ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ປະຊຸມສຸກເສີນ ກ່ຽວກັບ ລີເບຍ


ເດັກຍິງຄົນນຶ່ງ ຖືປ້າຍທີ່ມີຮູບ ຊາວອີຈິບ 21 ຄົນ ນັບຖືສາສະໜາ
ຄຣິສ ນິກາຍ Coptic ທີ່ຖືກຕັດຫົວ.
ເດັກຍິງຄົນນຶ່ງ ຖືປ້າຍທີ່ມີຮູບ ຊາວອີຈິບ 21 ຄົນ ນັບຖືສາສະໜາ ຄຣິສ ນິກາຍ Coptic ທີ່ຖືກຕັດຫົວ.

ສະພາ​ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດ ມີໝາຍ​ກຳນົດ​ ຈະເປີດ​
ກອງ​ປະຊຸມ​ສຸກ​ເສີນ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບ​ວິ​ກິດ​ການ​ໃນລີ​ເບຍ
ຊຶ່ງ​ເປັນ​ປະ​ເທດ​ທີ່​ພວມ​ດີ້ນ​ລົນ​ໃຫ້ມີສະຖຽນລະ​ພາບ​ທາງ​ດ້ານ​
ການ​ເມືອງ ​ໃນ​ຂະນະ​ທີ່​ບັນດາ​ກຸ່ມ​ທະຫານບ້ານ ​ແລະ ລັດຖະ
ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ນາໆ​ຊາດທຳ​ການສູ້​ລົບ​ເພື່ອ​
ຍາດ ເອົາ​ອຳນາດ ​ແລະ​ເຂດຄວບຄຸມ.

ລັດຖະບານຢູ່​ໃນ​ອີ​ຈິບທີ່ເປັນເພື່ອນ​ບ້ານ ​ໄດ້​ຮຽກຮ້ອງໃຫ້​ນຳ
ເອົາສະຖານະ​ການ ​ໃນລີເບຍ ຂຶ້ນມາພິຈາລະນາ ໃນ​ອາທິດ​ນີ້
ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສ ລາມ ​ໄດ້​ຕັດ​ຫົວຊາ​ວອີ​ຈິບ
21 ຄົນ ​ທີ່​ນັບຖືສາສະໜາ​ຄຣິສ ນິກາຍ Coptic ​ຢູ່ໃນລີ​ເບຍ.

ລັດຖະມົນຕີຕ່າງປະ​ເທດ ອີ​ຈິບ ທ່ານ Sameh Hassan Shokry Selim ​ໄດ້​ກ່າວ​ຕໍ່​
ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ນະຄອນ​ New York ວ່າ ບັນດາ​ນັກການ​ທູດ
​ອາຣັບ ກຳລັງ​ຮ່າງຍັດຕິສະບັບນຶ່ງ ທີ່ອາດ​ຮວມທັງ​ມາດ​ຕະ ການ ເພື່ອຍຸດຕິ​ການ​ຫລັ່ງ​
ໄຫລ​ຂອງ​ອາວຸດຕ່າງໆ​ ໄປສູ່ພວກ​ທະຫານ​ບ້ານ ທີ່​ໄດ້ມີມາ ​ຕັ້ງ​ແຕ່​ປີ 2011 ນັບແຕ່ມີ
ການ​ຂັບ​ໄລ່ ທ່ານ Moammar Gadhafi ລົງຈາກອຳນາດ.

ທ່ານ Selim ກ່າວ​ວ່າ “ລັດຖະບານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ຕ້ອງການ​ຄວາມ ສະໜັບ
ສະໜູນເປັນທີ່​ສຸດ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ການ​ເມືອງ ຫລື​ທະຫານ​ໃນຂໍ້ ກຳນົດວ່າດ້ວຍ​
ອຸບປະກອນທີ່​ໄດ້​ຫ້າມ​ໂດຍສະພາ​ຄວາມ​ໝັ້ນຄົງ ​ເພື່ອໃຫ້ລັດຖະ ບານ​ສາ​ມາດ​ເອົາ​
ຄວາ​ມຮັບຜິດ​ຊອບ ​ໃນການປົກປ້ອງ​ປະຊາ​ຊົນ​ລີ​ເບຍ ​ແລະ​ບັນດາ​ປະ​ເທດ​ທີ​ສາມ ທີ່ຢູ່
ໃນ​ດິນ​ແດນ​ຂອງລີເບຍ.”

ນອກນັ້ນທ່່ານ​ຍັງ​ກ່າວ​ອີກ​ວ່າ ການແກ້ໄຂບັນຫາທາງດ້ານ​ການ​ເມືອງ​ໃນ​ລີ​ເບຍ ບ່ອນ​
ທີ່​ລັດຖະບານຄຽງຄູ່ຍັງປະຕິບັດ​ງານ ​ຢູ່​ໃນນະຄອນ Tripoli ​ແລະເມືອງ Tobruk ຈະ​ບໍ່​ສາມາດກຳຈັດ​ພວກຫົວ​ຮຸນ​ແຮງທາງດ້ານແນວຄິດໄດ້. ຮ່າງ​ຍັດຕິ ນີ້ ບໍ່​ຄາດ​ວ່າ​ ຈະ​ມີ
ການນຳ​ສະ​ເໜີ​ ໃນ​ວັນ​ພຸດ​ມື້​ນີ້.

LIBYA EGYPT VO
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG