ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວັນສິດທິມະນຸດສາກົນ ຄົບຮອບ 20 ປີ (ວີດີໂອ)


UN Marks 20th Anniversary of Rights Declaration
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ວັນ​ອັງຄານ​ມື້​ນີ້ ​ເປັນ​ວັນ​ສິດທິ​ມະນຸດ​ສາກົນ. ປີ​ນີ້ ​ແມ່ນຄົບຮອບ
20 ປີ ນັບ​ຕັ້ງ​ແຕ່​ໄດ້ມີ​ການ​ລົງ​ນາມໃນ​ຄໍາປະກາດ Vienna
ຂອງ ອົງການ​ສະຫະ​ປະຊາ​ຊາດ ທີ່​ບັງຄັບ​ໃຫ້ບັນດາ​ປະ​ເທດ​ທັງ
​ຫລາຍສົ່ງ​ເສີມແລະ ປົກປ້ອງ​ສິດທິ​ມະນຸດຂອງ​ທຸກໆ​ຄົນ ​ແລະ
ຕັ້ງ​ຫ້ອງການຂ້າ​ຫລວງ​ໃຫຍ່ ຝ່າຍສິດ​ທິມະນຸດ ຂອງສະຫະ​ປະ
ຊາ​ຊາດຂຶ້ນ​ມາ.

​ເບິ່ງຄື​ວ່າມັນ​ເປັນ​ເລື້ອງ​ງ່າຍໆ ທີ່​ເດັກນ້ອຍທຸກ​ຄົນຕ້ອງ​ໄດ້​ໄປ​
ໂຮງຮຽນ ​ເພື່ອ​ຮຽນ​ໜັງສື.​ແຕ່​ວ່າ ດັ່ງ​ທີ່​ການ​ໂຈມ​ຕີ​ຂອງພວກ
ທາ​ລິ​ບານຕໍ່ ​ເດັກ​ຍິງນັກ​ເຄຶ່ອນ​ໄຫວ ນາງ Malala Yousafzai
ໃນ​ປີ​ແລ້ວ​ນີ້ ໄດ້​ສອນໃຫ້​ໂລກ​ຮູ້​ນັ້ນ ກໍ​ແມ່ນວ່າ ​ການ​ຮຽນ​ໜັງສື
​ແມ່ຍັງ​ເປັນ​ສິດທິທີ່ຮັບປະກັນ​ໃຫ້ບໍ່​ໄດ້.

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້
​ກ່າວ​ວ່າ ​ເດັກນ້ອຍ 57 ລ້ານ​ຄົນ​ຢູ່​ທົ່ວ​ໂລກບໍ່​ໄດ້​ເຂົ້າ​ໂຮງຮຽນ.
ຈໍານວນຫລາຍ ແມ່ນ​ດໍາລົງ​ຊີວິດ​ຢູ່ໃນເຂດ​ຂັດແຍ້​ງກັນ ແລະ​ສ່ວນ​
ໃຫຍ່​ແມ່ນເດັກນ້ອຍຜູ້​ຍິງ. ທ່ານ​ກ່າວ​ວ່າ:

“ບໍ່ຄວນ​ມີ​ເດັກນ້ອຍຄົນ​ໃດ​ທີ່​ຕ້ອງ​ຕາຍ ຍ້ອນການ​ໄປ​ໂຮງຮຽນ. ບໍ່​ມີ​ບ່ອນໃດ​ໝົດ​ ທີ່ນາ​ຍ
ຄູຕ້ອງ​ຢ້ານທີ່​ຈະ​ໄປ​ສອນໝັງສື ຫລື​ວ່າ ​ເດັກ​ນ້ອຍ​ຢ້ານທີ່​ຈະ​ໄປ​ຮຽນ​ໜັງສື.”

ສິດທິໄດ້​ຮັບ​ການ​ສຶກສາ ສິດທິ​ຂອງ​ເດັກນ້ອຍ ການ​ລົບ​ລ້າງ​ຄວາມ​ຮຸນ​ແຮງຕໍ່​ຜູ້ຍິງ ​ແລະ
​ການກວດ​ລ້າງ​ຄວາມທຸກ​ຈົນ ເປັນ​ສິດ​ທິທີ່​ຫລິ່ງ​ເຫັນ ໃຫ້​ແກ່​ທຸກ​ຄົນ ​ຢູ່​ໃນ​ຄໍາ​ປະກາດ​
Vienna ຫລື​ຄໍາ​ປະກາດ​ສິດທິ​ມະນຸດ​ສາກົນ​ນັ້ນ.

ລັດຖະບານ​ທັງຫລາຍ ມີ​ຄວາມ​ຮັບຜິດຊອບ ຕໍ່​ການ​ປົກ​ປ້ອງ​ສິດທິ​ມະນຸດ. ​ແຕ່​ຢູ່​ໃນ​ຊີ
​ເຣຍ ​ແລະ​ສາທາລະນະ​ລັດອາ​ຟຣິກາ​ກາງ ບັນດາ​ເຈົ້າ​ໜ້າ​ທີ່ ​ແມ່ນ​ຮວມຢູ່​ໃນ​ກຸ່ມ​ທີ່​ຖືກ​
ກ່າວ​ຫາວ່າ ກະທໍາ​ຄວາມ​ໂຫດ ຮ້າຍ​ຕໍ່​ປະຊາຊົນ​.

​ໃນ​ວັນ​ສິດທິ​ມະນຸດ​ສາກົນ​ມື້ນີ້ ສະຫະ​ປະຊາ​ຊາດ ​ໃຫ້​ກຽດ​ແກ່​ຜູ້​ປ້ອງ​ກັນ​ສິດ​ທິມະນຸດ
ຫ້າ​ ທ່ານ ຮ່ວມ​ທັງ ນັກ​ຂ່າວ​ຊາວມາຣົກຄົນ​ນຶ່ງ ​ແລະ​ ນາງ Malala Yousafzai ນັກ
​ເຄື່ອນ​ໄຫວເພື່ອການ​ສື​ກສາຂອງ​ເດັກ​ຍິງປາ​ກິ​ສຖານ.
XS
SM
MD
LG