ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ກ່າວວ່າ ໂຄງການອາຫານໃນໂຮງຮຽນ ແມ່ນເຫຼືອພຽງ ຈານດຽວເທົ່ານັ້ນ


ແຟ້ມພ້າບ - ເດັກນ້ອຍຜູ້ນຶ່ງ ຢູ່ໃນໂຮງຮຽນ ໂດລໂລ ຂອງໂຊມາເລຍ, ວັນທີ 19 ກັນຍາ 2022. ໃນຕອນທ່ຽງ, ພວກເດັກນ້ອຍຫຼາຍສິບຄົນ ກຳລັງຫິວໂຫຍ ຈາກສູນພັກພິງຊົ່ວຄາວ ພະຍາຍາມລອດເຂົ້າໄປໃນໂຮງຮຽນຊັ້ນປະຖົມ ໃນທ້ອງຖິ່ນ ບ່ອນທີ່ອົງການ WFP ໃຫ້ອາຫານທ່ຽງແກ່ພວກນັກຮຽນ.
ແຟ້ມພ້າບ - ເດັກນ້ອຍຜູ້ນຶ່ງ ຢູ່ໃນໂຮງຮຽນ ໂດລໂລ ຂອງໂຊມາເລຍ, ວັນທີ 19 ກັນຍາ 2022. ໃນຕອນທ່ຽງ, ພວກເດັກນ້ອຍຫຼາຍສິບຄົນ ກຳລັງຫິວໂຫຍ ຈາກສູນພັກພິງຊົ່ວຄາວ ພະຍາຍາມລອດເຂົ້າໄປໃນໂຮງຮຽນຊັ້ນປະຖົມ ໃນທ້ອງຖິ່ນ ບ່ອນທີ່ອົງການ WFP ໃຫ້ອາຫານທ່ຽງແກ່ພວກນັກຮຽນ.

ພວກເດັກນ້ອຍເກືອບ 420 ລ້ານຄົນ ໄດ້ຮັບຜົນປະໂຫຍດ ຈາກການໄດ້ຮັບອາຫານໃນໂຮງຮຽນໂດຍບໍ່ຕ້ອງຈ່າຍເງິນເມື່ອປີກາຍນີ້ ອີງຕາມບົດລາຍງານໃໝ່ຂອງອົງການອາຫານໂລກ ຫຼື WFP ທີ່ໄດ້ກ່າວ ໃນວັນອັງຄານວານນີ້ ຊຶ່ງໄດ້ສະໜອງຄວາມປອດໄພທີ່ສຳຄັນຢ່າງກວ້າງຂວາງ ໃນຂະນະທີ່ຄວາມອຶດຫິວ ເຂົ້າສູ່ລະດັບຂັ້ນວິກິດຢ່າງບໍ່ເຄີຍມີມາກ່ອນ ໃນທົ່ວໂລກ.

“ລັດຖະບານທັງຫຼາຍໃນທົ່ວໂລກ ເບິ່ງຄືວ່າ ຮັບຮູ້ເພີ້ມຂຶ້ນວ່າ ສຸຂະພາບແລະໂພຊະນາການຂອງພວກເດັກນ້ອຍ ເປັນສິ່ງນຶ່ງທີ່ຕ້ອງການ ແລະຕ້ອງໄດ້ປົກປ້ອງ ແມ່ນກະທັງຢູ່ໃນສະພາບທີ່ມີວິກິດການດ້ານງົບປະມານ ທີ່ສົ່ງຜົນກະທົບຕໍ່ໂລກກໍຕາມ ແລະໂດຍສະເພາະພວກປະເທດທີ່ມີລາຍໄດ້ຕ່ຳ” ນັ້ນແມ່ນຄຳເວົ້າຂອງທ່ານນາງຄາຣເມັນ ເບີບາໂນ ຫົວໜ້າໂຄງການອາຫານໃນໂຮງຮຽນຂອງອົງການອາຫານໂລກ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມຜ່ານທາງວີດີໂອ ຈາກນະຄອນຫຼວງໂຣມ.

ບົດລາຍງານ ກ່ຽວກັບສະພາບການຂອງການລ້ຽງອາຫານໃນໂຮງຮຽນ ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2020 ເມື່ອການລະບາດຂອງພະຍາດໂຄວິດ-19 ໄດ້ລົບກວນການສຶກສາຂອງພວກນັກຮຽນ 1 ພັນ 5 ຮ້ອຍລ້ານຄົນ ແລະພວກຊາວໜຸ່ມຢູ່ໃນທົ່ວໂລກ ແລະໄດ້ຕັດອອກການຮັບປະກັນລ້ຽງອາຫານໃນແຕ່ລະວັນ ສຳລັບພວກນັກຮຽນຫຼາຍລ້ານຄົນ.

ບົດລາຍງານນັ້ນ ກ່າວວ່າ ຈຳນວນຂອງພວກເດັກນ້ອຍ ທີ່ໄດ້ຮັບໂຄງການລ້ຽງອາຫານຢູ່ໂຮງຮຽນ ມາບັດນີ້ ໄດ້ກາຍລະດັບກ່ອນໜ້າຂອງໂຣກລະບາດແລ້ວ.

ອົງການ WFP ກ່າວວ່າ ອັນນັ້ນ ແມ່ນໃນປີ 2022, ມີເດັກນ້ອຍ 418 ລ້ານຄົນ ໃນທົ່ວໂລກ ໄດ້ຮັບອາຫານຢູ່ໃນໂຮງຮຽນ ຊຶ່ງມີຫຼາຍກວ່າ 30 ລ້ານຄົນ ກ່ອນໜ້າການລະບາດຂອງພະຍາດ ກະທົບໃນຕົ້ນປີ 2020.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG