ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຈົ້າໜ້າທີ່ ສປຊ ຮຽກຮ້ອງ ໃຫ້ມຽນ​ມາ ໃຫ້ຄວາມເປັນທໍາ ແກ່ຊາວໂຣຮິງຢາ


ທ່ານ ມາຊູກີ ດາຣຸສແມນ (Marzuki Darusman), ຫົວໜ້າຄະນະປະຕິບັດງານຊອກຫາຂໍ້ເທັດຈິງ ໃນມຽນມາຂອງອົງການສະຫະປະຊາຊາດ, ທີ່ກ່າວຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ບົດລາຍງານ ຂອງຫ້ອງການທ່ານ ຢູ່ສໍານັກງານ ອົງການສະຫະປະຊາຊາດ ທີ່ນະຄອນຈີເນວາຂອງ ສະວິດເຊີແລນໃນວັນທີ 27 ສິງຫາ, 2018.
ທ່ານ ມາຊູກີ ດາຣຸສແມນ (Marzuki Darusman), ຫົວໜ້າຄະນະປະຕິບັດງານຊອກຫາຂໍ້ເທັດຈິງ ໃນມຽນມາຂອງອົງການສະຫະປະຊາຊາດ, ທີ່ກ່າວຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ບົດລາຍງານ ຂອງຫ້ອງການທ່ານ ຢູ່ສໍານັກງານ ອົງການສະຫະປະຊາຊາດ ທີ່ນະຄອນຈີເນວາຂອງ ສະວິດເຊີແລນໃນວັນທີ 27 ສິງຫາ, 2018.

ຫົວໜ້າຄະນະປະຕິບັດງານຊອກຫາຂໍ້ເທັດຈິງໃນມຽນມາຂອງອົງການສະຫະປະຊາຊາດ
ໃນວັນພຸດວານນີ້ ເຕືອນວ່າ ຖ້າຫາກການກະທໍາອັນໂຫດຮ້າຍ ຕໍ່ຊາວ ໂຣຮິງຢາທີ່ຖືສາດ
ສະໜາອິສລາມ ຢູ່ປະເທດນັ້ນ ບໍ່ໄດ້ຖືກລົງໂທດແລ້ວ ການກໍ່ ອາດຊະຍາກໍາແບບນັ້ນ ກໍ
ຈະຖືກນໍາໄປໃຊ້ ຢູ່ໃນປະເທດອື່ນ ຕໍ່ພວກທີ່ໄດ້ຮັບ ເຄາະຮ້າຍ ກຸ່ມໃໝ່ອີກ.

"ບໍ່ຄວນໃຊ້ສະຖານະພາບ ທີ່ໄດ້ຮັບການຍົກເວັ້ນຈາກການຖືກລົງໂທດນັ້ນມາເປັນຂໍ້ແກ້
ຕົວແລະບໍ່ໃຫ້ສືບຕໍ່ ເຮັດໃຫ້ພວກທັດມາດໍ (Tatmadaw) ມີຄວາມ ກ້າແກ່ນຂຶ້ນ ໃນການ
ສົ່ງເສີມຄວາມຄິດທີ່ວ່າ ພວກມຽນມາ ທີ່ຖືສາດສະໜາພຸດ ເປັນຄົນດີເລີດ" ນັ້ນຄືຄໍາເວົ້າ
ຂອງຫົວໜ້າຄະນະປະຕິບັດງານຊອກຫາຂໍ້ເທັດຈິງ ໃນມຽນມາຂອງອົງການສະຫະປະຊາ
ຊາດ, ທ່ານມາຊູກີ ດາຣຸສແມນ (Marzuki Darusman) ທີ່ກ່າວຕໍ່ກອງປະຊຸມສະພາ
ຄວາມໝັ້ນຄົງ.ພວກທະຫານຂອງມຽນມາ ແມ່ນພວກທັດມາດໍ (Tatmadaw).

ທ່ານກ່າວເພີ້ມອີກວ່າ "ອະທິປະໄຕຂອງຊາດ ບໍ່ແມ່ນໃບອະນຸຍາດ ໃຫ້ກໍ່ອາດຊະຍາກໍາ
ຕ້ານມະນຸດຊາດ ແລະດັບສູນເຊື້ອຊາດ ແຕ່ຢ່າງໃດເລີຍ.” ທ່ານ ດາຣຸສແມນ
(Darusman) ເວົ້າອີກວ່າ ສໍາລັບພວກທີ່ຄິດຢາກ ຈະເພີ້ມ ໄຟ ໃຫ້ແກ່ການຂັດແຍ້ງກັນ ແລະການມີຫົວຮຸນແຮງຈັດແລ້ວ, ເຫດການຕ່າງໆ ທີ່ເກີດຂຶ້ນໃນມຽນມາ ແມ່ນສາມາດ
ໃຊ້ເປັນ "ປຶ້ມຄູ່ມືແນະນໍາໃຫ້ເຮັດເປັນຂັ້ນໆ ໄປໄດ້."

ໃນການທໍາການນໍາສະເໜີທີ່ແລະເຕັມໄປດ້ວຍຄວາມມີອໍານາດ ແລະອາລົມສົງສານ
ນັ້ນທ່ານ ດາຣຸສແມນ (Darusman) ໄດ້ສະແດງໃຫ້ເຫັນ ເຖິງຍຸດທະສາດຂອງພວກ
ທັດມາດໍໃນການ "ປະຕິບັດການຂ້າລ້າງເຜົ່າພັນ" ຢູ່ໃນລັດຣາ ໄຄນ໌ ຢູ່ທາງພາກເໜືອ
ຂອງປະເທດນັ້ນ ຊຶ່ງເປັນເຂດຢູ່ອາໄສຂອງຊາວໂຣຮິງຢາ ຊຶ່ງເປັນຊົນເຜົ່າກຸ່ມນ້ອຍນັ້ນ.

ມີຄວັນໄຟພຸ້ງຂຶ້ນຢູ່ຊາຍແດນໃນຟາກຂອງມຽນມາ ໃນຂະນະທີ່ຊາວອົບພະຍົບໂຣຮິງຢາຄົນນຶ່ງ ອູ້ມເອົາແມ່ຍິງຄົນນຶ່ງ ຂ້າມນໍ້າໄປຫາບັງຫລາແດັສ ຢູ່ເຂດອ່າວເບັງກໍ ຂອງບັງກລາແດັສ ໃນວັນທີ 11 ກັນຍາ 2017
ມີຄວັນໄຟພຸ້ງຂຶ້ນຢູ່ຊາຍແດນໃນຟາກຂອງມຽນມາ ໃນຂະນະທີ່ຊາວອົບພະຍົບໂຣຮິງຢາຄົນນຶ່ງ ອູ້ມເອົາແມ່ຍິງຄົນນຶ່ງ ຂ້າມນໍ້າໄປຫາບັງຫລາແດັສ ຢູ່ເຂດອ່າວເບັງກໍ ຂອງບັງກລາແດັສ ໃນວັນທີ 11 ກັນຍາ 2017

​ທ່ານດາ​ຣຸ​ສແມນ (Darusman) ເວົ້າວ່າ "ການປະຕິບັດຕໍ່ຄົນເໝືອນບໍ່ແມ່ນມະນຸດ, ເອີ້ນ
ເຂົາເຈົ້າວ່າເປັນພວກກໍ່ການຮ້າຍ, ບໍ່ໃຫ້ພວກເຂົາເຈົ້າມີສິດຫຍັງ ໝົດ, ແບ່ງແຍກພວກ
ເຂົາເຈົ້າອອກ ແລະໂຈມຕີເຂົາເຈົ້າ, ທໍາການຂົ່ມຂືນ ແລະຂ້າພວກເຂົາເຈົ້າ, ເອົາພວກ
ເຂົາເຈົ້າໄປເຕົ້າໂຮມກັນໃຫ້ຢູ່ໃນຄ້າຍ IDP ແບບແອອັດ ຫລືຂັບໄລ່ພວກເຂົາເຈົ້າໜີ ແລະ
ໃຫ້ການປົກປ້ອງແກ່ພວກທໍາ ການເຂັ່ນຂ້າ ບໍ່ໃຫ້ຖືກນໍາໄປລົງໂທດຕາມກົດໝາຍ." ທ່ານ
ກ່າວຕໍ່ໄປອີກວ່າ "ປະຊາຄົມສາກົນ ຕ້ອງໄດ້ສະແດງຄວາມເປັນຫ່ວງເປັນໄຍຢ່າງຫລວງ
ຫລາຍ ຕໍ່ບັນຫາດັ່ງກ່າວ."

ຄະນະປະຕິບັດງານຊອກຫາຂໍ້ເທັດຈິງໄດ້ພິມ​ເຜີຍແຜ່ບົດລາຍງານຍາວ 444 ໜ້າ ໃນ
ເດືອນສິງຫາທີ່ຜ່ານມານີ້. ໂດຍໃຊ້ເວລານຶ່ງປີ ຄະນະດັ່ງກ່າວໄດ້ສໍາ ພາດພວກ ທີ່ລອດ
ຊີວິດມາໄດ້ ແລະພວກທີ່ເຫັນເຫດການ ໃນການປຸກລະດົມໃຫ້ທໍາການເຜົາຜານໃຫ້
ເຫລືອແຕ່ຂີ້ດິນ ທີ່ພວກທະຫານມຽນມາ ໄດ້ກະທໍາເພື່ອ ເປັນການຕອບໂຕ້ຄືນຕໍ່ການ
ໂຈມຕີຂອງພວກຫົວ​ຮຸນ​ແຮງຊາວໂຣຮິງຢາ ທີ່ທໍາ ການໂຈມຕີໃນເດືອນສິງຫາ 2017
ທີ່ໄດ້ສັງຫານເຈົ້າໜ້າທີ່ຕໍາຫລວດໄປ 12 ຄົນນັ້ນ.

​ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG