ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຕາງໜ້າ ສປຊ ວ່າ ຜູ້ປ່ອນບັດ ຊາວອັຟການິສຖານ ມີສິດ ຊີ້ຂາດ ອະນາຄົດ ເຂົາເຈົ້າເອງ (ສະໄລດ໌/ວີດີໂອ)


ທ່ານ Jan Kubis ຜູ້ຕາງໜ້າພິເສດ ສປຊ ຮັບຜິດຊອບ ເລື່ອງອັຟການິສຖານ
ທ່ານ Jan Kubis ຜູ້ຕາງໜ້າພິເສດ ສປຊ ຮັບຜິດຊອບ ເລື່ອງອັຟການິສຖານ
ຜູ້ຕາງໜ້າ​ພິ​ເສດ ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ດກ່ຽວ
​ກັບ​ອັຟກາ​ນິສຖານກ່າວ​ຕໍ່​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ວ່າ ພວກ​
ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ຕັດສິນ​ຊີ້​ຂາດ​ອະນາຄົດ​ຂອງ​ເຂົາ​ເຈົ້າ​ເອງ
​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ຈະ​ມີ​ຂຶ້ນ​ໃນ​ສັບປະດາ​ນີ້.

ກຸ່ມ​ຕາ​ລີ​ບັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ ໄວ້​ວ່າ ຈະ​ໃຊ້​ຄວາມ​ຮຸນ​ແຮງ
​ເພື່ອ​ລົບ​ກວນການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ແລະ​ໃນ​ທ້ອງ​ຖິ່ນ​ໂດຍ
ໄດ້​ເຕືອນ​ໃຫ້​ປະຊາຊົນ​ຜູ້​ປ່ອນ​ບັດ ພາກັນ​ຢູ່​ບ້ານ​ເຮືອນ.

ທ່ານ Jan Kubis ຜູ້ຕາງໜ້າ​ພິ​ເສດສະຫະປະຊາຊາດກ່າວ​ວ່າ
ພົນລະ​ເມືອງ​ອັຟການິສຖານ ບໍ່​ຄວນ​ຈະ​ປະ​ໃຫ້​ຜູ້​ໃດ​ຜູ້​ນຶ່ງ​ ຕັດ​
ສິດ​ຫຼື​ກີດ​ກັນ​ເຂົາ​ເຈົ້າໃນ​ໂອກາດ​ແລະ​ສິດທິ​ຂອງເຂົາ​ເຈົ້າເພື່ອ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ນັ້ນ.

ທ່ານ Kubis ກ່າວ​ຕື່ມ​ວ່າ ອາດ​ຈະ​ມີ​ຄວາມ​ຫຍຸ້ງຍາກແລະ​ບັນຫາ​ດ້ານ​ຄວາມ​ປອດ​ໄພ​ຕ່າງໆ ​ແຕ່​ອັຟກາ​ນິສຖານ​ໄດ້​ກະກຽມ​ໄວ້​ດີກ​ວ່າ​ເກົ່າ ສຳລັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ ອາທິດ​ນີ້ ຄື​ດີ ກ​ວ່າການ​ເລືອກ​ຕັ້ງ​ໃນ​ປີ 2009 ນັ້ນ. ທ່ານ​ກ່າວ​ຕື່ມ​ວ່າ ມີ​ຄວາມ​ຫວັງ​ວ່າ ປະຊາຊົນ​ອັຟກາ​ນິສ ຖານ​ ຈະ​ຜ່ານ​ຜ່າດ້ວຍ "ຄວາມ​ສຳ​ເລັດ”.
CN-Afghanistan Deploys Security Forces Nationwide to Secure Polls
please wait

No media source currently available

0:00 0:02:37 0:00

ກຸ່ມ​ຕາ​ລີ​ບັນ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບການ ​ເລືອກ​ຕັ້ງນັ້ນຮວມທັງ​ການວາງ​ລະ​ເບີດ​ສະລະ​ຊີບ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ຢູ່​ຂ້າງນອກ ກະຊວງ​ພາຍ​ ໃນ​ຂອງ​ອັຟກາ​ນິສຖານຊຶ່ງ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢ່າງ​ໜ້ອຍ 6 ຄົນ ​ເສຍ​ຊີວິດ​ໄປ​ນັ້ນ.
What Will Karzai's Legacy Be In Afghanistan?
please wait

No media source currently available

0:00 0:03:41 0:00
XS
SM
MD
LG