ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງ​ການ​ຄຸ້ມ​ຄອງ​ນິວ​ເຄ​ລຍ ສະ​ຫະ​ປະ​ຊາ​ຊາດ ຮ້ອງ​ຂໍ​ອີກ​ຄັ້ງ​ນຶ່ງ ເພື່ອ​ໄປ​ຢ້ຽມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຢູ​ເຄ​ຣນ


​ແຟ້ນ - ທະ​ຫານ​ທີ່​ມີ​ກາ​ເຄື່ອງ​ໝາຍ​ທຸງ​ຣັດ​ເຊຍ ຢູ່​ໃນ​ເຄື່ອງ​ແບບ ຢືນ​ຍາມ​ທີ່​ໂຮງ​ໄຟ​ຟ້າ​ຊາ​ໂປ​ຣິ​ສ​ເຊຍ ເມື່ອ​ວັນ​ທີ 4 ສິງ​ຫາ 2022.
​ແຟ້ນ - ທະ​ຫານ​ທີ່​ມີ​ກາ​ເຄື່ອງ​ໝາຍ​ທຸງ​ຣັດ​ເຊຍ ຢູ່​ໃນ​ເຄື່ອງ​ແບບ ຢືນ​ຍາມ​ທີ່​ໂຮງ​ໄຟ​ຟ້າ​ຊາ​ໂປ​ຣິ​ສ​ເຊຍ ເມື່ອ​ວັນ​ທີ 4 ສິງ​ຫາ 2022.

ໃນວັນອັງຄານວານນີ້ ອົງການນິວເຄລຍ ຂອງສະຫະປະຊາຊາດ ໄດ້ຮຽກຮ້ອງ ຄືນໃໝ່ອີກຄັ້ງນຶ່ງ ໃຫ້ປະເມີນຄວາມປອດໄພ ແລະຄວາມໝັ້ນຄົງ ຢູ່ທີ່ໂຮງໄຟ ຟ້າພະລັງນິວເຄລຍ ທີ່ໃຫຍ່ສຸດຂອງຢູໂຣບ ໃນພາກຕາເວັນອອກສຽງໃຕ້ຂອງປະເທດຢູເຄຣນ ຊຶ່ງຣັດເຊຍ ແລະຢູເຄຣນ ຕ່າງກໍກ່າວຫາຊຶ່ງກັນແລະກັນ ໃນການຍິງປືນໃຫຍ່ໂຈມຕີຢູ່ທີ່ນັ້ນ ຈຶ່ງໄດ້ກະຕຸ້ນໃຫ້ມີການກ່າວເຕືອນເຖິງໄພຫາຍະນະດ້ານນິວເຄລຍ ທີ່ອາດຈະເກີດຂຶ້ນໄດ້.

ຫົວໜ້າດ້ານການເມືອງຂອງສະຫະປະຊາຊາດ ທ່ານນາງ ໂຣສແມຣີ ດີຄາໂຣ (Rosemary DiCarlo) ໄດ້ປະກາດໃນຕອນເລີ້ມເປີດກອງປະຊຸມສຸກເສີນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະຖານະການຢູ່ທີ່ໂຮງງານນິວເຄລຍ ຊາໂປຣີສເຊຍ (Zaporizhahia) ທີ່ວ່າ ທ່ານຣາຟາແອລ ໂກຣສຊີ (Rafael Grossi) ຜູ້ອຳນວຍການໃຫຍ່ ຂອງອົງການພະລັງງານປະລະມະນູສາກົນ ຫຼື IAEA ໄດ້ຮຽກຮ້ອງໃຫ້ສົ່ງຄະນະກຳມາທິການ “ໄປດຳເນີນກິດຈະ ກຳດ້ານຄວາມປອດໄພ ຄວາມໝັ້ນຄົງ ແລະການປ້ອງກັນຢູ່ສະຖານທີ່ດັ່ງກ່າວ.”

“ການກະກຽມສຳລັບຄະນະກຳມາທິການ ກຳລັງດຳເນີນໄປຢູ່ ແລະອົງການ IAEA ພວມປຶກສາຫາລືກັບທຸກຝ່າຍ ໃນເລື້ອງກ່ຽວກັບຄວາມພະຍາຍາມຂອງຕົນ ທີ່ຈະສົ່ງຄະນະກຳມາທິການດັ່ງກ່າວໄປ ໄວທີ່ສຸດເທົ່າທີ່ເປັນໄປໄດ້” ທ່ານນາງດີຄາໂຣ ໄດ້ກ່າວ. ແລະກ່າວຕໍ່ໄປວ່າ “ພວກເຮົາຍິນດີນຳຖະແຫລງການເມື່ອມໍ່ໆມານີ້ ຂອງຢູເຄຣນແລະຣັດເຊຍ ບົ່ງບອກເຖິງການສະໜັບສະໜຸນເປົ້າໝາຍຂອງອົງ IAEA ທີ່ຈະສົ່ງຄະນະກຳມາທິການ ໄປຍັງໂຮງງານນັ້ນ ຊຶ່ງຈະເປັນຄັ້ງທຳອິດຂອງອົງການນີ້ ນັບຕັ້ງແຕ່ສົງຄາມໄດ້ເລີ້ມຂຶ້ນ.”

ສ່ວນທ່ານໂກຣສຊີ ໄດ້ກ່າວໃນຖະແຫລງການວ່າ “ຄະນະກຳມາທິການ ແມ່ນຄາດໝາຍກັນວ່າ ຈະເກີດຂຶ້ນພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ຖ້າວ່າການເຈລະ ຈາທີ່ມີຢູ່ຕໍ່ເນື່ອງປະສົບຜົນສຳເລັດ.”

ທ່ານນາງດີຄາໂຣ ໄດ້ກ່າວວ່າ ອົງການສະຫະປະຊາຊາດ ມີສັກກະຍາພາບໃນດ້ານໂລຈິສຕິກ ແລະຄວາມປອດໄພ ຢູ່ໃນຢູເຄຣນ “ເພື່ອການສະໜັບສະໜຸນພາລະກິດໃດໆໃຫ້ແກ່ໂຮງງານຈາກນະຄອນຫຼວງກີຢິບ ຖ້າຫາກວ່າ ຢູເຄຣນແລະຣັດເຊຍ ເຫັນດີນຳ.”

ໂຮງງານຊາໂປຣີສເຊຍ ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງກຳລັງຣັດເຊຍ ນັບຕັ້ງແຕ່ຕົ້ນເດືອນມີນາ ບໍ່ດົນຫຼັງຈາກການບຸກລຸກຢູເຄຣນຂອງພວກເຂົາເຈົ້າ. ບັນດານັກຊ່ຽວຊານດ້ານເທັກນິກ ຈາກຢູເຄຣນ ສືບຕໍ່ປະຕິບັດງານອຸປະກອນຕ່າງໆທີ່ກ່ຽວຂ້ອງກັບນິວເຄລຍ ຕໍ່ໄປ.

ທ່ານນາງດີຄາໂລ ໄດ້ເອີ້ນສະຖານະການຢູ່ໃນ ແລະຢູ່ອ້ອມແອ້ມໂຮງງານດັ່ງ ກ່າວນັ້ນ ວ່າ “ອັນຕະລາຍ” ແລະໄດ້ເຕືອນວ່າ ຖ້າລາຍງານເກືອບວ່າໃນແຕ່ລະມື້ “ຂອງເຫດການທີ່ໜ້າຕື່ນຕົກໃຈພົວພັນກັບໂຮງງານ” ຍັງສືບຕໍ່ຢູ່ ຫຼື ທະວີຂຶ້ນ “ພວກເຮົາອາດຈະປະເຊີນກັບຄວາມຫາຍະນະ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG