ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ໃຫ້ການ​ໜຸນ​ຫຼັງ​ ຕໍ່​ລັດຖະບານ ​ຊຸດໃໝ່​ ຂອງ​ລີ​ເບຍ


Libya Peace UN
please wait
Embed

No media source currently available

0:00 0:01:07 0:00

ໃນ​ວັນ​ພຸດ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະປະຊາ​ຊາດ
​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ ​ເປັນ​ເອກ​ກະ​ສັນ​ ​ໃຫ້ການ​ໜຸນ​ຫຼັງ​ຕໍ່​ລັດ
ຖະບານ​ສາມັກຄີຊາດຊຸດໃໝ່​ຂອງ​ລີ​ເບຍ ທີ່​ໄດ້​ຕົກລົງ​ກັນໃນ​ສັບ
​ປະດາ​ແລ້ວ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ຂອງ​ສະຫະ
​ປະຊາ​ຊາດໃຫ້ການ​ ສະໜັບສະໜຸນ ຕໍ່ຂໍ້​ຕົກລົງ​ທີ່​ວ່າ​ນີ້.

ຍັດຕິ​ທີ່​ສະ​ເໜີ​ໂດຍອັງກິດ ຮຽກຮ້ອງ​ໃຫ້ສະພາ​ປະທານາທິບໍດີ
​ລີ​ເບຍຊຸດ​ໃໝ່ນີ້​ປະຕິບັດ​ຕາມ ​ຂັ້ນ​ຕອນ ຂອງແຜນການສ້າງຕັ້ງ
ລັດຖະບານ​ຊຸດ​ໃໝ່​ພາຍ​ໃນ 30 ມື້ ​ໃນ​ຂະນະ​ທີ່ທຳ​ການ ຈັດ​ແຈ້ງ
​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ.

​ເອກ​ອັກຄະ​ລັດ​ຖະທູດ​ລີ​ເບຍປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ibrahim Dabbashi ໄດ້​ບອກ​ກັບ​ອົງການ​ຂ່າວ AP ວ່າ ທ່ານ​ຢາກ​ຈະ​ເຫັນ​ອົງການ​ສະຫະ​ປະຊາ​ຊາດ ຍົກ​ເລີກ​ການ​ຫ້າມ​ຂາຍ​ອາ​ວຸດ​ຕໍ່​ລີ​ເບຍ ​ເພື່ອ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ສາມາດ​ປ້ອງ​ກັນ​ຕົນ​ເອງ​ຈາກ​ກຸ່ມ​ລັດ​ອິສລາມໄດ້ ​ໂດຍ​ປາດ​ສະ​ຈາກ​ຄວາມ​ຈຳ​ເປັນໃ​ນ​ການ​ໂຈມ​ຕີ​ທາງ​ອາກາດຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​.

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະປະຊາ​ຊາດ ປະນາມ​ການ​ກໍ່​ການ​ຮ້າຍ​ຕ່າງໆ​ໃນ​ລີ​ເບຍ
ຂອງ​ກຸ່ມ​ລັດ​ອິສລາມ​ແລະ​ພວກ​ສະໜັບສະໜຸນ ​ໃນ​ລີ​ເບຍ ແລະໄດ້​ສະ​ແດງ​ຄວາມ​ເປັນ​ຫວ່ງ
​ເປັນ​ໃຍ ​ກ່ຽວ​ກັບສະຖານະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ຢູ່​ໃນ​ລີ​ເບຍ​.

ນອກ​ນັ້ນ ສະພາ​ຄວາມ​ໝັ້ນຄົງ​ຍັງ​ໄດ້​ຮຽກຮ້ອງໃຫ້​ລັດຖະບານຊຸດ​ໃໝ່ ອະນຸຍາດ​ໃຫ້​ພວກ​ແມ່ຍິງ​ເຂົ້າ​ຮ່ວມນຳ​ທຸກໆ​ການ​ຕັດສິນໃຈ ​ໃນ​ຂະນະ​ທີ່​ລີ​ເບຍຫັນປ່ຽນ​ຕົນ​ເອງ​ໄປ​ສູ່​ການ​ປົກ ຄອງແບບ​ປະຊາທິປະ​ໄຕທີ່​ຈະ​ເລີ​ນງອກ​ງາມ​ນັ້ນ.

ລັດຖະບານ​ສາມັກຄີຊາດຊຸດໃໝ່​ນີ້​ ຈະ​ໄດ້​ນຳ​ເອົາ​ກຸ່ມ​ທີ່​ປະ​ເທດ​ຕົນ​ເອງ​ວ່າ ​ເປັນ​ລັດຖະບານ​ອິສລາມໃນນະ​ຄອຮ Tripoli​ ​ແລະ​ລັດຖະບານ​ທີ່ຮັບ​ຮູ້​ໂດຍນາໆ​ຊາດ ​ໃນ​ເມືອງ Tobruk
ທີ່​ຕັ້ງຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນັ້ນ.

ສະ​ມາ​ຊິກສະພາ ທ່ານ ​Faez Saraj ຈາກນະຄອນ Tripoli​ ຈະ​ເປັນນາຍົກລັດຖະມົນຕີຄົນ​ໃໝ່. ທ່ານ​ຈະ​ໄດ້ເປັນ​ຜູຸ້ນຳສະມາຊິກ​ສະພາການ​ບໍລິຫານ​ 9 ທ່ານ ​ແລະ​ປະທານ​ສະພາ ປະທາ​ນາ​ທິບໍດີ ​ຈາກ​ທັງ​ສອງ​ລັດຖະບານ​ທີ່​ເປັນ​ຄູ່​ປໍ​ລະ​ປັກ.

ລີ​ເບຍ ແມ່ນປະສົບ​ກັບ​ຄວາມ​ວຸ້ນວາຍ ​ແລະ​ການ​ເມືອງ​ທີ່​ສັບສົນ ນັບ​ຕັ່ງ​ແຕ່ ຜູ້ນຳຜະ​ເດັດ
ການ Moammar Gadhafi ​ໄດ້​ຖືກ​ໂຄ່ນ​ລົ້ມ​ແລະ​ຖືກ​ສັງຫານ ​ໃນ​ປີ 2011.

XS
SM
MD
LG