຄຳເວົ້າຂອງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ທີ່ໄດ້ກ່າວຕໍ່ກອງປະຊຸມສະພາສຸກເສີນ ກ່ຽວກັບ ສະຖານະການມະນຸດສະທຳທີ່ກຳລັງຊຸດໂຊມລົງໃນ ຢູເຄຣນ, ເຊິ່ງໄດ້ຕົກຢູ່ພາຍໃຕ້ການໂຈມຕີທາງອາກາດ ແລະ ການລະດົມຍິງໂດຍ ຣັດເຊຍ ເປັນເວລາສາມອາທິດທີ່ຜ່ານມາ.

ທ່ານ ເທດຣອສ ໄດ້ລາຍງານວ່າອົງການອະນາໄມໂລກ ໄດ້ຢືນຢັນການໂຈມຕີ 43 ຄັ້ງຕໍ່ສະຖານທີ່ເບິ່ງແຍງສຸຂະພາບ, ເຊິ່ງໄດ້ສັງຫານຫຼາຍກວ່າສິບຄົນ ແລະ ບາດເຈັບອີກ 34 ຄົນ.

ການໂຈມຕີໃສ່ໂຮງໝໍ ສາມາດນຳໄປສູ່ລະດັບຂອງອາຊະຍາກຳສົງຄາມໄດ້.

ທ່ານ ເທດຣອສ ໄດ້ກ່າວວ່າອົງການອະນາໄມໂລກຈະເຮັດວຽກັບກະຊວງສາທາລະນະສຸກຂອງ ຢູເຄຣນ ແລະ ປັດຈຸບັນນີ້ໄດ້ສົ່ງ​ອຸບ​ປະ​ກອນການແພດປະມານ 100 ໂຕນໄປປະເທດດັ່ງກ່າວ.

ທ່ານ ເທດຣອສ ໄດ້ກ່າວວ່າ “ພວກເຮົາຕອນນີ້ໄດ້ສ້າງເສັ້ນທາງການຂົນສົ່ງສິນຄ້າຈາກສາງຂອງພວກເຮົາໃນເມືອງ ລິວິບ ໄປຫາຫຼາຍໆເມືອງຂອງ ຢູເຄຣນ, ແຕ່ສິ່ງທ້າທາຍໃນການເຂົ້າເຖິງແມ່ນຍັງຄົງມີຢູ່. ເມືອງ ລິວິບ ແມ່ນຕັ້ງຢູ່ທາງພາກຕາເວັນຕົກຂອງ ຢູເຄຣນ, ເຊິ່ງຍັງຄົງຂ້ອນຂ້າງມີຄວາມປອດໄພຢູ່.

ທ່ານໄດ້ກ່າວວ່າອົງການອະນາໄມໂລກ ມີວັດສະດຸທີ່ສຳຄັນພ້ອມທີ່ຈະສົ່ງເຂົ້າໄປໃນເຂດທີ່ຫຍຸ້ງ ຍາກໃນຂະບວນລົດຮ່ວມຂອງສະຫະປະຊາຊາດ ແຕ່ປັດຈຸບັນນີ້ແມ່ນບໍ່ສາມາດນຳເອົາມັນເຂົ້າໄປເທື່ອ.

ທ່ານໄດ້ກ່າວວ່າ “ມື້ນີ້, ຍົກຕົວຢ່າງ, ຂະບວນລົດສະຫະປະຊາຊາດໄປເມືອງ ຊູມີ ທີ່ລວມມີລົດບັນທຸກ ຂອງອົງການອະນາໄມໂລກ ທີ່ນຳ​ເອົາ​ອຸບ​ປະ​ກອນການແພດທີ່ສຳຄັນນັ້ນ ແມ່ນບໍ່ສາມາດທີ່ຈະເຂົ້າໄປ.” ເມືອງ ຊູມີ ທີ່ຕັ້ງຢູ່ໃກ້ກັບເຂດຊາຍແດນ ຣັດເຊຍ ໃນພາກຕາເວັນອອກສຽງເໜືອ, ໄດ້ຕົກຢູ່ພາຍໃຕ້ການລະ ດົມຍິງຢ່າງໜັກ, ເຮັດໃຫ້ມັນຍາກ ແລະ ອັນຕະລາຍສຳລັບພົນລະເຮືອນທີ່ຈະອົບພະຍົບໜີຢ່າງປອດໄພ.

ທ່ານ ເທດຣອສ ໄດ້ກ່າວ ກ່ຽວກັບ ເມືອງທີ່ຖືກປິດລອມໃນພາກໃຕ້ວ່າ “ອຸບ​ປະ​ກອນການແພດທີ່ພ້ອມແລ້ວສຳລັບເມືອງ ມາຣີອູໂປລ ແມ່ນຍັງຄົງຢູ່ໃນເຂດເຕົ້າໂຮມກັນ ແລະ ບໍ່ສາມາດເດີນໄປຕໍ່. ການເຂົ້າຫາເຂດທີ່ວ່ານີ້ ແລະ ເຂດ ອື່ນໆຕອນນີ້ ແມ່ນມີຄວາມສຳຄັນຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG