ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເລື່ອນການລົງຄະແນນສຽງ ຕໍ່ມະຕິການຊ່ວຍເຫຼືອ ເພື່ອຂໍການສະໜັບສະໜູນ ຈາກສະຫະລັດ


ຊາວປາແລັສໄຕນ໌ ເບິ່ງການທຳລາຍລ້າງ ຫຼັງການໂຈມຕີຂອງອິສຣາແອລ ໃນເມືອງຣາຟາ, ເຂດກາຊາ ວັນທີ 20 ທັນວາ 2023. ສົງຄາມລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ມື້ທີ 75 ໃນຂະນະທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດເລື່ອນການລົງຄະແນນສຽງອອກໄປອີກນຶ່ງມື້ ຕໍ່ມະຕິເພື່ອດເພີ້ມການຈັດສົ່ງຄວາມຊ່ວຍເຫຼືອ ໄປທີ່ເຂດກາຊາ.
ຊາວປາແລັສໄຕນ໌ ເບິ່ງການທຳລາຍລ້າງ ຫຼັງການໂຈມຕີຂອງອິສຣາແອລ ໃນເມືອງຣາຟາ, ເຂດກາຊາ ວັນທີ 20 ທັນວາ 2023. ສົງຄາມລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ມື້ທີ 75 ໃນຂະນະທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດເລື່ອນການລົງຄະແນນສຽງອອກໄປອີກນຶ່ງມື້ ຕໍ່ມະຕິເພື່ອດເພີ້ມການຈັດສົ່ງຄວາມຊ່ວຍເຫຼືອ ໄປທີ່ເຂດກາຊາ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອຂໍການສະໜັບສະໜຸນ ຈາກສະຫະລັດ ໃນມະຕິທີ່ຊອກຫາວິທີອຳນວຍຄວາມສະດວກ ໃນການຂະຫຍາຍຂະໜາດ ການຈັດສົ່ງຄວາມຊ່ວຍເຫຼືອໄປທີ່ເຂດກາຊາ ຊຶ່ງອົງການອາຫານໂລກກ່າວວ່າ ປະຊາກອນ ເຄິ່ງນຶ່ງກຳລັງອຶດຫິວ ທ່າມກາງການໂຈມຕີທາງທະຫານຂອງອິສຣາແອລ.

​ການ​ລົງ​ຄະ​ແນນ​ສຽງ ທີ່ໃນ​ເບື້ອງ​ຕົ້ນ​ ໄດ້​ວາງ​ແຜນ​ໄວ້ໃນ​ວັນ​ຈັນ​, ​ໄດ້​ຖືກ​ເລື່ອນ​ເວລາ​ອອກ​ໄປ​ເລື້ອຍໆ ເນື່ອງຈາກ​ນັກ​ການ​ທູດ ​ສະ​ແຫວ​ງຫາ​ພາສາ ​ທີ່ປະ​ນີປະ ນອມ​ທີ່​ວໍ​ຊິງ​ຕັນ​ສາມາດ​ຍອມຮັບ​ໄດ້.

ສະຫະລັດອາຣັບເອເມີເຣັສ ໃນ​ຖານະ​ທີ່​ເປັນ​ຜູ້ຕາງໜ້າ​ຊາວອາຣັບ ​ໃນ​ສະພາຂອງ 15 ປະ​ເທດ ​ໄດ້​ຮ່າງ​ມະຕິ​ດັ່ງກ່າວ ​ແລະ ​ເປັນ​ຜູ້​ນຳພາໃນ​ການ​ເຈລະຈາ.

"ໃນຖານະຜູ້ຖືປາກກາ, ພວກເຮົາຮັບຮູ້ ແລະເປັນສ່ວນນຶ່ງຂອງການຫາລືລະດັບສູງທີ່ເກີດຂື້ນ ລະຫວ່າງນະຄອນຫຼວງຕ່າງໆ ເພື່ອພະຍາຍາມບັນລຸຂໍ້ຄວາມທີ່ຈະນຳໄປໃຊ້ໃນຕົວຈິງ," ທ່ານນາງ ລານາ ນຸສເຊເບ (Lana Nusseibeh) ເອກອັກຄະລັດຖະທູດສະຫະລັດອາຣັບເອເມີເຣັສ ຫຼື UAE ກ່າວຕໍ່ບັນດານັກຂ່າວ. "ຈຸດປະສົງທີ່ສຳຄັນຂອງມະຕິນີ້ ແມ່ນເພື່ອພະຍາຍາມສ້າງຜົນກະທົບທາງບວກຕໍ່ປະຊາຊົນທີ່ຕ້ອງການມັນຫຼາຍທີ່ສຸດ."

ທ່ານ​ນາງ​ກ່າວ​ວ່າ, “ການ​ໃຫ້ພື້ນທີ່​ພຽງ​ເລັກ​ນ້ອຍ​ສຳ​ລັບ​ການ​ທູດ​ເພີ່ມຕື່ມ ​ອາດ​ຈະ​ໃຫ້​ຜົນໄດ້ຮັບ​ໃນ​ທາງ​ບວກ,” ແຕ່​ຖ້າ​ຫາກ​ວ່າ​ບໍ່ເປັນເຊັ່ນນັ້ນ, ສະພາ​ຈະ​ສືບຕໍ່​ລົງ​ຄະ​ແນນ​ສຽງ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​.

ຮ່າງ​ມະຕິ “ຮຽກຮ້ອງ” ໃຫ້ທຸກ​ຝ່າຍທີ່ຂັດແຍ່ງກັນ “ອະນຸຍາດ, ອຳນວຍ​ຄວາມ​ສະດວກ​ ແລະເປີດໃຫ້ ​ການ​ສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ ໃນວົງກວ້າງ ທີ່​ທັນ​ການ, ປອດ​ໄພ ​ແລະ ບໍ່​ມີ​ການ​ຂັດຂວາງ​ ສາມາດໄປເຖິງພົນລະເຮືອນຊາວປາແລັສໄຕນ໌ ໃນທົ່ວເຂດກາຊາ ໄດ້” ດ້ວຍ​ເສັ້ນທາງ​ທີ່​ກົງທີ່ສຸດ. ຮ່າງມະຕິດັ່ງກ່າວ ຍັງ "ຮຽກຮ້ອງໃຫ້ຢຸດຕິການເປັນປໍລະປັກກັນຢ່າງຮີບດ່ວນ" ເພື່ອໃຫ້ສາມາດເຂົ້າເຖິງການຊ່ວຍເຫຼືອ ທີ່ປອດໄພ ແລະບໍ່ມີອຸປະສັກ ແລະສໍາລັບຂັ້ນຕອນອັນຮີບດ່ວນໄປສູ່ "ການຢຸດຕິການເປັນປໍລະປັກກັນແບບຍືນຍົງ."

ບັນດາ​ນັກ​ການ​ທູດ​ກ່າວ​ວ່າ ພາກສ່ວນ​ສຸດ​ທ້າຍ​ນີ້​ຖືເປັນ​ຈຸດ​ຕິດ​ຂັດ​ທີ່​ສຳຄັນ ສຳ ລັບ​ຊາວ​ອາ​ເມຣິກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG