ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ກ່າວ​ວ່າ ສະ​ຖານ​ທີ່ ມໍ​ລະ​ດົກ ໂລກ 17 ແຫ່ງ​ ຂອງອາ​ຣັບ ກຳ​ລັງ ຕົກ ຢູ່​ໃນ​ ສະ​ພາບ​ສ່ຽງ​ ທີ່​ຈະ​ຖືກ ທຳ​ລາຍ


ພາຍ​ຖ່າຍ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 27 ມີ​ນາ, 2016 ໂດຍ​ອົງ​ການ​ຂ່າວລັດ​ຖະ​ບານ​ຂອງ​ຊີ​ເຣຍ ສະ​ແດງ​ໃຫ້​ເຫັນ​ວ່າ ຮູບ​ປັ້ນ​ຕ່າງ​ໆ ຢູ່​ໃນຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ນຶ່ງ​ໃນ​ເມືອງ ພາ​ລ​ມີ​ຣາ ຊຶ່ງ​ເປັນ​ເມືອງ​ເກົ່າ​ແກ່ ຂອງ​ຊີ​ເຣຍ ຖືກ​ທຳ​ລາຍ​ໝົດ.
ພາຍ​ຖ່າຍ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 27 ມີ​ນາ, 2016 ໂດຍ​ອົງ​ການ​ຂ່າວລັດ​ຖະ​ບານ​ຂອງ​ຊີ​ເຣຍ ສະ​ແດງ​ໃຫ້​ເຫັນ​ວ່າ ຮູບ​ປັ້ນ​ຕ່າງ​ໆ ຢູ່​ໃນຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ນຶ່ງ​ໃນ​ເມືອງ ພາ​ລ​ມີ​ຣາ ຊຶ່ງ​ເປັນ​ເມືອງ​ເກົ່າ​ແກ່ ຂອງ​ຊີ​ເຣຍ ຖືກ​ທຳ​ລາຍ​ໝົດ.

ລັດ​ຖະ​ບານ​ຂອງ​ຊີ​ເຣຍ​ເວົ້າ​ວ່າ ເມືອງເກົ່າ​ແກ່ພາ​ລມີ​ຣາ (Palmyra) ທີ່ຖືກ​ທຳ​ລາຍ​ຢ່າງ
​ໜັກ​ ໂດຍ​ພວກນັກ​ລົບ​ຂອງ​ກຸ່​ມ​ລັດ​ອິ​ສ​ລາມ ຫລື IS ນັ້ນ ອາດສາ​ມາດເປີດ​ໃຫ້​ຄົນ​ເຂົ້າ​
ໄປ​ຢ້ຽ​ມ​ຊົມ​ໄດ້​ອີກ ໃນ​ລະ​ດູ​ບານ​ໃໝ່​ໜ້ານີ້. ແຕ່​ວ່າ ໃນ​ຂະ​ນະ​ທີ່ການ​ຟື້ນ​ຟູ​ຍັງ​ສືບ​ຕໍ່​ດຳ
​ເນີນ​ໄປຢູ່​ໃນ​ພາກ​ພື້ນ​ດິນຢູ່ນັ້ນ ບໍ​ລິ​ສັດທີ່​ກຳ​ລັງ​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນບໍ​ລິ​ສັດ​ນຶ່ງ​ຂອງ​ຝ​ຣັ່ງ
​ກໍ​ກຳ​ລັງ​ເອົາພາບ​ມາ​ສະ​ແດງ ​ໃຫ້​ຄົນ​ຮູ້ວ່າ ເມືອງແພ​ລໄ​ມ​ຣາ (Palmyra) ແລະ​ເມືອງ​
ອື່ນໆ ທີ່​ໄ​ດ້​ຮັບ​ຜົນ​ກະ​ທົບ​ຈາກ​ສົງ​ຄາມ ເປັນຄື​ແນວ​ໃດໃນ​ເມື່ອ​ກ່ອນ. ເຄວິນ ອີນອ​ກ​ສ໌
ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.

ນີ້​ຄື​ເມືອງອາ​ແລັບ​ໂປ (Aleppo) ພາຍ​ຫລັງ​ທີ່​ມັນ​ຖືກ​ທຳ​ລາຍຍ້ອນ​ການ​ສູ້​ລົບ​ກັນ​ໃນ​
ສົງ​ຄາມ​ກາງ​ເມືອງ. ແລະ​ນີ້​ແມ່ນ ວັດ​ອິ​ສ​ລາມ ອາ​ລ-ນູ​ຣີ (Al-Nouri) ຢູ່​ເມືອງໂມ​ໂຊລ
(Mosul) ຂອງ​ອີ​ຣັກ ຊຶ່ງ​ຖືກ​ທຳ​ລາຍ​ຍ້ອນ​ການ​ສູ້​ລົບ​ກັນ ເຊັ່ນ​ກັນ.

ແລະ​ນີ້​ແມ່ນ​ຮູບ​ຕອນນຶ່ງ ທີ່​ມັນ​ເຄີຍ​ເປັນ​ໃນເມື່ອ​ກ່ອນ ແລະ​ບາງ​ເທື່ອ​ອາດ​ຈະ​ກັບ​ຄືນ
​ມາ​ເປັນ​ແນວນັ້ນໄດ້​ອີກ.

ພາບ​ອັນ​ນີ້, ໂດຍ​ໄດ້​ຮັບ​ມາ​ຈາກ ບໍ​ລິ​ສັດ​ນ້ອຍໆ ທີ່​ກຳ​ລັງ​ສ້າງ​ຂຶ້ນແຫ່ງ​ນຶ່ງ ທີ່​ຊື່​ວ່າ ໄອ​
ໂຄ​ເນັມ (ICONEM) ບໍ່​ພຽງ​ແຕ່ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ການ​ທຳ​ລາຍ ຕໍ່​ສະ​ຖານ​ທີ່
​ທາງ​ປະ​ຫວັດ​ສາດບາງ​ບ່ອນເທົ່າ​ນັ້ນ ແຕ່​ຍັງ​ໃຫ້​ເຫັນ​ພາບ​ຂອງ​ສະ​ຖານ​ທີ່ນັ້ນຕອນ​ຍັງ​
ບໍ່​ທັນ​ໄດ້​ຖືກ​ທຳ​ລາຍ​ ໂດຍ​ວັນ​ເວ​ລາ​ທີ່​ຜ່ານ​ໄປ ແລະ​ໂດຍ​ສົງ​ຄາມນັ້ນ ນຳ​ອີກ.

ທ່ານ ອີຟສ໌ ອູ​ແບ​ລ​ແມນ ຈາກ​ບໍ​ລິ​ສັດໄອ​ໂຄ​ເນັມ (ICONEM) ກ່າວ​ເປັນ​ພາ​ສາ​ຝ​ຣັ່ງ​ວ່າ:
"ພວກ​ເຮົາ​ເອົາ​ຮູບ​ພາບ​ຫລາຍ​ຮ້ອຍ​ອັນ​ໃນ​ຈຳ​ນວນ​ຫລາຍເປັນ​ພັນໆອັນ ທີ່​ພວກ​ເຮົາ
​ໄດ້​ເອົາ​ມາ​ຝ​ຣັ່ງ​ນຳ ເພື່ອ​ດຳ​ເນີນ​ການ ໂດຍ​ໃຊ້​ຄອມ​ພີວ​ເຕີ​ໃຫຍ່ ແລະວິ​ທີ ການທີ່​ເປັນ​
ຂັ້ນ​ຕອນທາງ​ຄອມ​ພີວ​ເຕີເຫລົ່າ​ນີ້ ຈະ​ສ້າງໃຫ້​ມີ ແບບ​ຂອງ​ສາງ​ເກັບ​ຮູບ​ພາບ​ສາມ​ມິ​ຕິ
ຫລື photorealistic 3D models ທີ່​ເປັນ​ສຳ​ເນົາ​ແທ້​ຂອງ​ສະ​ຖານ​ທີ່ ທີ່​ແທ້​ຈິງ ແຕ່​ວ່າ
​ສາ​ມາດ​ເປີດ​ເບິ່ງ​ໄດ້​ທຸກ​ເວ​ລາ ນັ້ນ ແບບ​ໂອ​ໂຕ​ເມ​ຕິກ​ເລີຍ."


ເພື່ອ​ຈະ​ເກັບ​ກຳ​ເອົາ​ຮູບ​ພາບ​ເຫລົ່າ​ນັ້ນ​ມາ​ໄດ້ ພວກ​ທີມ​ງານ​ທັງ​ຫລາຍ ​ໄດ້ໄປ​ເບິ່ງ​ສະ​
ຖານ​ທີ່​ ເຊັ່ນ​ກັນ​ກັບ​ສະ​ຖານ​ທີ່ນີ້ ຢູ່​ເມືອງພາ​ລ​ມີ​ຣາ (Palmyra) ໂດຍ​ຖື​ກ້ອງ​ຖ່າຍ​ຮູບ
ໄປ​ນຳ ຫລັງ​ຈາກນັ້ນ ກໍປ່ອຍ​ໃຫ້ວິ​ທີການຂອງ​ຂັ້ນ​ຕອນ​ທາ​ງ​ຄອມ​ພີວ​ເຕີ​ຂອງ​ພວກ
​ເຂົາ​ເຈົ້າ ປະ​ຕິ​ບັດ​ງານ​ສ່ວນ​ທີ່​ຍັງ​ເຫລືອ.

ຢູ່ພາບ​ຖ່າຍ​ໃນ​ວັນ​ທີ 14 ເມ​ສາ 2016 ທະ​ຫານ​ຣັດ​ເຊຍ ຢືນ​ເບິ່ງ​ຄວັນ​ທີ່​ພຸ້ງ​ຂຶ້ນ ຍ້ອນ​ລະ​ເບີດ​ແຕກ ຢູ່​ໃນສະ​ຖານ​ທີ່ນີ້ ຢູ່​ເມືອງພາ​ລ​ມີ​ຣາ (Palmyra) ທີ່​ເກົ່າ​ແກ່​ຂອງ​ຊີ​ເຣຍ
ຢູ່ພາບ​ຖ່າຍ​ໃນ​ວັນ​ທີ 14 ເມ​ສາ 2016 ທະ​ຫານ​ຣັດ​ເຊຍ ຢືນ​ເບິ່ງ​ຄວັນ​ທີ່​ພຸ້ງ​ຂຶ້ນ ຍ້ອນ​ລະ​ເບີດ​ແຕກ ຢູ່​ໃນສະ​ຖານ​ທີ່ນີ້ ຢູ່​ເມືອງພາ​ລ​ມີ​ຣາ (Palmyra) ທີ່​ເກົ່າ​ແກ່​ຂອງ​ຊີ​ເຣຍ

ທ່ານ ອູ​ແບ​ລ​ແມນ ກ່າວ​ເປັນ​ພາ​ສາ​ຝ​ຣັ່ງ​ອີກວ່າ "ແບບ​ສາມ​ມິ​ຕິ ຫລື 3D ນີ້ ທີ່​ພວກ​ເຮົາ​
ກຳ​ລັງ​ຈະ​ສ້າງ​ຂຶ້ນນີ້ ຈະ​ຊ່ວຍ​ສ້າງ​ແຜນ​ທີ່​ລວມ ແລະ​ການ​ລົງ​ທະ​ບຽນ​ທີ່​ດິນ ທີ່​ເຮັດ​ໃຫ້​
ພວກ​ນັກ​ສະ​ຖາ​ປະ​ນິກໄປ​ຫາ​ເມືອງ​ດັ່ງ​ກ່າວ​ໄດ້ …. ຊຶ່ງ​ເປັນ​ອະ​ນຸ​ສາ​ວະ​ລີ ທີ່​ພວກ​ເຮົາ​
ຈະ​ສາ​ມາດ​ຮັກ​ສາ​ໄວ້​ໄດ້ ແລະ​ທີ່​ພວກ​ເຮົາ​ຈະສາ​ມາດ​ຟື້ນ​ຟູ​ຄືນ​ໄດ້ ແລະ​ທີ່​ຈະເປັນ​ຍຸດ
​ທະ​ສາດທີ່​ພວກ​ເຮົາ​ໃຊ້ ເພື່ອ​ສ້າງ​ສາ​ຄືນ​ໃນ​ອະ​ນາ​ຄົດ."


ຜົນ​ງານ​ບາງ​ຢ່າງ​ຂອງ​ທີມ​ງານ ປັດ​ຈຸ​ບັນ​ກຳ​ລັງ​ຖືກວາງ​ສະ​ແດງ​ຢູ່​ໃນ​ນະ​ຄອນ ປາ​ຣີ. ແລະ
ສຳ​ລັບ​ຫລາຍ​ຄົນແລ້ວອັນນີ້​ເປັນເລື້ອງທີ່​ຕ້ອງ​ໄດ້​ເຮັດ​ໃຫ້ມີ​ຄວາມ​ຮູ້​ສຶກເລິກ​ຊຶ້ງ​ໃນ​ໃຈຫລາຍ.

ທ່ານ ໂຣ​ເຈີ ກີ​ວາ​ເນັດ (ROGER GIVARNET) ຜູ້​ຊົມ​ການ​ວາງ​ສະ​ແດງ ຜູ້ນຶ່ງ ກ່າວ​ເປັນ​
ພາ​ສາ​ຝ​ຣັ່ງ​ວ່າ:
"ເປັນ​ເລື້ອງ​ທີ່​ໜ້າ​ເສົ້າ​ໃຈ​ຫລາຍ. ຂ້ອນ​ຮູ້​ສຶກ​ເສົ້າ​ໃຈ ເພາະ​ວ່າ ຂ້ອຍ​ໄປ​ຢ້ຽມຊົມເມືອງ
ເລັບຕິ​ສ ແມກ​ນາ (Leptis Magna) ແລະ ເມືອງອາ​ແລັບ​ໂປ ກ່ອນ​ທີ່​ຈະ​ມີ​ການ​ຖິ້ມ​ລະ​
ເບີດໃສ່ທີ່ນັ້ນ ແລະ​ມັນ​ເຮັດ​ໃຫ້​ຫົວ​ໃຈ​ແຕກ​ສະ​ຫລາຍ, ອີ່​ຫລີ​ໄດ໋ ເພາະ​ວ່າ ມັນເປັນ​
ເມືອງ​ທີ່​ງາມຫລາຍ​ອີ່​ຫລີ, ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາໄ​ວ້ ໂດຍ​ທີ່​ມີ​ຊີ​ວິດ ຊີ​ວາ ​ຢູ່​ໃນຫັ້ນ​
ອີ່​ຫລີ, ແລະ​ເມື່ອ​ໄດ້​ເຫັນ​ເຊັ່ນ​ນີ້ ມັນ​ເຮັດ​ໃຫ້​ເສົ້າ​ໃຈ​ຫລາຍ."


ບໍ​ລິ​ສັດ ICONEM ໄດ້​ເຮັດ​ວຽກ​ເປັນ​ທີມ​ຮ່ວມ​ກັບອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອ​ຊ່ວຍ​
ເຮັດ​ໃຫ້​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ​ຟື້​ນຟູ​ສະ​
ຖານ​ທີ່​ຕ່າງໆ ເຊັ່ນ ໂມ​ໂຊລ, ອາ​ແລັບ​ໂປ ແລະ​ພາ​ລ​ມີ​ຣາ (Palmyra) ​ຄືນມາ​ສູ່​ສະ​ພາບ​
ເດີມ​ໄດ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG