ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ ຄວາມໝັ້ນຄົງ ສປຊ ພວມຫາທາງ ຍຸດຕິ ການສູ້ລົບ ໃນເຂດ ກາຊາ (ສະໄລດ໌/ວີດີໂອ)


ທະຫານອິສຣາແອລ ຢືນຢູ່ເທິງລົດຫູ່ມເກາະ ໃກ້ຊາຍແດນ ເຂດກາຊາ.
ທະຫານອິສຣາແອລ ຢືນຢູ່ເທິງລົດຫູ່ມເກາະ ໃກ້ຊາຍແດນ ເຂດກາຊາ.

ບັນດາ​ນັກ​ການ​ທູດສະຫະປະຊາ​ຊາດ ກ່າວ​ວ່າ ສະຫະລັດແລະ​
ບັນດາ​ປະ​ເທດ​ຢູ​ໂຣບກຳລັງ​ດຳເນີນງານກ່ຽວກັບຮ່າງຍັດຕິສະ
ບັບນຶ່ງຢູ່ໃນສະພາ​ຄວາມ​ມໝັ້ນຄົງເພື່ອ​ໃຫ້​ຍຸດຕິການ​ສູ້​ລົບ​ກັນ​
ລະຫວ່າງອິສຣາ​ແອ​ລ​ແລະ​ກຸ່ມ​ຮາ​ມັສ ຢູ່​ທີ່​ເຂດ​ກາຊາ.

​ເອກ​ກະສາ​ນສອງໜ້າ ທີ່​ມີການແຈກຢາຍ ໃນ​ວັນ​ພະ​ຫັດ​ວານ
​ນີ້ ຮຽກຮ້ອງ​ໃຫ້ ກຸ່ມ​ຮາມັສ ຍຸດຕິການ​ຍິງ​ລູກ​ຈະ​ຫຼວດ ໂຈມ​ຕີ
ໂດຍ​ທັນ​ທີ​ ​ແລະ​ ການ​ປະຕິບັດ​ງານ​ທາງທະຫານ ຂອງ​ອິສຣາ
​ແອ​ລທີ່​ເຮັດ​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ຫຼາຍ​ກວ່າ 2,050 ຄົນແລະ​
ຊາວອິສຣາ​ແອ​ລ 67 ຄົນ​ ເສຍ​ຊີວິດໄປ ໃນ​ລະຍະຫົກ​ອາທິດ​
ທີ່​ຜ່ານ​ມານີ້.

​ເອກ​ກະສາ​ນສະບັບນີ້ ຍັງ​ໄດ້​ຮ້ອງ​ໃຫ້ອິສຣາ​ແອ​ລ ຍົກເລີກການປິດລ້ອມທີ່ມີມາເປັນ
ເວລາດົນນານຕໍ່​ເຂດ​ກາຊາ ໂດຍ​ເປີດ​ດ່ານ​ຂ້າມຊາຍ​ແດນ​ທັງ​ໝົດ​ເຂົ້າ​ໄປ​ສູ່​ເຂດກາ
ຊາ ​ແລະ​ໃຫ້ອຳນາດ​ການ​ປົກຄອງ​ຂອງ​ປາ​ແລ​ສ​ໄຕ​ນ໌ກັບຄືນໄປຄວບຄຸມ ​ຢູ່​ທີ່​ນັ້ນ.

ພ້ອມດຽວກັນ ກໍຈະມີການສ້າງຕັ້ງກົນໄກການຄວບຄຸມຂອງນາໆຊາດຂຶ້ນ ເພື່ອ ກວດ
ສອບເບິ່ງ​ບາດ​ກ້າວ​ເຫລົ່າ​ນັ້ນ ຕະຫຼອດທັງໃຫ້ການຄໍ້າ​ປະກັນວ່າສີນ​ຄ້າ​ທີ່ ສົ່ງເຂົ້າໄປ
ໃນ​ເຂດ​ກາຊາ ບໍ່ໄດ້ຮວມທັງອາວຸດ​ຕ່າງໆ ຫລືອຸ​ປະກອນ​ສ້າງ​ອຸມົງ​ຂອງກຸ່ມ​ຮາ​ມັສ.

ຂໍ້ລິເລີ້ມດັ່ງກ່າວໄດ້​ມີຂື້ນໃນ​ຂະນະທີ່​ຄວາມຮຸນ​ແຮງລະເບີດ​ຂຶ້ນ​ອີກທີ່​ເຂດ​ກາຊາ. ​ໃນ
​ວັນ​ພະຫັດ​ວານ​ນີ້ ຜູ້​ບັນຊາ​ການ​ຂັ້ນ​ສູງ​ ຂອງ​ກຸ່ມ​ຮາ​ມັສ ​3 ຄົນ ແລະຄົນອື່ນໆ​ອີກ​ຢ່າງ​
ໜ້ອຍ​ສາມ​ຄົນ​ໄດ້​ເສຍ​ຊີວິດ ໃນການໂຈມ​ຕີ​ທາງ​ອາກາດ ​ຂອງ​ອິສຣາ​ແອ​ລ ​ໃສ່​ຕຶກ​ສີ່
​ຊັ້ນ​ ໃນ​ເມືອງ Rafah. ກຸ່ມ​ຮາ​ມັສ ​ລະບຸວ່າ ​ບັນດາ​ຜູ້​ເສຍ​ຊີວິດ ແມ່ນມີທ່ານ Moham-
med Abu Shamaleh, Raed al-Attar ​ແລະ Mohammed Barhoum.

Gaza Conflict, Hamas Popularity Challenge Abbas
please wait

No media source currently available

0:00 0:02:46 0:00

XS
SM
MD
LG