ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຈັດກອງປະຊຸມ ສຸດຍອດ ວ່າດ້ວຍ ຄວາມປອດໄພ ທາງດ້ານນິວເຄລຍ


Washington Summit to Tackle Keeping Nuclear Materials From Terrorists' Reach
please wait

No media source currently available

0:00 0:02:24 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ກອງປະຊຸມສຸດຍອດວ່າ​ດ້ວຍຄວາມປອດໄພທາງດ້ານນິວເຄລຍໃນສັບປະດານີ້ຈະເປັນ ຄັ້ງ ທຳອິດ, ທີ່​ຈະ​ມີກອງປະຊຸມພິເສດ ກ່ຽວກັບ ວິທີເພື່ອຮັບປະກັນວ່າພວກກຸ່ມກໍ່ການ ຮ້າຍເຊັ່ນ ລັດອິສລາມ ຈະບໍ່ສາ ມາດຄວ້າ​ເອົາວັດຖຸນິວເຄລຍໄປໄວ້ໃນຄວາມຄອບຄອງ. ທີ່ກອງປະ ຊຸມສຸດຍອດຂອງປີນີ້, ເຊິ່ງຈັດຂຶ້ນ​ໃນທຸກໆ 2 ປີ, ບັນດາຜູ້ແທນເຂົ້າຮ່ວມແມ່ນ ມາຈາກຫຼາຍ ກວ່າ 50 ປະເທດ ທີ່ຈະປຶກສາຫາລືກັນໃນບັນຫາທີ່ກ່ຽວຂ້ອງກັບໄພຂົ່ມຂູ່ ຂອງອາວຸດນິວ ເຄລຍ ພ້ອມ​ທັງວິທີຫາ​ທາງຫລຸດຜ່ອນ ແລະ ປ້ອງກັນພວກເຂົາ. ນັກຂ່າວ ປະຈຳທຳນຽບ ຂາວຂອງວີໂອເອ Mary Alice Salinas ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາສະເໜີທ່ານ.

ການໂຈມຕີກໍ່ການຮ້າຍທີ່ນະຄອນຫຼວງ Brussels ຂອງ​ແບ​ລ ຈຽມ ອີກຄັ້ງໜຶ່ງ​ໄດ້ສະແດງ ໃຫ້ເຫັນວ່າ ກຸ່ມທີ່ເຂົ້າຫາໄດ້ຍາກເຊັ່ນພວກລັດອິສລາມ ໄດ້ກາຍມາເປັນກຸ່ມອັນຕະລາຍໄດ້ ແນວໃດ.

ມັນແມ່ນໄພຂົ່ມຂູ່ທີ່ຈະຖືກກ່າວ​ເຖິງໃນລະຫວ່າງກອງປະຊຸມພິເສດຂອງ ກອງປະຊຸມສຸດ ຍອດວ່າ​ດ້ວຍຄວາມປອດໄພດ້ານນິວເຄລຍໃນນະຄອນ ຫຼວງ ວໍຊິງຕັນ.

ທ່ານ Josh Earnest ໂຄສົກທຳນຽບຂາວກ່າວວ່າ “ມັນຈະຖືກເພັ່ງເລັງໃສ່ໄພຂົ່ມຂູ່ທີ່ ກວ້າງອອກໄປ. ແຕ່ເຫັນໄດ້ຊັດເຈນວ່າ ຄວາມຄາດຫວັງຂອງພວກລັດອິສລາມ ທີ່ຈະເຂົ້າເຖິງທຸກໆຮູບແບບຂອງວັດຖຸນິວເຄລຍ ແມ່ນ​ເປັນ​ສິ່ງທີ່ຕ້ອງໄດ້ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຂຶ້ນ ແລະ ວ່າແນ່ນອນມັນຈະເປັນສ່ວນໜຶ່ງຂອງການສົນທະນາ ກັນ.”

ນັບຕັ້ງແຕ່​ໄດ້​ມີການໂຈມຕີເປັນຕົ້ນມາ, ປະເທດ Belgium ໄດ້ຈັດກຳ ລັງຕິດອາວຸດໄປເຝົ້າ ຍາມທີ່ໂຮງງານນິວເຄລຍຂອງພວກເຂົາເຈົ້າ.

ແຕ່ບັນດາຜູ້ນຳແມ່ນຍັງ​ມີ​ຄວາມເປັນຫ່ວງຫຼາຍກວ່າ ກ່ຽວກັບ ພວກກໍ່ການຮ້າຍ ໃນປະເທດ ຕ່າງໆເຊັ່ນ ປາກິສຖານ ທີ່ຈະສາມາດຄວ້າ​ເອົາວັດຖຸນິວເຄລຍ​ໄປຄອບຄອງໄວ້ໄດ້.

ແລະ ກ່ຽວກັບ ໄພຂົ່ມຂູ່ຈາກນິວເຄລຍຂອງ ເກົາຫຼີເໜືອ.

ກອງປະຊຸມວ່າ​ດ້ວຍຄວາມປອດໄພດ້ານນິວເຄລຍ ຈະເປັນການເຂົ້າຮ່ວມຄັ້ງທີ 4 ຂອງ ທ່ານ ໂອບາມາ ແລະ ກໍຈະເປັນຄັ້ງສຸດທ້າຍຂອງທ່ານ.

ໃນກອງປະຊຸມຄັ້ງທີ່ຜ່ານມາ, ບັນດາປະເທດຕ່າງໆໄດ້ປຶກສາຫາລືກັນກ່ຽວກັບວິທີທີ່ຈະຫຼຸດ ຜ່ອນການນຳໃຊ້ທາດຢູເຣນຽມທີ່ມີຄຸນ​ນະພາ​ບສູງ, ຄຸ້ມ​ຄອງວັດຖຸນິວເຄລຍ ທີ່ຍັງ​ບໍ່​ທັນມີ ການ​ຮັກສາ​ພຽງພໍ, ແລະ ປ້ອງ​ກັນການລັກລອບນຳສົ່ງວັດຖຸນິເຄລຍ ແລະ ລັດທິກໍ່ການ ຮ້າຍ.

ທ່ານ Victor Cha ປະທານ ສະຖາບັນຄົ້ນຄວ້ານະໂຍບາຍສາທາ ລະນະ CSIS ກ່າວວ່າ “ກອງປະຊຸມສຸດຍອດໄດ້ຄາດຫວັງ​ເປັນຢ່າງຍິ່ງທີ່ຈະສ້າງລະບົບການຄຸ້ມຄອງ ສາ ກົນທີ່ເສີມສ້າງລະບຽບ ແລະ ການປະຕິບັດລະຫວ່າງປະເທດຕ່າງໆ ກ່ຽວກັບ ຄວາມປອດໄພ, ຄວາມໝັ້ນຄົງ ແລະ ການປະຕິບັດການ.”

ແຕ່ບັນດາຜູ້ຊ່ຽວຊານກ່າວວ່າ ບັນຫາທີ່ສຳຄັນຍັງຄົງບໍ່ຖືກແກ້ໄຂຄືເກົ່າ.

ທ່ານນາງ Sharon Squasonni ຈາກໂຄງການປ້ອງກັນ ການ​ແຜ່ ຜາຍອາວຸດນິວເຄລຍ CSIS ກ່າວວ່າ “ຈຸດປະສົງໂດຍລວມຂອງການ ປ້ອງກັນວັດຖຸນິວເຄລຍທີ່ບໍ່ໄດ້ຮັບ ການປົກປ້ອງພາຍໃນ 4 ປີ, ຂ້າພະ ເຈົ້າຄິດວ່າພວກເຮົາສາມາດເວົ້າໄດ້ຢ່າງ ປອດໄພວ່າ, ມັນໄດ້ມີຄວາມກ້າວໜ້າຫຼາຍຢ່າງເກີດຂຶ້ນ, ແຕ່ເປົ້າໝາຍດັ່ງກ່າວ ນັ້ນ ຂ້າພະເຈົ້າຄິດວ່າຍັງບໍ່ໄດ້ບັນລຸເທື່ອ.”

ນັກວິເຄາະກ່າວວ່າ ວັດຖຸນິວເຄລຍສ່ວນ​ໃຫຍ່ ​ແມ່ນ​ຍັງຖືກເກັບໄວ້ຢູ່ໃນສາງຂອງທະຫານ, ເຮັດໃຫ້ມັນເປັນບັນຫາທີິ່ເຕັມໄປດ້ວຍອຸປະສັກ ​ເປັນ​ຢ່າງ​ຍິ່ງ.

ປະເທດ ຣັດເຊຍ ໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນກອງປະຊຸມ, ໂດຍກ່າວວ່າ ກອງປະຊຸມ ສຸດຍອດເຫຼົ່ານີ້ເຮັດໃຫ້ບົດບາດຂອງພວກເຂົາເຈົ້າຫຼຸດຕ່ຳລົງ.

ທ່ານ Frank Miller ອະດີດເຈົ້າໜ້າທີ່ສະພາຄວາມໝັ້ນຄົງແຫ່ງຊາດ ຂອງ​ສະຫະລັດ ກ່າວ ວ່າ “ລັດຖະບານ ຣັດເຊຍ ແລະ ຈີນ ບໍ່ໄດ້ມີຊື່ໃນວາລະຂອງກອງປະຊຸມ ແລະ ອັນແທ້ຈິງແລ້ວພວກເຂົາເຈົ້າກຳລັງຄິດ ກ່ຽວກັບ ການພັດທະນາ ແລະ ຂະ ຫຍາຍຄັງ​ອາວຸດນິວເຄລຍຂອງພວກເຂົາເຈົ້າ ໃນທິດທາງທີ່ຂ້ອນຂ້າງຈະແຕກ ຕ່າງຈາກທຸກໆປະເທດໃນບັນດາປະເທດຕາເວັນຕົກ.”

ຂະນະປະທານາທິບໍດີຄົນໃໝ່ ຂອງ ສະຫະລັດ ມີກຳນົດທີ່ຈະເຂົ້າກຳຕຳແໜ່ງໃນເດືອນມັງ ກອນປີໜ້ານີ້ ມີຄຳຖາມໜຶ່ງທີ່​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ ​ເທື່ອ​ກໍ​ແມ່ນວ່າ ຕໍ່ໄປຈະເກີດຫຍັງຂຶ້ນ.

ທ່ານ Josh Earnest ກ່າວວ່າ “ຂ້າພະເຈົ້າຫວັງຢ່າງແນ່ນອນວ່າ ປະທານາທິບໍດີ ຄົນຕໍ່ໄປຈະເຂົ້າໃຈວ່າ ການປົກປ້ອງວັດຖຸນິວເຄລຍທີ່ຖືກປ່ອຍຖິ້ມໄວ້ໃນທົ່ວ ໂລກນັ້ນ ແມ່ນບູລິມະສິດອັນດັບໜຶ່ງຂອງ ສະຫະລັດ.”

ທຳນຽບຂາວກ່າວວ່າ ເປົ້າໝາຍອັນໜຶ່ງຂອງກອງປະຊຸມສຸດຍອດໃນຄັ້ງນີ້ ຈະເປັນການ ເສີມຂະຫຍາຍເຄືອຂ່າຍສາກົນຂອງບັນດາອົງການຈັດຕັ້ງຕ່າງໆ ເພື່ອສືບຕໍ່ເຮັດວຽກ ກ່ຽວກັບ ຄວາມປອດໄພດ້ານນິວເຄລຍໃນທົ່ວໂລກ.

XS
SM
MD
LG