ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ 68.5 ລ້ານຄົນ ໃນທົ່ວໂລກ ຖືກບັງຄັບ ໃຫ້ຍົກຍ້າຍຖິ່ນຖານ


ປ້າຍປະກາດ ວັນອົບພະຍົບໂລກ ຫຼື World Refugee Day ສຳລັບແຜນທີ່ ຂອງການລາຍ ກ່ຽວກັບ ອົບພະຍົບໃນທົ່ວໂລກ ຂອງວີໂອເອ ເຊິ່ງສະແດງໃຫ້ເຫັນ ຈຸດສີແດງ ທີ່ໝາຍເຖິງພວກອົບພະຍົບ.
ປ້າຍປະກາດ ວັນອົບພະຍົບໂລກ ຫຼື World Refugee Day ສຳລັບແຜນທີ່ ຂອງການລາຍ ກ່ຽວກັບ ອົບພະຍົບໃນທົ່ວໂລກ ຂອງວີໂອເອ ເຊິ່ງສະແດງໃຫ້ເຫັນ ຈຸດສີແດງ ທີ່ໝາຍເຖິງພວກອົບພະຍົບ.

ອົງການອົບພະຍົບ ຂອງສະຫະປະຊາຊາດ ກ່າວວ່າ ປະຊາຊົນ 68 ລ້ານ 5 ແສນຄົນ
ໃນທົ່ວໂລກ ທີ່ມີຈຳນວນຫຼາຍເປັນປະຫວັດການ ໄດ້ຖືກບັງຄັບໃຫ້ຫລົບໜີອອກຈາກ
ເຮືອນຊານ ຂອງພວກເຂົາເຈົ້າ ເມື່ອປີກາຍນີ້ ຍ້ອນສົງຄາມ ຄວາມຮຸນແຮງ ແລະການ
ຖືກປະຫັດປະຫານ.

ທ່ານ ຟີລິບໂປ ກຣານດີ ຂ້າຫລວງໃຫຍ່ ດ້ານອົບພະຍົບ ຂອງອົງການສະຫະປະຊາຊາດ
ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ນະຄອນເຈນີວາ ໃນວັນອັງຄານວານນີ້ ວ່າ ຈຳນວນຫລ້າ
ສຸດສຳລັບປີ 2017 ແມ່ນ ຫຼາຍກວ່າ ປີ 2016 ເກືອບ 3 ລ້ານ. ທ່ານ ໄດ້ກ່າວອີກວ່າ ຫຼາຍ
ກວ່າ 16 ລ້ານຄົນ ແມ່ນພວກຄົນທີ່ຫາກໍຖືກພັດຖິ່ນມາໃໝ່ໆ ໃນປີກາຍນີ້ ຍ້ອນບັນຫາ
ຂັດແຍ້ງ ທີ່ມີຢູ່ຕໍ່ເນື່ອງ ແລະຍືດເຍື້ອ ແລະ ບໍ່ສາມາດແກ້ໄຂ ຕໍ່ບັນຫາຂັດແຍ້ງເຫຼົ່ານັ້ນໄດ້
ທີ່ໄດ້ “ສືບຕໍ່ກົດດັນພວກພົນລະເຮືອນທັງຫຼາຍ.”

ທ່ານ ກຣານດີ ໄດ້ກ່າວຕໍ່ໄປວ່າ ຫຼາຍກວ່າ ສອງສ່ວນສາມ ຂອງພວກອົບພະຍົບທັງໝົດ
ຕົ້ນຕໍແມ່ນມາຈາກປະເທດຈຳນວນນຶ່ງ ທີ່ປະກອບດ້ວຍ ອັຟການິສຖານ ຊີເຣຍ ຊູດານໃຕ້
ແລະ ສາທາລະນະລັດ ປະຊາທິປະໄຕ ຄອງໂກ. ທ່ານກ່າວວ່າ ອົງການນີ້ ໄດ້ພົບເຫັນວ່າ
85 ເປີເຊັນ ຂອງພວກອົບພະຍົບທັງໝົດ ແມ່ນມາຈາກປະເທດທີ່ທຸກຍາກ ຫຼື ມີລາຍໄດ້
ປານກາງ ເຊິ່ງ “ຄວນເປັນອົງປະກອບທີ່ປັດເປົ່າຄວາມເຊື່ອ” ທີີ່ວ່າ ອັນນີ້ເປັນ“ວິກິດ
ການ ຂອງປະເທດທີ່ຮັ່ງມີ.”

Italy Migrant Ship
please wait
Embed

No media source currently available

0:00 0:00:42 0:00

The United Nations refugee agency says a record 68.5 million people around the world were forced to flee their homes last year due to war, violence and persecution.

Filippo Grandi, the world body's High Commissioner for Refugees, told reporters in Geneva Tuesday that the final numbers for 2017 were nearly three million higher than in 2016.He said more than 16 million people were newly displaced last year, due to ongoing, protracted conflicts and a lack of solutions to those conflicts that are putting "continuous pressure on civilians."

Grandi said more than two-thirds of all refugees originated from only a handful of countries, including Afghanistan, Syria, South Sudan and the Democratic Republic of Congo. He said the agency has discovered that 85 percent of all refugees came from poor or middle-income countries, which "should be an element dispelling the notion" this is "a crisis of the rich world."

XS
SM
MD
LG