ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ອະນຸມັດ ການລົງໂທດ ຮອບໃໝ່ ຕໍ່ເກົາຫຼີເໜືອ (ວີດິໂອກ່ຽວຂ້ອງ)


ສະມາຊິກສະພາ​​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​​ອະນຸມັດ​​ໃນການ​ລົງ​ໂທດຄັ້ງ​​ໃໝ່ ​ຕໍ່ເກົາຫລີ​ເໜືອ
ສະມາຊິກສະພາ​​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​​ອະນຸມັດ​​ໃນການ​ລົງ​ໂທດຄັ້ງ​​ໃໝ່ ​ຕໍ່ເກົາຫລີ​ເໜືອ
ສະພາຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້ໃຫ້ການ​ອະນຸມັດ
ໃນການ​ລົງ​ໂທດຄັ້ງໃໝ່ ​ຕໍ່ເກົາຫລີ​ເໜືອ ​ເພື່ອ​ເປັນ​ການ​ຕອບ​
ໂຕ້​ຕໍ່​ການ​ທົດ​ລອງ ນິວ​ເຄລຍ​ຄັ້ງ​ຫລ້າ​ສຸດ ຂອງ​ປະ​ເທດ​ດັ່ງກ່າວ.

ສະພາ​ຄວາມ​ໝັ້ນຄົງ ທີ່​ມີສະມາຊິກ​ 15 ປະ​ເທດ ​ໄດ້​ລົງມະຕິ​ຢ່າງ​ເປັນ​ເອກ​ກະສັນ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ຍັດຕິການ ​ລົງ​ໂທດ ​ໂດ​ຍ​ໄດ້​ຮັບການ​ສະໜັບສະໜຸນ​ຈາກ​ຈີນ ຊຶ່ງເປັນພັນທະ​ມິດ​ທີ່ ສໍາຄັນຂອງ​ເກົາຫຼີ​ເໜືອ. ການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງປັກ​ກິ່ງ ​ໄດ້​ມີ​ຂຶ້ນບໍ່​ດົນລຸນຫລັງ​ການ​ທົດ​ລອງນິວ​ເຄລຍຂອງ​ເກົາຫລີ​ເໜືອ​ໃນ​ເດືອນ​ແລ້ວ​ນີ້.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ ບັນດາ​ເຈົ້າ​ໜ້າ​ທີ່ຝ່າຍ​ທ້ອນ​ໂຮມຊາດ​ຂອງ​ເກົາຫລີ​ເໜືອ ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ເພື່ອລົບ​ລ້າງ ສັນຍາ​ບໍ່​ຮຸກ​ຮານ​ກັນ​ກັບ​ເກົາຫລີ​ໃຕ້ ​ແລະ​ເຂົາ​ເຈົ້າ​ກ່າວ​ວ່າ ​ໂທລະສັບ​ສຸກ​ເສີນເພື່ອ​ຕິດ​ຕໍ່ກັບ​ເກົາຫລີ​ໃຕ້ ​ຈະ​ຖືກ​ຕັດ. ການເຄື່ອນ​ໄຫວ​ທີ່​ວ່າ​ນີ້ແມ່ນ​ເປັນ​ການ​ນາບ​ຂູ່​ຫລ້າ​ສຸດ​ຂອງເກົາຫຼີ​ເໜືອ​ທີ່​ມີ​ມາ​ເປັນ​ລຳດັບ ທີ່​ແນ ​ໃສ່​ເກົາຫລີ​ໃຕ້​ແລະສະຫະລັດ ຊຶ່ງ​ກໍາ​ລັງ​ທະຫານ​ຂອງ​ປະ​ເທດ​ທັງ​ສອງ​ພວມ​ທຳ​ການຊ້ອມ​ລົບຮ່ວມ ​ຢູ່​ໃນ​ດິນ​ແດນ​ຂອງ​ເກົາຫລີ​ໃຕ້.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ເໜືອຂູ່​ວ່າ ຈະ​ໂຈມ​ຕີ​ສະຫະລັດດ້ວຍອາວຸດນິວ​ເຄລຍ. ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ເອີ້ນ
ການຂູ່​ຂວັນ​ນີ້ວ່າ ​ເປັນ “​ສິດຂອງ​ຕົນ​ ໃນ ການລົງມືໂຈມ​ຕີ​ກ່ອນດ້ວຍ​ນິວ​ເຄລຍ ຕໍ່​ກອງ​ບັນຊາ​ການ​ຂອງ​ພວກ​ຮຸກ​ຮານ.” ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ​ຍັງ​ກ່າວ​ອີກ​ວ່າ “ສະຫະລັດ ​ກຳລັງ​ຈະ​ກໍ່​ໃຫ້​ເກີດ ສົງຄາມ​ນິວ​ເຄລຍ​.”

ວີດິໂອ: ສະຫະລັດເຕືອນເກົາຫລີເໜືອ ຕໍ່ການເກາະຜິດຕື່ມອີກ

Pentagon Warns North Korea Against Further Provocations
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ
XS
SM
MD
LG