ອົງການສະຫະປະຊາຊາດ ໄດ້ສາມາດເຂົ້າເຖິງເຂົ້າທີ່ຖືກບໍລິຈາກອີກຄັ້ງນຶ່ງ ເຊິ່ງຖືກ
ເກັບໄວ້ຢູ່ເມືອງທ່າເຮືອ ໂຮເດດາ ຂອງປະເທດ ເຢເມນ ໃນວັນອາທິດມື້ນີ້, ແລະ ໄດ້
ເລີ່ມວຽກງານການກອບກູ້ອາຫານ ທີ່ສາມາດກຳຈັດຄວາມອຶດຫິວສຳລັບປະຊາຊົນ
ຫຼາຍລ້ານຄົນກ່ອນທີ່ມັນຈະບູດ.
ເມືອງ ໂຮເດດາ, ເຊິ່ງໄດ້ກາຍເປັນຈຸດເພັ່ງເລັງຂອງສົງຄາມດົນສີ່ປີ ລະຫວ່າງກອງກຳ
ລັງລັດຖະບານ ທີ່ໄດ້ຮັບການໜູນຫຼັງໂດຍ ຊາອຸດີ ອາຣາເບຍ ກັບພວກກະບົດ ຮູຕີ ທີ່
ໜູນຫຼັງໂດຍ ອີຣ່ານ ນັ້ນ, ແມ່ນຈຸດເຂົ້າປະເທດສຳລັບການຊ່ວຍເຫຼືອດ້ານມະນຸດສະ
ທຳຂອງ ເຢເມນ ແລະ ການນຳເຂົ້າສິນຄ້າ.
ແຕ່ບ່ອນເກັບເຂົ້າຂອງອົງການອາຫານໂລກ ຫຼື WFP ຢູ່ທີ່ນັ້ນໄດ້ຖືກຕັດຂາດເປັນເວ
ລາ 8 ເດືອນແລ້ວ, ເຮັດໃຫ້ເມັດເຂົ້າສາລີ 51,000 ໂຕນມີຄວາມສ່ຽງທີ່ຈະບູດ. ສາງ
ເກັບເຂົ້າດັ່ງກ່າວໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງກອງກຳລັງລັດຖະບານ ຫຼັງຈາກ
ການຕໍ່ສູ້ທີ່ດຸເດືອດປີກາຍນີ້ ແຕ່ແນວໜ້າທີ່ສຳຄັນນັ້ນແມ່ນຢູ່ພຽງບໍ່ເທົ່າໃດຊ່ວງຕຶກ
ອອກໄປ.
ສົງຄາມໄດ້ສັງຫານປະຊາຊົນຫຼາຍສິບພັນຄົນ ແລະ ເຮັດໃຫ້ປະເທດ ເຢເມນ ໃກ້ຈະ
ປະສົບໄພອຶດຢາກ.
ໂຄສົກຂອງ WFP ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ ວ່າ ກຸ່ມເຕັກນິກຂອງໂຄງການອາ
ຫານໂລກ ໄດ້ເດີນທາງໄປຮອດເຂດນອກຂອງເມືອງ ໂຮເດດາ ໃນວັນອາທິດວານນີ້
ເພື່ອເລີ່ມການເກັບກວາດ ແລະ ສ້ອມແປງອຸປະກອນ ກຽມພ້ອມສຳລັບການສີເຂົ້າ.
ແຫຼ່ງຂ່າວທີ່ຄຸ້ນເຄີຍກັບບັນຫາດັ່ງກ່າວໄດ້ກ່າວວ່າ ກຸ່ມທີ່ນຳໜ້າໂດຍໂຄງການອາຫານ
ໂລກ ໄດ້ເດີຍທາງຈາກເມືອງທ່າເຮືອ ອາເດັນ ທີ່ຖືກຄວບຄຸມໂດຍລັດຖະບານ ໄປຕາມ
ຊາຍຝັ່ງພາກຕາເວັນຕົກ, ຫຼີກລ່ຽງເຂດທີ່ຖືກຄວບຄຸມໂດຍກຸ່ມກະບົດ ຮູຕີ ຫຼັງຈາກກຸ່ມ
ດັ່ງກ່າວໄດ້ປະຕິເສດບໍ່ໃຫ້ເຂົາເຈົ້າຜ່ານຈາກພາກເໜືອ, ເຊິ່ງພວກເຂົາຄວບຄຸມຢູ່.
ພວກເຈົ້າໜ້າທີ່ຂອງກຸ່ມ ຮູຕີ ບໍ່ໄດ້ຕອບການຂໍຄຳເຫັນຂອງອົງການຂ່າວ ຣອຍເຕີ ໃນ
ທັນທີທັນໃດ.