ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ສືບສວນ ການໂຈມຕີ ໂດຍຍົນໂດຣນ (ວີດິໂອ)


ສະຫະ​ປະຊາ​ຊາດ ​ໄດ້​ເລີ້ມ​ທໍາ​ການ​ສືບສວນ ກ່ຽວ​ກັບການ​ນໍາ
ໃຊ້ເຮືອ ບິນທີ່​ບໍ່​ມີ​ຄົນ​ຂັບ
ສະຫະ​ປະຊາ​ຊາດ ​ໄດ້​ເລີ້ມ​ທໍາ​ການ​ສືບສວນ ກ່ຽວ​ກັບການ​ນໍາ ໃຊ້ເຮືອ ບິນທີ່​ບໍ່​ມີ​ຄົນ​ຂັບ
ສະຫະ​ປະຊາ​ຊາດ ​ໄດ້​ເລີ້ມ​ທໍາ​ການ​ສືບສວນ ກ່ຽວ​ກັບການ​ນໍາ
ໃຊ້ເຮືອ ບິນທີ່​ບໍ່​ມີ​ຄົນ​ຂັບ ​ແລະ​ໄດ້​ແນ​ເປົ້າ​ໝາຍເພື່ອ​ທຳ​ການ
​ສັງຫານ ​ໃນ​ການ ປະຕິບັດ​ງານຕໍ່ຕ້ານ​ການກໍ່​ການ​ຮ້າຍ.

ການສືບສວນ​ດັ່ງກ່າວ ຈະ​ກວດ​ສອບ​ເບິ່ງ​ການ​ໂຈມ​ຕີ​ 25 ຄັ້ງ​
ຢູ່​ໃນ​ປາ​ກິ​ສຖານ ເຢ​ເມນ ​ໂຊ​ມາເລຍ ອັ​ຟກາ​ນິສຖານ ​ແລະ
ດິນ​ແດນປ​າ​ແລັສ​ໄຕ​. ນອກ​ນັ້ນ ການ​ສືບສວນ​ນີ້ຍັງ​ຈະ​ເພັ່ງ​
ເລັງ​ໃສ່ການເສຍ​ຊີວິດ ແລະໄດ້​ຮັບ​ບາດ​ເຈັບ​ຂອງພົນລະ
​ເຮືອນ ​ທີ່​ເກີດ​ຈາກການ​ໂຈມ​ຕີນັ້ນ.

ທະນາຍຄວາມ​ຂອງ​ອັງກິດ ທ່ານ Ben Emerson ຊຶ່ງ​ເປັນ
ທູດ​ພິ​ເສດ ຂອງ​ອົງການສະຫະ​ປະຊາ​ຊາດ ​ໃນ​ການ​ຕໍ່ຕ້ານ​
ການ​ກໍ່​ການ​ຮ້າຍ ​ແລະ​ສິດທິ​ມະນຸດ ຈະ​ເປັນ​ເປັນ​ຜູ້​ນໍາ​ພາ
ໃນການ​ສືບສວນນີ້.

ທ່ານ Emerson ກ່າວ​ວ່າ ການ​ໃຊ້​ເທັກ​ໂນ​ໂລ​ຈີ ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ “ຈະ​ດຳ​ເນີນ​ຕໍ່​ໄປ” ທ່ານກ່າວ​ເພີ້​ມ​ເຕີມ​ວ່າມັນມີ​ຄວາ​ມຈໍາ​ເປັນ​ທີ່​ສຸດ “ທີ່​ຈະ​ຕ້ອງ​ມີກົດໝາຍ​ອັນ​ເໝາະ​ສົມ
ແລະຈັດຕັ້ງໂຄງຮ່າງ​ການ​ປະຕິບັດງານ ຢ່າງ​ຮີບ​ດ່ວນ ເພື່ອ​ຄວບ​ຄຸມໃນ​ການ​ນໍາ​ໃຊ້.”
ການ​ໂຈມ​ຕີ​ໂດຍ​ເຮືອບິນບໍ່​ມີ​ຄົນ​ຂັບ ສ່ວນໃຫຍ່ແມ່ນ​ນໍາ​ໃຊ້ໂດຍສະຫະລັດ. ອິສຣາແອ​ລ ​
ກໍໄດ້​ນໍາໃຊ້ມາ​ກ່ອນ​ແລ້ວ ​ແລະ​ບັນດາ​ປະ​ເທດອື່ນໆກໍ​ມີຄວາມ​ສາມາດ​ ນໍາ​ເອົາ​ເທັກ​ໂນ​ໂລ​
ຈີນີ້ ​ມາ​ໃຊ້​ໄດ້.

ປາ​ກິ​ສຖານ ແມ່ນ​ນຶ່ງໃນ​ຈໍານວນ​ສາມ​ປະ​ເທດ ທີ່​ຂໍ​ຮ້ອງ​ໃຫ້​ມີ​ການ​ສືບສວນ ປະນາມການ​
ໂຈມ​ຕີໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ຕໍ່​ເປົ້າ​ໝາຍຕ່າງໆ ​ໃນ​ເຂດຊາຍ​ແດນ​
ຂອງ​ຕົນ ຕິດກັບ​ອັຟການິສຖານ.

ປາ​ກິ​ສຖານກ່າວ​ວ່າ ການ​ໂຈມ​ຕີ​ບໍ່​ພໍພຽງ​ແຕ່​ເປັນ​ການ​ລະ​ເມີດ​ຕໍ່ອະທິປະ​ໄຕຂອງ​ຕົນ​ເທົ່າ​ນັ້ນ ​ແຕ່ຄວາ​ມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ ​ແມ່ນ​ເປັນພະລັງ​ຂັບ​ດັນ​ການ​ປະຕິບັດ​ງານ​ຂອງພວກ​
ຫົວ​ຮຸນ​ແຮງ​ຢູ່​ໃນ​ຂົງ​ເຂດ.

ເບິ່ງວີດິໂອກ່ຽວກັບການເຝິກແອບໃຊ້ຍົນໂດຣນຂອງນັກບິນສະຫະລັດ:



​ໃນ​ຂະນະ​ດຽວກັນ ​ໃນ​ວັນ​ພະຫັດ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້ໃຫ້
ການ​ອະນຸມັດ​ຕໍ່​ການ​ນຳ​ໃຊ້ເຮືອບິ​ນທີ່​ບໍ່​ມີ​ຄົນ​ຂັບ ເພື່ອ​ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ທະຫານ​ບ້ານຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງຄອງ​ໂກ. ສະພາ​ຄວາມ​ໝັ້ນຄົງ​ກ່າວ​ວ່າ ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບນັ້ນ ​ຈະ​ຖືກ​ສົ່ງ​ປະຕິບັດ​ງານ ​ໃນອັນ​ທີ່ທາງ​ສະພາ​ດັ່ງກ່າວ​ຮ້ອງ​ວ່າ “ຂື້ນ​ຢູ່​ກັບແຕ່​ລະກໍລະນີ​ໄປ​.”

​ເດືອນ​ແລ້ວ​ນີ້ ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້
ຮ້ອງ​ຂໍ​ໃຫ້ສະພາ​ຄວາມ​ໝັ້ນຄົງ ພິຈາລະນາກ່ຽວກັບ​ການນໍາ​ໃຊ້ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ​ໃນ​ການ​ສັງ​ເກດ​ການ​ ​ເພື່ອ​ໃຫ້​ຕັດສິນ​ໃຈ​ທັນ​ກັບ​ເວລາ ​ໃນ​ການຮັບ​ມື​ກັບພວກ​ກະບົດ M23 ​ໃນພາກ​ຕາ​ເວັນ​ອອກ​ຂອງຄອງ​ໂກ.
XS
SM
MD
LG