ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ອົງການ UN ຈະຈັດກອງປະຊຸມ ສຸກເສີນ ກ່ຽວກັບ ອິສຣາແອລ ແລະ ປາແລັສໄຕນ


ພວກປະທ້ວງຊາວ ປາແລັສໄຕນ ຈູດຕີນລົດ ແລະ ປະທະກັບ
ທະຫານບົກ ອິສຣາແອລ ໃນໝູ່ບ້ານ Kobar ຕັ້ງຢູ່ເຂດ West Bank ໃກ້ໆກັບເມືອງ Ramallah, 22 ກໍລະກົດ, 2017.
ພວກປະທ້ວງຊາວ ປາແລັສໄຕນ ຈູດຕີນລົດ ແລະ ປະທະກັບ ທະຫານບົກ ອິສຣາແອລ ໃນໝູ່ບ້ານ Kobar ຕັ້ງຢູ່ເຂດ West Bank ໃກ້ໆກັບເມືອງ Ramallah, 22 ກໍລະກົດ, 2017.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ມີກຳນົດຈັດກອງປະຊຸມສຸກເສີນຂຶ້ນ
ສຳລັບວັນຈັນມື້ອື່ນນີ້ ເພື່ອປຶກສາຫາລື ກ່ຽວກັບ ການກໍ່ຄວາມຮຸນແຮງຢ່າງກະທັນຫັນ
ລະຫວ່າງ ຊາວ ອິສຣາແອລ ກັບພວກ ປາແລັສໄຕນ. ເປັນການຕໍ່ສູ້ທີ່ຮຸນແຮງທີ່ສຸດລະ
ຫວ່າງ ສອງຄູ່ແຂ່ງໃນຮອບຫຼາຍປີຜ່ານມາ.

ອິສຣາແອລ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກເຂົາເຈົ້າໄດ້ຈັບກຸມຢ່າງໜ້ອຍ 25 ຄົນ,
ລວມທັງສະມາຊິກຂອງກຸ່ມຫົວຮຸນແຮງ Hamas, ຜູ້ທີ່ພວກເຂົາເຈົ້າເຊື່ອວ່າ ໄດ້ເຂົ້າຮ່ວມ
ໃນການຕໍ່ສູ້ກັນເມື່ອບໍ່ດົນມານີ້.

ການປະທະກັນໄດ້ເກີດຂຶ້ນໃນວັນເສົາວານນີ້ ຢູ່ເມືອງເກົ່າ Jerussalem, ບ່ອນທີ່ຜູ້ຊາຍ
ມຸສລິມຫຼາຍຮ້ອຍຄົນ ໄດ້ຈັດການສູດມົນຕອນແລງຢູ່ພາຍນອກແບບທ້າທາຍ ຫລັງຈາກ
ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າໄປໃນສະຖານທີ່ສັກສິດ ທີ່ຊາວມຸສລິມເອີ້ນວ່າ ວິຫານອັນປະ
ເສີດ ແລະ ຊາວ ຢິວ ເອີ້ນວ່າ ວັດພູນັ້ນ.

ຫົວໜ້າທະຫານ ອິສຣາແອລ ຜູ້ທີ່ຄວບຄຸມກຸ່ມປ້ອງກັນສຳລັບບັນຫາພົນລະເຮືອນ ປາ
ແລັສໄຕນ ກ່າວວ່າ ອິສຣາແອລ ເປີດໂອກາດໃຫ້ເຈລະຈາ ກ່ຽວກັບ ທາງເລືອກຕໍ່ອຸປະ
ກອນຮັກສາຄວາມປອດໄພໃໝ່ ເຊິ່ງຖືກຕິດຕັ້ງຫຼັງຈາກເຈົ້າໜ້າທີ່ຕຳຫຼວດ ອິສຣາແອລ
ໄດ້ຖືກຂ້າຕາຍຢູ່ສະຖານທີ່ສັກສິດແຫ່ງນັ້ນ.

ພົນຕີ Yoav Modechai ໄດ້ກ່າວວ່າ “ເປັນສິ່ງດຽວທີ່ພວກເຮົາຕ້ອງ ການ ເພື່ອຮັບປະ
ກັນວ່າ ຈະບໍ່ມີໃຜສາມາດເຂົ້າໄປ ພ້ອມອາວຸດ ແລະ ດຳເນີນການໂຈມຕີອີກຄັ້ງໜຶ່ງໄດ້.”

ສະຖາບັນອິສລາມໃນນະຄອນ Jerussalem ໄດ້ກ່າວໃນຖະແຫຼງ ການສະບັບໜຶ່ງໃນ
ວັນອາທິດມື້ນີ້ວ່າ ພວກເຂົາເຈົ້າ “ຢືນຢັນວ່າຈະບໍ່ຍອມຮັບເອົາຢ່າງເດັດຂາດປະຕູອີເລັກໂທຣນິກ ແລະ ທຸກໆມາດຕະການຂອງການຍຶດຄອງນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Palestinians
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG