ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຮຽກຮ້ອງໃຫ້ຊູດານແລະຊູດານໃຕ້ຖອນກຳລັງ
ປະກອບອາວຸດທັງໝົດຂອງຕົນອອກຈາກເຂດຊາຍແດນ Abyei ຊຶ່ງເປັນເຂດທີ່ອຸດົມສົມບູນ
ໄປດ້ວຍນໍ້າມັນທີ່ຍັງມີການຂັດແຍ້ງກັນຢູ່ນັ້ນ.
ລັດຖະບານຂອງປະເທດທັງສອງ ໄດ້ຕົກລົງໃນເດືອນມິຖຸນາຜ່ານມາທີ່ຈະຖອນທະຫານຂອງ
ຕົນ ອອກຈາກເຂດ Abyei ແຕ່ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ບໍ່ໄດ້ມີຄວາມກ້າວໜ້າ
ຫຍັງຫຼາຍເກີດຂຶ້ນເພື່ອເຮັດໃຫ້ເຂດທີ່ຍັງມີການຂັດແຍ້ງກັນຢູ່ນັ້ນກາຍເປັນເຂດປອດທະຫານ.
ໃນວັນພະຫັດວານນີ້ອົງການສະຫະປະຊາຊາດໄດ້ຕໍ່ອາຍຸການປະຕິບັດງານຂອງກຳລັງຮັກສາ
ສັນຕິພາບຢູ່ໃນເຂດ Abyei ຕື່ມອີກເປັນເວລາ 5 ເດືອນ. ແຕ່ກໍໄດ້ເຕືອນວ່າຄວາມສຳເລັດ
ໃນການປະຕິບັດງານທີ່ວ່ານີ້ແມ່ນຂຶ້ນຢູ່ກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທັງສອງຝ່າຍຊຶ່ງ
ໄດ້ບັນລຸກັນກ່ອນໜ້ານີ້.
ຊູດານຢືນຢັດວ່າ ການຖອນທະຫານຂອງຕົນ ຈະມີຂຶ້ນກໍຕໍ່ເມື່ອມີການສົ່ງກຳລັງສະຫະປະຊາ
ຊາດເຂົ້າໄປປະຕິບັດງານຢ່າງເຕັມອັດຕາຢູ່ໃນເຂດດັ່ງກ່າວໂດຍເວົ້າວ່າ ຕົນຢ້ານຈະເກີດຊ່ອງ
ຫວ່າງທາງດ້ານຄວາມໝັ້ນຄົງຂຶ້ນ.
ປະຊາຊົນຫຼາຍກວ່າ 100 ພັນຄົນໄດ້ພາກັນຫຼົບໜີອອກຈາກເຂດ Abyei ເວລາຄວາມຮຸນ
ແຮງໄດ້ລະເບີດຂຶ້ນ ໃນເດືອນມິຖຸນາ ຫຼັງຈາກທະຫານຊູດານບຸກເຂົ້າໄປ ກ່ອນທີ່ຊູດານໃຕ້
ແຍກໂຕອອກຈາກຊູດານເໜືອ.