ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມທຸກຈົນ ເປັນແຮງຜັກດັນ ໃຫ້ມີການປູກຝິ່ນ ຢູ່ມຽນມາ ແລະລາວ


ຜູ້ຊາຍຄົນໜຶ່ງ ກຳລັງປອກເປືອກດອກຝິ່ນ ເພື່ອເອົານໍ້າຢາງ ທີ່ ຈະນຳໃຊ້ເຮັດ ຢາຝິ່ນ.
ຜູ້ຊາຍຄົນໜຶ່ງ ກຳລັງປອກເປືອກດອກຝິ່ນ ເພື່ອເອົານໍ້າຢາງ ທີ່ ຈະນຳໃຊ້ເຮັດ ຢາຝິ່ນ.

ອົງການ​ຄວບ​ຄຸມຢາ​ເສບ​ຕິດ ແລະ​ອາຊະຍາ​ກຳ ສະຫະ​ປະຊາ​
ຊາດຫລື UNODC ກ່າວ​ວ່າ ການ​ຜະລິດ​ຢາຝິ່ນ​ໃນມຽນມາຍັງ
ຢູ່​ໃນ​ລະດັບ​ເດີມ ອີງ​ຕາມ​ການ​ຊັ່ງ​ຊາ​ການ​ຜະລິດ​ຝິ່ນເທື່ອຫ​ລ້າ​
ສຸດ. Ron Corben ມີ​ລາຍ​ງານຈາກ​ບາງກອກວ່າ ບັນດາ​ເຈົ້າ
ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ​ນາງ Aung San Suu
Kyi ຜູ້ນຳ​ພັກຝ່າຍ​ຄ້ານ ທີ່​ຄອບ​ງໍາ​ການ​ເລືອກ​ຕັ້ງ ​ຫວ່າງ​ມໍ່ໆ​ມາ​
ນີ້ ​ໄດ້​ສຶກສາ​ເບິ່ງນະ​ໂຍບາຍຕ່າງໆ ​ທີ່​ມີ​ຜົນ​ກະທົບ​ຕໍ່​ການຜະ
ລິດຢາຝິ່ນຂອງ​ປະ​ເທດ ​ແຕ່​ກໍປະ​ເຊີນ​ໜ້າ​ກັບ​ບັນຫາທ້າ​ທາຍ​ທີ່
​ສຳຄັນຕ່າງໆ​. ກິ່ງ​ສະຫວັນມີ​ລາຍ​ລະອຽດ​ກ່ຽວ ກັບ​ເລື້ອງນີ້
ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ສຳ​ຫລວດ​ຄັ້ງ​ສຸດ​ທ້າຍ ຂອງອົງການຄວບ​ຄຸມຢາ​ເສບ​ຕິດ ​ແລະ ອາ​ຊະ​ຍາ​ກຳ ສະຫະ
​ປະຊາ​ຊາດ ຫຼື UNODC ກ່ຽວ​ກັບ ​ການ​ປູກຝິ່ນ​ຢູ່​ໃນ​ມຽນມາ ​ແລະ​ລາວ​ທີ່​ນຳ​ອອກ​ເຜີ​ຍແຜ່
ເມື່ອ​ວັນ​ອັງ​ຄານແລ້ວນີ້ກ່າວ​ວ່າ ຄວາ​ມທຸກ​ຈົນ​ແລະບັນຫາ​ຂັດ​ແຍ້ງ​ ​ແມ່ນເປັນ​ກຳລັງຊຸກຍູ້
ຢູ່ເບື້ອງຫລັງການປູກຝິ່ນ ທີ່ໃຫຍ່ສຸດເປັນ ອັນດັບສອງຫລັງ ຮອງຈາກອັຟກາ​ນິສຖານ.

ອົງການ UNODC ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ ຜົນ​ການປູກຢາຝິ່ນ​ຢູ່ໃນ​ເຂດເອ​ເຊຍ​ອາຄ​ະ​ເນ
ໂດຍ​ທົ່ວ​ໄປ​ແລ້ວໄດ້ເພີ້ມຂຶ້ນເປັນ​ປົກກະຕິ​ໃນ​ໄລຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາກໍ​ຕາມ ​ແຕ່
​ການຜະລິດ​ໃນ​ປີນີ້​ ແມ່ນເພີ້ມຂຶ້ນ​ເປັນຫຼາຍກວ່າ​ສາມ​ເທົ່າ ​ຂອງປີ 2006 ​ແລະ 90 ​ເປີ​
ເຊັນຂອງ​ການ​ຜະ​ລິດຢູ່​ໃນ​ເຂດ​ເອ​ເຊ​ຍອາຄະ​ເນ ແມ່ນ​ມີ​ຈຸດ ສູນ​ກາງ​ຢູ່​ໃນ​ມຽນມາ ​ໂດຍ
ສ​ະ​ເພາະ ​ແມ່ນຢູ່​ພາກ​ເໜືອ​ຂອງ​ລັດ​ສານ.

ຮູບພາບໃນເດືອນມັງກອນ ທີ 30, 2014, ພວກອາສາສະມັກ ພາກັນທຳລາຍທົງປູກຢ່າຝິ່ນ ໃນໝູ່ບ້ານ Loi Chyaram ທີ່ປະເທດມຽນມາ
ຮູບພາບໃນເດືອນມັງກອນ ທີ 30, 2014, ພວກອາສາສະມັກ ພາກັນທຳລາຍທົງປູກຢ່າຝິ່ນ ໃນໝູ່ບ້ານ Loi Chyaram ທີ່ປະເທດມຽນມາ

ທ່ານ Jeremy Douglas ຜູ້ຕາງໜ້າອົງການ UNODC ໃນ​ເຂດ​ເອ​ເຊຍອາ ຄະ​ເນ ກ່າວ​ວ່າ ​ເຫດຜົນ​ທີ່​ການ​ຜະລິດ​ໃນບາ​ງບ່ອນ ​ຍັງ​ມີ​ຢູ່ຕໍ່​ມາ​ແມ່ນຈະ​ແຈ້ງ​ທ່ານ Douglas ກ່າວ​ວ່າ “ມັນ​ໄດ້​ຮັບ​ແຮງຜັກ​ດັນ​ໂດຍ​ເສດຖະກິດ. ມັນ​ໄດ້​ຜ່ານ​ ການສຳຫລວດທາງ​ດ້ານ​ສັງຄົມ
​ເສດຖະກິດ ທີ່​ບໍ່ຕື່ນ​ຕົກ​ໃຈ ​ໄດ້ພົບ​ເຫັນ​ວ່າ ມັນ​ເປັນແຫ​ລ່ງຂອງລາຍ​ໄດ້​ສູງ ​ແລະ​ຄວາ​ມ
ທຸກ​ຈົນ ນີ້​ເປັນແຮງ​ຜັກ​ດັນສອງ​ຢ່າງ. ​ແຫ​ລ່ງລາຍ​ໄດ້​ສູງຂື້ນ ​ບ່ອນ​ທີ່​ເຂົາ​ເຈົ້າ​ບໍ່​ມີແຫ​ລ່ງ
ລາຍ​ໄດ້ອື່ນໆແລະ​ຄວາມ​ທຸກ​ຈົນ. ​ເພາ​ສະ​ນັ້ນ ​ເຂົາ​ເຈົ້າ​ບໍ່ສາມາດຫາ​ລ້ຽງ​ຊີບ​ຢ່າງ​ຖືກຕ້ອງ
ດ້ວຍ​ຕົວ​ເອງ ​ແລະ​ເຂົາ​ເຈົ້າມີ​ຄອບຄົວ​ທີ່​ຕ້ອງ​ລ້ຽງ​ດູ. ​ເພາະ​ສະ​ນັ້ນມັນ​ຈຶ່ງຊຸກ​ຍູ້​ໃຫ້​ຜູ້ຄົນ
​ພາກັນ​ຫັນໄປປູກ​ຝິ່ນ ​ເພື່ອ​ຫາ​ລ້ຽງ​ຊີບ​ແກ່​ຄອບຄົວ.”

ຢູ່​ໃນ​ລາວ ລາຍ​ງານ​ພົບ​ເຫັນ​ວ່າ ​ເຂດ​ທີ່ມີ​ການ​ປູກ​ຝິ່ນ​ສ່ວນ​ໃຫຍ່​ແມ່ນ​ຢູ່ທີ່ແຂວງ​ຜົ້ງສາລີ
​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ແລະ​ມີ​ປະມານ ​ຕ່ຳ​ກວ່າ 6,000 ​ເຮັກຕາ. ຜົນການ​ຜະລິດຝິ່ນ
ລະຫວ່າງມຽນມາແລະ​ລາວ​ປະກອບ​ເປັນ 25 ​ເປີ​ເຊັນ​ຂອງ​ການຜະລິດທັງ​ໝົດໃນ​ໂລກ
ໃນ​ຂະ​ນະ​ທີ່​ຜະລິດຜົນສ່ວນ​ໃຫຍ່ນັ້ນ ​ແມ່ນຢູ່​ໃນ​ອັ​ຟ ການິ​ສຖານ.

ທ່ານນາງ Aung San Suu Kyi ກ່າວຄຳປາໄສ ຢູ່ທີ ເມືອງ Hopong ລັດສານ ປະເທດມຽນມາ ວັນທີ 6 ກັນຍາ ປີ 2015.
ທ່ານນາງ Aung San Suu Kyi ກ່າວຄຳປາໄສ ຢູ່ທີ ເມືອງ Hopong ລັດສານ ປະເທດມຽນມາ ວັນທີ 6 ກັນຍາ ປີ 2015.

ໃນ​ມຽນມາ​ເອງ​ນັ້ນ ​ລັດ​ສານຊຶ່ງ​ຕັ້ງຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ການ​ຜະລິດ​ໄດ້ ​ເພີ້ມຂຶ້ນ
14 ເປີເຊັນ​ ທ່າມກາງ​ການ​ສູ້​ລົບ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາລະຫວ່າງ​ກຳລັງ ຂອງ​ລັດສານ ​ແລະ​
ທະຫານ​ມຽນມາ.

ທ່ານ Douglas ກ່າວ​ວ່າ ບັນຫາ​ຂັດ​ແຍ້ງນີ້ ​ໃນ​ຫ້າ​ປີ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ການ​ຜະ​ລິດ​ເພີ້ມ
ຂື້ນເປັນ​ສອງ​ເ​ທົ່່າ ຢູ່​ໃນບາງ​ເຂດ.

ພັກຫົວ​ກ້າວໜ້າ​ລັດ​ສານ ​ແລະ​ກອງທັບລັດ​ສານ ຕ່າງ​ກໍ​ບໍ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ ລົງ​ຢຸດ​ຍິງ
ສະບັບວັນ​ທີ 15 ​ເດືອນ​ຕຸລາ ກັບ​ກຳລັງ​ປະກອບ​ອາວຸດຊົນ​ຊາດ​ຊົນ ​ເຜົ່າ 8 ກຸ່ມ ທີ່​ໄດ້ໃຫ້
ການ​ອະນຸມັດ​ເມື່ອອາທິດ​ແລ້ວ​ນີ້​ໂດຍສະພາແຫ່ງ​ຊາດມຽນ ມາ.

ທ່ານ Douglas ກ່າວ​ວ່າ ຜູ້ນຳ​ລັດຖະບານ​ຊຸດ​ໃໝ່ຂອງພັກ​ສັນນິບາດແຫ່ງ​ຊາດ​ ເພື່ອ
​ປະຊາທິປະໄຕ ຫລື NLD ທ່ານ​ນາງ Aung San Suu Kyi ​ໄດ້ສຶກສາ​ເພື່ອຫາ​ທາງ​ແກ້​
ໄຂບັນຫາ​ຕ່າງໆ​ທີ່​ຫ້ອມ​ລ້ອມ​ການ​ລັກລອບ​ຄ້າຂາຍ​ຢາຝິ່ນ ​ແລະ ເຮ​ໂຣ​ອິນ​. ​ໃນ​ເດືອນ​
ກັນຍາຜ່ານ​ມາ ທ່ານ​ນາງ Aung Sa Suu Kyi ​ໄດ້​ເດີນ ທາງ​ໄປ​ລັດ​ສານ ​ແລະ​ໄດ້​ກ່າວ
ວ່າ ຈະ​ຖື​ເອົາ​ນະ​ໂຍບາຍ​ຢາ​ເສບ​ຕິດ​ເປັນ​ບູລິ​ມະ​ສິດນຶ່ງ.

​ແຕ່​ບັນຫາທ້າ​ທາຍ​ຍັງ​ຄົງ​ມີ​ຢູ່ ​ໂດຍ​ສະ​ເພາະ ​ຍ້ອນວ່າ ບັນດາ​ພະ​ແນ​ກການ​ທີ່ ສຳຄັນ​ຂອງ​
ລັດຖະບານ ທີ່​ດູ​ແລ​ນະ​ໂຍບາຍ​ຢາ​ເສບ​ຕິດໃນ​ມຽນມາ ຍັງ​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມຂອງ
ພວກ​ທະຫານ​ຜູ້​ມີ​ອິດ​ທິພົນໃນ​ປະ​ເທດ.

ທ່ານ Douglas ກ່າວ​ວ່າ “ທ່ານ​ນາງ Aung San Suu Kyi ຈະໄດ້​ຮັບ​ການ​ທ້າ​ທາຍ​ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ​ເປັນ​ສິ່ງ​ທີ່​ພວກ​ຫົວ​ປະຕິ​ຮູບ​ໃນ​ລັດຖະບານ​ມຽນ ມາ ​ຈະຕ້ອງພິຈາລະ
ນາວ່າ ​ເຂົາເຈົ້າ​ຢາກໃຫ້​ທ່ານ​ນາງ ​ເຂົ້າໄປ​ພົວພັນ​ແບບ​ໃດ​ໃນການປະຕິ​ຮູບຕຳຫລວດ ​ແລະ​ປະຕິຮູບ​ຫຼາຍໆພາກສ່ວນຂອງ​ລັດຖະບານ ທີ່​ຈະ​ກຳກັບ​ຢ່າງ​ແທ້ຈິງໃນ​ການ​ຄວບ​
ຄຸ​ມຢາ​ເສບ​ຕິດນັ້ນ.”

ຖົງແກ່ນຢາຝິ່ນ
ຖົງແກ່ນຢາຝິ່ນ

ຕະຫລາດ​ການ​ລັກລອບຄ້າ​ຢາຝິ່ນ ​ແລະ​ເຮ​ໂ​ອິນ ຢູ່​ໃນ​ຂົງ​ເຂດ ສ່ວນ​ໃຫຍ່ແລ້ວ ແມ່ນ​ແນ
ໃສ່ຄວາມ​ຮຽກຮ້ອງຕ້ອງການ​ຢູ່​ໃນ​ຈີນ ​ແລະ​ຮົງ​ກົງ ທີ່​ມີ​ມູນ​ຄ່າປະມານ 20 ພັນ​ລ້ານ​ໂດ​ລາ.

ທ່ານ Douglas ກ່າວ​ວ່າ ​ໃນ​ຂະນະ​ທີ່ສະຫະ​ປະຊາ​ຊາດ ​ແລະ​ບັນດາ​ປະ​ເທດ ທີ່ໃຫ້ການ​
ຊ່ວຍ​ເຫລືອ ​ເບິ່ງ​ໄປຫາການພັດທະນາທາງ​ເລືອກ ​ເພື່ອ​ແຫ​ລ່ງລາຍຮັບ​ຂອງ​ພວກ​ປູກ​ຝິ່ນ
ບັນຫາ​ທ້າ​ທາຍ​ໃໝ່​ໃນການລັກລອບ​ຄ້າ​ຢາ​ເສບ​ຕິດໃນຂົງ ເຂດ​ກໍ​ໄດ້​ປາກົດໂຕ​ຂື້ນ​ມາ​ໃຫ້
​ເຫັນ ​ໂດຍ​ສະ​ເພາະ​ແມ່ນຢ່າ​ບ້າ ​ກະ​ຕຸ້ນປະສາດ ​ແລະ​ຢາ​ສັງ​ເຄາະອື່ນໆ.

XS
SM
MD
LG