ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະ​ກວດກາຂອງ ສປຊ ໄປກວດກາເບິ່ງ ຫລັກຖານ ການນໍາໃຊ້ ອາວຸດເຄມີ ຢູ່ຊີເຣຍ (ວີດີໂອ/ສະໄລດ໌)


ຜູ້ກວດກາຂອງສະຫະປະຊາຊາດ (ຂວາ) ກໍາລັງ
ຊັກຖາມພວກທີ່ໄດ້ຮັບເຄາະຈາກອາວຸດເຄມີ
ຜູ້ກວດກາຂອງສະຫະປະຊາຊາດ (ຂວາ) ກໍາລັງ ຊັກຖາມພວກທີ່ໄດ້ຮັບເຄາະຈາກອາວຸດເຄມີ
ຄາດ​ວ່າ ຄະນະກວດກາຂອງສະຫະປະຊາຊາດ ຈະ​ໄດ້
​ຮັບ​ອະນຸຍາດ​ໃນວັນຈັນມື້ນີ້ ​ໃຫ້ ເຂົ້າ​ໄປ​ຍັງ​ເຂດທີ່ສົງ​ໄສ
ກັນວ່າ ມີການນໍາໃຊ້ອາວຸດເຄມີ ໂຈມຕີຜູ້ຄົນໃນນະ
ຄອນຫຼວງຊີເຣຍ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານ Ban Ki-moon ໄດ້ກ່າວໃນ ບໍ່ເທົ່າໃດຊົ່ວໂມງ
ກ່ອນທີ່ທາງຄະນະກວດກາຈະເລີ່ມເຮັດວຽກນັ້ນ
ວ່າຄວາມ​ສໍາ​ເລັດ​ຂອງ ຄະນະ​ກວດກາ ອາດ​ສາ
ມ​າດຍັບຍັ້ງການນໍາໃຊ້ອາວຸດເຄມີ​ໃນ​ອະນາຄົດ
ຢູ່ໃນຊີເຣຍແລະ ທີ່ອື່ນໆ​ໄດ້.

ທ່ານ Ban Ki-moon ​ເວົ້າວ່າ “ທຸກໆຄົນທີ່ຢູ່ໃນຊີເຣຍນັ້ນ ແມ່ນມີ​ເດີມ​ພັນ​
ໃນ​ການ​ໄດ້ຮູ້ຄວາມຈິງ. ​ໂລກທັງໂລກຄວນມີຄວາມເປັນຫວ່ງກັງວົນກ່ຽວ
ກັບ​ໄພຂົ່ມຂູ່ໃດໆ​ຈາກອາວຸດເຄມີ ຫລືຈາກການນໍາໃຊ້ອາວຸດເຄມີ ແລະ
ນັ້ນຄືສາເຫດທີ່ຄົນທັງໂລກ ກໍາລັງຈັບຕາມອງເບິ່ງຊີເຣຍຢູ່.”



ຝ່າຍ​ຕໍ່ຕ້ານແລະພວກເຄື່ອນໄຫວ ກ່າວວ່າ ລັດຖະບານຊີເຣຍໄດ້ນໍາໃຊ້ອາວຸດເຄມີ ​
ໃນການໂຈມຕີ​ເມື່ອວັນທີ 21 ເດືອນສິງຫານີ້ ຕໍ່ເມືອງ Ghouta ອັນ​ເປັນ​ເຂດ​ຊານເມືອງ​
ກໍ້າພາກຕາເວັນອອກຂອງນະຄອນຫລວງ​ດາ​ມັສກັສ ທີ່ໄດ້ສັງຫານພົນລະ​ເຮື​ອນຫຼາຍ
ຮ້ອຍຄົນ. ລັດຖະບານໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່ານີ້ ​ແລະກ່າວຫາຝ່າຍ​ຕໍ່ຕ້ານ​ຄືນ​ວ່າ ​
ເປັນ​ຝ່າຍ​ໃຊ້​ອາວຸດ​ດັ່ງກ່າວ.

ສະຫະລັດໄດ້ກ່າວຕໍານິຕິຕຽນຊີເຣຍທີ່ບໍ່ໄດ້ອະນຸຍາດໃຫ້ຄະນະກວດກາຂອງສະຫະ
ປະຊາຊາດເຂົ້າໄປ ຈົນກວ່າ 5 ມື້​ຜ່ານ​ມາ​ ຫລັງຈາກ​ມີການໂຈມຕີເກີດຂຶ້ນແລ້ວ.

UN Pushes For Investigation of Syria's Chemical Weapons Use
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG