ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ປ​ຊ ເວົ້າວ່າ ອັດຕາ ຄົນຕິດເຊື້ອ HIV ໃນທົ່ວໂລກ ລົດຕໍ່າລົງ (ວີດີໂອ)


ລາຍ​ງານ​ສະບັບ​ລ່າ​ສຸດ ​ຂອງ​ໂຄງການ​ຮັບ​ມື​ ກັບ​ເຊື້ອ​ເອັຊ​ໄອ​ວີ
ແລະໂຣກ​ເອດ​ສ໌ຂອງ​ສະຫະ​ປະຊາ​ຊາດ ​ແມ່ນ​ສະ​ໜອງ​ທັດສະ
ນະ​ທີ່​ໃຫ້​ຄວາມ​ຫວັງ​ຢ່າງ​ນຶ່ງ ຊຶ່ງ​ຕາມ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ Carol
Pearson ລາຍ​ງາ​ນມາ​ນັ້ນ​ ພົບ​ວ່າ ພວກ​ເຮົາ​ກໍາລັງ​ຫຍັບເຂົ້າ
ໃກ້​ສູ່​ເປົ້າໝາຍ​ຂອງ​ຄົນ​ລຸ້ນ ທີ່ປອດ​ໂຣກ​ເອດ​ສ໌ກັນ​ແລ້ວ. ຊຶ່ງ​
ທອງ​ປານ ມີ​ລາຍ​ງານ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.


ຈໍາ​ນວນ​ຜູ້​ຄົນ​ໃນ​ທົ່ວ​ໂລກ ທີ່​ຕິດ​ເຊື້ອ​ເອັຊ​ໄອ​ວີ​ ຊຶ່ງ​ເປັນ​ເຊື້ອ​ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ ລາຍ​ໃໝ່ໆ ຫຼຸດ​ລົງ​ຫຼາຍ​ສົມຄວນ ຄືຫຼຸດ​ລົງ 30 ​ເປີ​ເຊັນ ​ໃນ​ຕະຫຼອດ​ຫຼາຍ​ປີຜ່ານມາ ອິງ​ຕາມ​ລາຍ​ງານ​ລ່າ​ສຸດ​ຂອງ​ໂຄງການ​ຮັບ​ມືກັບ ​ເຊື້ອ​ HIV ​ແລະ​ໂຣ​ກ​ເອດ​ສ໌ ຂອງ​ສະຫະ​ປະຊາ​ຊາດ.

Dr. Anthony Fauci ປະ​ຈໍາ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ ​ສະຫະລັດ ​ໄດ້​ໃຊ້​ເວລາ​ 30 ປີຜ່ານມາ ​ເພື່ອ​ພະຍາຍາມ​ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ເຊື້ອໄວ​ຣັສດັ່ງກ່າວ. ທ່ານ​ເວົ້າວ່າ ​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ພາ​ໃຫ້ການ​ຕິດ ​ເຊື້ອລົດ​ລົງ​ກໍ​ຄື​ຜູ້​ຄົນ​ໄດ້​ຮັບ​ການ​ປິ່ນປົວ.

ດຣ. ຟາວຊີ ​ເວົ້າ​ວ່າ: “ບັດ​ນີ້ ພວກ​ເຮົາ​ພໍ​ຮູ້​ກັນ​ແລ້ວ​ວ່າ ​ເວລາ​ເຮົາ​ເອົາ​ຄົນ ​ເຈັບ ມາ​ປິ່ນ​ປົວນັ້ນ ບໍ່​ແມ່ນແຕ່​ເລຶ່ອງທີ່​ວ່າຊ່ວຍ​ຊີວິດ​ພວກ​ເຂົາ​ເຈົ້າ​ໄວ້​ເທົ່າ​ນັ້ນ ​ແຕ່ ມັນ​ຍັງ​ລົດ​ໂອກາດ​ລົງ​ຢ່າງ​ຫຼວງຫຼາຍ ທີ່​ພວກ​ເຂົາ​ເຈົ້າຈະ​ນໍາ​ເຊື້ອ​ນີ້​ໄປ​ຕິດ​ແປດໃສ່ຄູ່​ຮ່ວມ​ເພດ​ຂອງ​ເຂົາ​ເຈົ້ານັ້ນ​ນໍາ.”

ຄ່າ​ໃຊ້​ຈ່າຍຢຸກຢາ​ຕໍ່ຕ້ານໂຣກ​ເອດ​ສ໌​ໄດ້​ລົດ​ລົງ​ຈາກ ນຶ່ງ​ໝື່ນ​ໂດ​ລ່າຕໍ່​ປີ ມາ ​ເປັນປະມານ 140 ​ໂດ​ລາ​ຕໍ່​ປີ ​ ຊຶ່ງ ດຣ. ຟໍຊີ ​ເວົ້າ​ວ່າ ​ເປັນ​ຄ່າ​ໃຊ້​ຈ່າຍ​ເໝາະສົມ​ຫຼາຍ ​ແມ່ນ​ແຕ່​ສໍາ​ຫຼັບ​ພວກ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕໍ່າ​ທັງຫຼາຍ​ນັ້ນ.

ດຣ. ຟາວຊີ ​ເວົ້າ​ວ່າ: “ຖ້າ​ເຮົາ​ລໍຖ້າ​ຈົນ​ກວ່າ​ຄົນ​ເກີດເຈັບປ່ວຍຂຶ້ນມາ ຄ່າ​ຢຸກ ຢາ​ກໍ​ຈະແພງຫຼາຍ ບວກ​ກັບ​ຄ່າ​ໃຊ້​ຈ່າຍທີ່​​ແພງຫຼາຍໃນ​ການ​ເບິ່ງ​ແຍງຜູ້​ໃດ​ຜູ້​ນຶ່ງ ທີ່​ເຈັບ​ປ່ວຍນັ້ນ​ນໍາ.”

ການ​ປຸກລະດົມ​ຄັ້ງ​ໃຫຍ່ ເພື່ອ​ໃຫ້ການ​ສຶກສາ​ເຜີຍ​ແຜ່ກ່ຽວ​ກັບ​ຜົນ​ຮ້າຍ ​ແລະ​ການ​ປ້ອງ​ກັນເຊື້ອ​ເອັຊ​ໄອ​ວີ​ນັ້ນ ​ແມ່ນ​ໄດ້​ຊ່ວຍປະຊາຊົນ​ ປ່ຽນ​ແປງ​ຄວາມ​ປະພຶດ​ ຂອງ​ເຂົາ​ເຈົ້າ ​ໂດຍ​ການ​ໃຊ້​ຖົງຢາງ​ອະນາ​ໄມ ​ແລະ​ສໍາຫຼັບພວກ​ໃຊ້​ຢາ​ເສບ​ຕິດ ກໍ​ຄື​ການ​ແລກປ່ຽນເອົາ ເຂັມ​ສີດ​ຢາ​ໃໝ່ນັ້ນ. ມາດຕະຖານ​ດັ່ງ ກ່າວ​ນີ້ ປ້ອງ​ກັນພວກ​ຄົນ​ບໍ່​ໃຫ້ເລືອດ ຫຼື​ນໍ້າ​ເຊື້ອ ຈາກ​ຜູ້​ນຶ່ງ​ໄປ​ຕິດ​ໃສ່​ອີກ​ຜູ້​ນຶ່ງ ຊຶ່ງ​ເປັນ​ວິ​ທີ​ໂດຍ​ສ່ວນໃຫຍ່ທີ່​ເຮັດ​ໃຫ້ເຊື້ອ HIV ​ແຜ່​ລາມ​ອອກ​ໄປ. ການຜ່າ ຕັດປາຍອະ​ໄວ​ຍະວະ​ເພດ​ຊາຍນັ້ນ ກໍ​ເຮັດ​ໃຫ້ການ​ຕິດ​ແປດ​ເຊື້ອ​ລົດ​ຕໍ່າລົງ ​ແລະ​ກໍກໍາ​ລັງກາ​ຍ​ເປັນ​ສິ່ງ​ທີ່​ເຮັດ​ກັນ​ໂດຍ​ທົ່ວ​ໄປ.

ອັດຕາ​ການ​ຕິດ​ເຊື້ອ​ລາຍ​ໃໝ່ ​ໄດ້​ລົດ​ຕໍ່າລົງ ຢູ່​ໃນ​ກຸ່ມ​ຄົນ​ທຸກໆ​ອາຍຸ​, ​ແຕ່​ຈະ ​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດຢູ່​ໃນ​ກຸ່ມ​ເດັກນ້ອຍ. ຖ້າ​ຫາກວ່າ​ພວກ​ແມ່ຍິງ​ທີ່​ຖືພາ ຫຼື​ຕັ້ງ​ທ້ອງ ​ໄດ້​ຮັບ​ຢຸກຢາ​ ຕ້ານ​ເຊື້ອ​ໄວຣັສ​ແລ້ວ ຄວາມ​ສ່ຽງ​ ທີ່ເຊື້ອເອັຊ​ໄອ​ວີ ຕິດ​ແປດ​ລູກໆ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ຈະ​ລົດ​ລົງຕໍ່າ​ກວ່າ 5 ​ເປີ​ເຊັນ.

ຜົນ​ກໍ​ຄື​ວ່າ ຕະຫຼອດ​ໄລຍະ 10 ປີຜ່ານມາ ຈໍ​ານວນເດັກ ທີ່​ຕິດ​ເຊື້ອ HIV ຈາກ​ແມ່​ນັ້ນ ​ແມ່ນ​ລົດ​ຕໍ່າລົງເຖິງ 50 ​ເປີ​ເຊັນ.

​ເຈົ້າໜ້າ​ທີ່​ອົງການ​ອະ​ນາ​ໄມ​ໂລກ ຫຼື​ WHO ​ເວົ້າ​ເຖິງເລຶ່ອງທີ່​ຈະ​ກ້າວ​ເຂົ້າສູ່​ຈຸດ​ປ່ຽນ​ແປງ​ສູງ​ສຸດ​ໄດ້ ຊຶ່ງ ດຣ. ຟາວຊີ ​ໃຫ້​ຄວາມ​ເຫັນ​ຕໍ່​ໄປ​ວ່າ

ດຣ. ຟາວຊີ ​ເວົ້າ​ວ່າ: “ຈຸດ​ປ່ຽນ​ແປງ​ທີ່​ວ່າ​ນີ້ ໝາຍ​ເຖິງ​ຈຸດ​ ທີ່ເວລາ​ພວກ​ຄົນ​ໄປ​ຮັບ​ການ​ບໍາບັດ​ຮັກສາຈະມີ​ຈໍານວນ​ຫຼາຍ​ກວ່າພວກ​ຄົນ​ທີ່​ຕິດ​ເຊື້ອ​ລາຍ​ໃໝ່ໆ​ນັ້ນ.”

ດຣ. ຟາວຊີ​ ປ​ະ​ເມີນ​ວ່າ ສໍາ​ຫຼັບ​ທຸກໆ​ຄົນ​ໃດ​ທີ່​ໄປ​ຮັບ​ການ​ປິ່ນປົວ ຈະ​ມີ​ຄົນ ຕິດ​ເຊື້ອ​ລາຍ​ໃໝ່ໆ​ສູງ​ເຖິງ​ສອງ​ຄົນ. ຄື​ບໍ່​ມີ​ໝົດ​ທຸກ​ຄົນ ທີ່​ສາມາດ​ໄດ້​ຮັບ​ຢຸກຢາ​ປະ​ເພດ​ຊ່ວຍ​ຊີວິດ​ ​ແລະ​ກໍ​ບໍ່​ມີ​ໝົດ​ທຸກ​ຄົນຮູ້​ວ່າ​ ເຊື້ອ​ນີ້​ອ່ອນ​ແອ ຫຼື ຮ້າຍ​ແຮງສໍ່າ​ໃດ​ແທ້.

ຊາວ​ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ​ແມ່ນ​ກຸ່ມ​ຄົນ​ສຳຄັນທີ່​ສ່ຽງ​ຕໍ່​ເຊື້ອ​ໄວຣັສ ນີ້​ຫຼາຍ​ທີ່ ສຸດ ຄື​ເຂົາ​ເຈົ້າປະກອບ​ເປັນ 12 ​ເປີ​ເຊັນ​ຂອງ​ປະຊາກອນ​ທັງ​ໝົດ ຂອງ​ໂລກ ​ແຕ່​ພວກ​ເຂົ​າ​ເຈົ້າປະກອບ​ເປັນ​ກຸ່ມ​ຄົນ​ທີ່​ຕິດ​ເຊື້ອ HIV ລາຍ​ໃໝ່ ສູງ​ເຖິງ 50 ​ເປີ​ເຊັນ.

ຂະນະ​ນີ້ ມີປະຊາຊົນ 35 ລ້ານ​ຄົນ​ທີ່​ກໍາລັງຕິດ​ເຊື້ອ HIV. ສໍາຫຼັບ​ຄົນ​ລຸ້ນ ປອດ​ໂຣກ​ເອດ​ສ໌​ນັ້ນ ດຣ. ຟໍຊີ ​ເວົ້າ​ວ່າ ທ່ານ​ຈະ​ພະຍາຍາມ​ທີ່​ສຸດ​ເພື່ອ​ໃຫ້ ອັດຕາ​ການ​ຕິດ​ເຊື້ອ​ລົດ​ຕໍ່າລົງ​ໄປ​ຢ່າງ​ຫຼວງ​ຫຼາຍ ຕະຫຼອດ​ໄລຍະ​ເວລາ​ຜ່ານໄປນີ້.
XS
SM
MD
LG