ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ຈະລົງຄະແນນສຽງ ວາງມາດຕະການ ລົງໂທດໃໝ່ ຕໍ່ ເກົາຫຼີເໜືອ


ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈັດກອງປະຊຸມທີ່ອົງການສະຫະປະຊາຊາດໃນເກາະ Manhattan, ນະຄອນ ນິວຢອກ, 25 ພະຈິກ, 2016.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈັດກອງປະຊຸມທີ່ອົງການສະຫະປະຊາຊາດໃນເກາະ Manhattan, ນະຄອນ ນິວຢອກ, 25 ພະຈິກ, 2016.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແມ່ນມີກຳນົດທີ່ຈະ ລົງຄະແນນສຽງ ກ່ຽວ ກັບ ມາດຕະການລົງໂທດໃໝ່ຕໍ່ ເກົາຫຼີເໜືອ ໃນວັນພຸດມື້ນີ້ ເຊິ່ງເພັ່ງເລັງໃສ່ການ ຕັດທຶນ ສຳລັບໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງພວກເຂົາເຈົ້າ.

ກອງປະຊຸມແມ່ນຄາດວ່າຈະລວມມີຄຳປາໄສຈາກ ເລຂາທິການໃຫຍ່ ອົງການສະຫະປະ ຊາຊາດ ທ່ານ Ban Ki-moon ຜູ້ທີ່ດົນໆຄັ້ງໜຶ່ງ ຈຶ່ງຈະເຂົ້າຮ່ວມໃນການລົງຄະແນນສຽງ ສະພາ.

ກ່ອນໜ້ານີ້ມະຕິຂອງສະພາຄວາມໝັ້ນຄົງ ໄດ້ຮຽກຮ້ອງໃຫ້ ເກົາຫຼີເໜືອ ຢຸດ​ເຊົາໂຄງການ ອາວຸດນິວເຄລຍຂອງພວກເຂົາເຈົ້າ ແລະ ບໍ່ໃຫ້ດຳເນີນການທົດລອງລະເບີດນິວເຄລຍ ຫຼື ຍິງລູກສອນໄຟຂີປະນາວຸດ ໃດໆ. ແຕ່ ເກົາຫຼີເໜືອ ກໍໄດ້ຂັດຂືນຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່ອົງການ​ສະຫະປະຊາ​ຊາດ ໃນລະຫວ່າງທົດສະວັດທີ່ຜ່ານມາ, ລວມທັງການທົດລອງລະເບີດນິວ ເຄລຍຄັ້ງຫຼ້າສຸດຂອງພວກເຂົາເຈົ້າ ໃນເດືອນກັນຍາທີ່ ຜ່ານມາ.

ມາດຕະການລົງໂທດໃໝ່ຈະລວມມີ ການຫ້າມສົ່ງອອກຖ່ານຫີນຂອງ ເກົາຫຼີເໜືອ, ເຊິ່ງ ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ມັນຈະເປັນ ການຕັດແຫຼ່ງລາຍໄດ້ທີ່ໃຫຍ່ທີ່ສຸດ ແຫ່ງດຽວຈາກພາຍນອກ ຂອງປະເທດເຖິງ 60 ເປີເຊັນ, ຫຼື ມູນຄ່າຫຼາຍເຖິງ 700 ລ້ານ ໂດລາຕໍ່ປີ.

ນອກ​ນັ້ນຍັງຈະມີການຫ້າມບໍ່​ໃຫ້ສົ່ງອອກໂລຫະບາງຊະນິດເຊັ່ນ ທອງ ແດງ, ທອງຂາວ, ເງິນ, ແລະ ສັງກະສີ ທີ່ສ້າງລາຍໄດ້ໃຫ້ເກົາຫຼີເໜືອ ຫຼາຍກວ່າ 100 ລ້ານໂດລາຕໍ່ປີ.

ບັນດາເຈົ້າໜ້າທີ່ ເກົາຫຼີ​ເໜືອ ປະມານ 11 ຄົນ ແລະ 10 ໜ່ວຍງານທີ່ມີສ່ວນຮ່ວມໃນໂຄງ ການນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຈະຖືກເພີ່ມເຂົ້າໃນບັນຊີລາຍຊື່ຂອງຜູ້ທີ່ ຖືກສັ່ງຫ້າມເດີນທາງແລະຖືກກັກຊັບສິນ.

ມາດຕະການດັ່ງກ່າວຍັງຈະເພັ່ງເລັງໃສ່ ການນຳເຂົ້າວັດຖຸລາຄາແພງ ທີ່ຊົມໃຊ້ໂດຍຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ແລະ ພວກ ເຈົ້າໜ້າທີ່ຄົນອື່ນໆອີກດ້ວຍ ເຊິ່ງລວມມີ ການຫ້າມນຳເຂົ້າຜ້າພົມທີ່ມີ ລາຄາສູງກວ່າ 500 ໂດລາ ແລະ ຜະລິດຕະພັນເຄື່ອງປັ້ນ ດິນເຜົາ ແລະ ຖ້ວຍຊາມໃຊ້ສຳລັບໂຕະອາຫານທີ່ມີມູນຄ່າຫຼາຍກວ່າ 100 ໂດລາ.

ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເຂົ້າຮ່ວມກັບ ຈີນ, ຣັດເຊຍ, ຍີ່ປຸ່ນ ແລະ ເກົາຫຼີເໜືອ ໃນ ການເຈລະຈາຫົກຝ່າຍ ທີ່ເພັ່ງເລັ່ງໃສ່ການລະ ງັບໂຄງການອາວຸດນິວເຄລຍ ເກົາຫຼີເໜືອ ໃນການແລກປ່ຽນກັບການ ຊ່ວຍເຫຼືອ, ແຕ່ການເຈລະຈາດັ່ງກ່າວໄດ້ລົ້ມແຫຼວໃນປີ 2009.

The United Nations Security Council is set to vote Wednesday on new sanctions against North Korea aimed at cutting off funding for its nuclear and ballistic missile programs.

The session is expected to include remarks from U.N. Secretary-General Ban Ki-moon, who rarely attends council votes.

Previous Security Council resolutions have demanded North Korea abandon its nuclear weapons program and not conduct any nuclear tests or launches of ballistic missiles.But North Korea has repeatedly defied the world body during the past decade, including with its latest nuclear test in September.

The new sanctions would include capping North Korea's coal exports, which a U.S. official said would amount to cutting the country's single largest source of external revenue by 60 percent, or as much as $700 million per year.

There would also be a ban on exports of certain metals such as copper, nickel, silver and zinc that bring North Korea more than $100 million a year.

Some 11 North Korean officials and 10 entities involved in the nuclear and ballistic missile programs would be added to the list of those designated for travel bans and asset freezes.

The measure also targets imported luxury goods favored by North Korean leader Kim Jong Un and other officials, banning carpets and tapestries worth more than $500 and fine china and porcelain tableware valued at more than $100.

The U.S. and South Korea joined with China, Russia, Japan and North Korea in six-party talks aimed at curbing the North Korean nuclear weapons program in exchange for aid, but those negotiations broke down in 2009.

XS
SM
MD
LG