ອົງການສະຫະປະຊາຊາດກ່າວວ່າ ຕົນໄດ້ຮັບເງິນກູ້ຢືມກ້ອນນຶ່ງ
ທີ່ອາດຈະອຳນວຍໃຫ້ ພະນັກງານຊາວກຳປູເຈຍ ຢູ່ສານອາຊະ
ຍາກຳຂະເໝນແດງທີ່ພວມປະທ້ວງຢູ່ໃນເວລານີ້ກັບຄືນໄປເຮັດ
ວຽກ.
ພະນັກງານທ້ອງຖິ່ນ ປະມານ 250 ຄົນ ຢູ່ທີ່ສານ ຊຶ່ງໄດ້ຮັບການ
ໜຸນ ຫລັງໂດຍອົງການສະຫະປະຊາຊາດໄດ້ພາກັນນັດຢຸດງານ
ໃນຕົ້ນເດືອນຍ້ອນບໍ່ໄດ້ຮັບເງິນເດືອນ ຈາກລັດຖະບານກໍາປູເຈຍ
ມາຕັ້ງແຕ່ເດືອນມິຖຸນາ.
ນີ້ແມ່ນບັນຫາເທື່ອຫລ້າສຸດຂອງສານ ທີ່ຍັງຕ້ອງປະເຊິນໜ້າ ກັບ
ການ ຖືກກ່າວຫາວ່າ ບໍລິຫານງານຢ່າງຜິດພາດ ແລະສໍ້ລາດບັງຫລວງນັບຕັ້ງແຕ່ໄດ້ຕັ້ງຂື້ນມາໃນປີ 2006.
ອົງການສະຫະປະຊາຊາດ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ຕົນໄດ້ຮັບເງິນກູ້ຢືມກ້ອນນຶ່ງ ຈາກ “ປະເທດທີ່ໃຫ້ການຊ່ວຍເຫຼືອສໍາຄັນໆ” ຊຶ່ງຈະອຳນວຍໃຫ້ມີການຈ່າຍເງິນເດືອນຄືນໃຫ້ແກ່ບັນດາພະນັກງານທີ່ຍັງຕິດຄ້າງຢູ່ນັ້ນ. ໂຄສົກ ທ່ານ Lars Olsen ກ່າວວ່າ ທ່ານຫວັງວ່າ ການໄດ້ຮັບເງິນດັ່ງກ່າວ ຈະອຳນວຍໃຫ້ພະນັກງານກັບຄືນໄປເຮັດວຽກໄດ້.
ຖະແຫລງການຍັງໄດ້ຮຽກຮ້ອງໃຫ້ກໍາປູເຈຍ ຈົ່ງ “ປະຕິບັດຕາມຂໍ້ພັນ ທະ” ຂອງຕົນ ເພື່ອຈ່າຍເງິນເດືອນໃຫ້ແກ່ພະນັກງານທີ່ເປັນຄົນກຳປູ ເຈຍ ແລະຍັງເຕືອນອີກວ່າ ການປະທ້ວງເພີ້ມເຕີມນັ້ນ “ອາດຈະສ່ຽງຕໍ່ການຊັກຊ້າ ໃນຂັ້ນຕອນການດໍາເນີນຄະດີ ແລະເຮັດໃຫ້ສານບໍ່ມີຄວາມສາມາດປະຕິບັດງານໄດ້.”