ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາເຈົ້າໜ້າທີ່ ຮຽກຮ້ອງ ໃຫ້ຮັດເຄັ່ງຂຶ້ນ ພວກເຄມີຕົ້ນ ທີ່ນຳມາ ຜະລິດ ຢາທຽມ


ຮູບພາບ ຢາເສບຕິດທຽມ ທີ່ຍຶດໄດ້
ຮູບພາບ ຢາເສບຕິດທຽມ ທີ່ຍຶດໄດ້

ກອງ​ປະຊຸມ​ສະ​ຫະປະຊາ​ຊາດ​ວ່າ​ດ້ວຍ​ການ​ຄ້າ​ຢາ​ທຽມ​ທີ່​ຜິດ​ກົດໝາຍ ກ່າວ​ວ່າ ການ​ລັກລອບ​ຄ້າ​ຢາ​ດັ່ງກ່າວ​ ກຳລັງ​ເພີ້​ມຂຶ້ນ​ໃນ​ທົ່ວ​ພາກສ່ວນ​ໃຫຍ່​ຂອງ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ ​ໂດຍ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ທາງ​ອິນ​ເທີ​ແນັດ ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ພວມ​ເພີ້​ມທະວີຂຶ້ນນັບ​ມື້. Ron Corben ຜູ້​ສື່​ຂ່າວວີ​ໂອ​ເອ ລາຍ​ງານ​ມາຈາກ​ບາງກອກ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຮຽກຮ້ອງ​ໃຫ້ມີ​ການຄວບ​ຄຸມ​ເຄັ່ງ​ຄັດ​ຂຶ້ນ​ພວກ​ເຄມີ​ຕົ້ນ​ທີ່​ນຳ​ມາ​ຜະລິດ​ຢາ​ທຽມເຫລົ່າ​ນັ້ນ ດັ່ງສິງ​ຈະ​ນຳ​ມາສະ​ເໜີ​ທ່ານ​ຕໍ່​ໄປ..

​ຫ້ອງການຢາ​ເສບ​ຕິດແລະ​ອາ​ຊະ​ຍາ​ກຳ ຂອງສະຫະ​ປະຊາ​ຊາດ ຫຼື UNODC ກ່າວ​ວ່າ ການ​ຜະລິດ​ແລະ​ການ​ລັກລອບ​ຄ້າ​ຢາເສບ​ຕິດ​ ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກຳລັງ​ຂະ​ຫຍາ​ຍ​ໂຕ​ອອກ ​ແລະ​ມີຫຼາກ​ຫຼາຍຊະນິດ ​ຍ້ອນພວກ​ຢາ​ເສບ​ຕິດ​ທຽມ​ໃໝ່ ທີ່ຢູ່​ນອກ​ການ​ຄວບ​ຄຸມ​ຂອງ​ນາໆ​ຊາດ.

ອົງການ UNODC ກ່າວ​ວ່າ ມີ​ຄວາມ​ຈຳ​ເປັນ​ເພີ້​ມຂຶ້ໜ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ພວກ​ເຄມີ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ຖືກ​ໝູນ​ໃຊ້​ໄປ​ຜະລິດ​ຢາເສບຕິດ ນັ້ນ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ ຫຼາຍ​ກວ່າ 200 ຄົນ ຈາກ 39 ປະ​ເທດ​ ​ເມື່ອວັນ​ທີ 21 ​ເມສາຜ່ານ​ມາ​ນີ້​ ທ່ານ Jeremy Douglas ຜູ້ຕາງໜ້າ​ອົງການ UNODC ປະຈຳ​ເຂດ​ເອ​ເຊຍ ​ ກ່າວ​ວ່າ ບັນຫາ​ຢາ​ເສບ​ຕິດ​ໃນ​ຂົງ​ເຂດ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​.

ທ່ານ Douglas ກ່າວ​ວ່າ “ມັນ​ສຳຄັນ​ທີ່​ວ່າ​ກອງ​ປະຊຸມນີ້ ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ນີ້ ​ໃນ​ເອ​
ເຊຍ ບ່ອນຜະລິດສ່ວນ​ໃຫຍ່​ຂອງ​ເຄມີ​ຕົ້ນ ​ແລະ ດັ່ງ​ທີ່​ໄດ້ມີ​ການ​ຊີ້​ໃຫ້​ເຫັນ ເປັນ​ບ່ອນຜະລິດ​ຢາ​ເສບ​ຕິດ​ໃນ​ຈຳນວນ​ຫຼາຍ. ຖ້າ​ພວກ​ເຮົາຢາກ​ທຳ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ສະຖານະ​ການດ້ານ​ການ​ຜະລິດ​ຢາ​ເສບ​ຕິດ​ຢູ່ໃນ​ເຂດ​ນີ້ ​ແລະ​ໃນ​ຂົງ​ເຂດ​ອື່ນໆ ພວກ​ເຮົາ​ກໍຈະ​ຕ້ອງ​ມີ​ການ​ຄວບ​ຄຸມ​ລະຫວ່າງຊາດ​ ທີ່​ມີ​ປະສິດທິ​ຜົນ.”

​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ມຽນມາ​ແມ່ນ​ເປັນ​ປະ​ເທດ
​ທີ່​ຜະລິດ​ຢາ​ທຽມລາຍ​ໃຫຍ່​ທີ່​ສຸດຂອງ​ຂົງ​ເຂດ ​ໂດຍທີ່ ​ມີພວກ​ລັກລອບຄ້າ​ຢາ​ນັ້ນ ລັກ​ເອົາ​ພວກເຄມີຕົ້ນເຂົ້າໄປ​ໃນ​ປະ​ເທດ ​ເພື່ອ​ຜະລິດ​ຢາ ​ແລ້ວກໍຂົນ​ເອົາ​ຢາ​ເສບ​ຕິດນັ້ນ​ຂ້າມ​ແດນ​ທີ່ບໍ່​ມີ​ການ​ເຝົ້າ​ຍາມ ໄປ​ຍັງ​ພວກ​ຕະຫຼາດ​ ໃນ​ຈີນ ​ໄທ​ ແລະ​ໃນ​ແຫ່ງ​ອື່ນໆ​ອີກ.

ທ່ານ​ໄພບູນ ກຸມ​ໄຊ​ຍາ ລັດຖະມົນຕີ​ຍຸຕິ​ທຳຂອງໄທ ກ່າວ​ວ່າ ​ເຖິງ ແມ່ນມີ​ຄວາມ​ເປັນ​ຫ່ວງ
ຢ່າງ​ຫຼວງ​ຫຼາຍ ​ກ່ຽວ​ກັບ​ຢາ​ເສບ​ຕິດ​ທຽມ​ນີ້​ກໍ​ຕາມ​ແຕ່ກໍ​ປາກົດ​ວ່າ ບໍ່​ໄດ້​ມີ​ຄວາມ​ຄືບ​ໜ້າ​ພໍ​ປານ​ໃດ​ເລີຍ​ໃນ​ຫວ່າງ​ໄວໆ​ມາ​ນີ້ ​ໃນ​ການ​ຄວບ​ຄຸມ​ພວກເຄມີຕົ້ນ ​ໃນ​ຂົງ​ເຂດ.

ທ່ານ​ໄພບູນ ກູ​ມ​ໄຊ​ຍາ ກ່າວ​ວ່າ “​ໃນ​ປີ 2013 ພວກ​ເຮົາ​ໄດ້​ເຮັດ​ໃຫ້ ​ໝົດ​ທຸກ​ປະ​ເທດ ມີຄວາມຕື່ນ​ໂຕ​ກ່ຽວ​ກັບ​ເລື້ອງ​ນີ້ ​ແຕ່​ພວກ​ເຮົາກໍ​ຍັງ​ບໍ່​ທັນ​ມີມາດຕະການທີ່​ຈະ​ແຈ້ງ​ໃດໆ​ເທື່ອ ກ່ຽວ​ກັບ​ວ່າ​ເຮັດວິທີໃດ​ພວກ​ປະ​ເທດທີ່​ຜະລິດ ປະ​ເທດທີ່​ນຳ​ເຂົ້າ ​ແລະ​ທຸກໆ​ພາກສ່ວນ​ທີ່​ພົວພັນ ຈຶ່ງ​ຈະສາ​ມາດ​ຄວບ​ຄຸມ​ພວກ​ເຄມີ​ຕົ້ນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ຂົງ​ເຂດ​ຂອງ​ພວກ​ເຮົາ.”

ບັນດາ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍຢາ​ເສບ​ຕິດ ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ມີ​ຢາ​ເສບ​ຕິດທຽມ​ຫຼາຍ​ຮ້ອຍ​ຢ່າງ ທີ່​ເອີ້ນ​ກັນ​ວ່າ ຢາ​ຊູ​ຈິດ​ໃຈ​ຊະນິດ​ໃໝ່ ຫຼື NPS ​ແຕ່​ມີ​ພຽງ​ແຕ່ 10 ຊະນິດເທົ່າ​ນັ້ນ ທີ່​ຖື​ວ່າ​ເປັນ​ຢາ​ທີ່ຕອ້ງ​ຄວບ​ຄຸມ ແລະ​ຕ້ອງ​ມີກົດ​ລະບຽບຄວບ​ຄຸມການ​ຂາຍ​ຢາ​ເຫຼົ່າເຫລົ່າ​ນັ້ນ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ ພວກ​ອົງ​ກອນ​ອາ​ຊະ​ຍາ​ກຳ​ຫຼາຍໆ​ແຫ່ງ​ພາກັນໃຊ້​ລະບົບ​ອິນ​ເທີ​ແນັດ​ເພື່ອ​ຂາຍ​ຢາ​ດັ່ງກ່າວອອນ​ລາຍ ຊຶ່ງ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ປະຕິບັດ​ກົດໝາຍ​ປາບປາມ​ຢາ​ເສບ​ຕິດ​ນັ້ນ.

ທ່ານ Douglas ຈາກ​ອົງການ UNODC ກ່າວ​ຕໍ່​ວີ​ໂອ​ເອວ່າ ຕ້ອງ​ມີ​ການ​ຄວບ​ຄຸມ​ພາຍ​ໃນ​ປະ​ເທດ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ ​ເພື່ອ​ຄວບ​ຄຸມ​ການ​ລັກ ລອບ​ຄ້າພວກເຄມີ​ຕົ້ນ​ ຢູ່​ໃນ​ພາກ​ພື້ນ.

ທ່ານ Douglas ກ່າວ​ວ່າ “ບ່ອນນີ້​ແມ່ນໃຈ​ກາງຂອງ​ມັນ ​ແມ່ນຈຸດສູນ​ກາງຂອງການ​ຜະລິດ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ເອ​ເຊຍ​ແມ່ນ​ບ່່ອນ​ທີ່ມາຂອງ​ພວກ​ເຄມີ​ຕົ້ນ.”

ບັນດາ​ເຈົ້າ​ໜ້າ​ທີ່ ທີ່ປະຊຸມ​ກັນ​ຢູ່​ບາງກອກ ພວມ​ພະຍາຍາມ​ພັດທະນາ​ນະ​ໂຍບາຍ​ໜຶ່ງ​ຂອງ​ຂົງ​ເຂດ​ຂຶ້ນ​ມາ ​ເພື່ຮັບ​ມື​ກັບ​ບັນຫາ​ນີ້ ຕະຫຼອດ​ທັງເອົາ​ມາດ​ຕະການ​ທີ່​ຮັດ​ເຄັ່ງ​ຂຶ້ນ​ ຢູ່ເລາະ​ຕາມ​ຊາຍ​ແດນ ​ແລະຮ່າງ ແຜນການຕ່າງໆ​ຂອງນະ​ໂຍບາຍນັ້ນ ​ເພື່ອນຳ​ສະ​ເໜີ​ຕໍ່​ກອງ​ປະ
ຊຸມສະ​ໄໝພິ​ເສດ ​ຂອງ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໃນ​ປີ 2016 ວ່າ​ດ້ວຍບັນຫາ​ການ​ລັກລອບ​ຄ້າຢາ​ເສບ​ຕິດໃນ​ທົ່ວ​ໂລກ.

XS
SM
MD
LG