ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ປ​ຊ ກ່າວຕ້ອງຕິ ອີຣ່ານ ໃນການປາບປາມຮ້າຍແຮງ ຕໍ່ການປະທ້ວງ ໃນອີຣ່ານ


ພວກປະທ້ວງຮຽກຮ້ອງຕໍ່ ອົງການສະຫະປະຊາຊາດ ໃຫ້ເອົາມາດຕະການຕໍ່ການປະພຶດ ແກ່ພວກແມ່ຍິງໃນອີຣ່ານ, ຫຼັງຈາກນາງມາຊາ ອາມີນີ ໄດ້ເສຍຊີວິດ ໃນຂະນະທີ່ຖືກຄວຍຄຸມໂຕ ຂອງຕຳຫຼວດສິນທຳ, ໃນລະຫວ່າງ ການເດີນຂະບວນປະທ້ວງຢູ່ທີ່ສຳນັກງານໃຫຍ່ຂອງອົງການ ສປຊ ໃນນະຄອນນິວຢອກ, ວັນທີ 19 ພະຈິກ 2022.
ພວກປະທ້ວງຮຽກຮ້ອງຕໍ່ ອົງການສະຫະປະຊາຊາດ ໃຫ້ເອົາມາດຕະການຕໍ່ການປະພຶດ ແກ່ພວກແມ່ຍິງໃນອີຣ່ານ, ຫຼັງຈາກນາງມາຊາ ອາມີນີ ໄດ້ເສຍຊີວິດ ໃນຂະນະທີ່ຖືກຄວຍຄຸມໂຕ ຂອງຕຳຫຼວດສິນທຳ, ໃນລະຫວ່າງ ການເດີນຂະບວນປະທ້ວງຢູ່ທີ່ສຳນັກງານໃຫຍ່ຂອງອົງການ ສປຊ ໃນນະຄອນນິວຢອກ, ວັນທີ 19 ພະຈິກ 2022.

ອົງການສະຫະປະຊາຊາດໃນວັນອັງຄານວານນີ້ ກ່າວຕ້ອງຕິອີຣ່ານ ໃນການໂຈມຕີທີ່ໜັກຂຶ້ນເລື້ອຍໆຂອງສາທາລະນະລັດອິສລາມ ຕໍ່ການປະທ້ວງທີ່ໄດ້ເກີດຂຶ້ນຍ້ອນການເສຍຊີວິດຂອງແມ່ຍິງຊາວເຄີດ ອາຍຸ 22 ປີ ໃນລະ​ຫວ່າງການຄວບຄຸມໂຕໂດຍຕຳຫຼວດສິນທຳຂອງປະເທດດັ່ງກ່າວ.

ປະຊາຊົນຫຼາຍກວ່າ 300 ຄົນ ທີ່ລວມທັງພວກເດັກນ້ອຍປະມານ 40 ຄົນ ໄດ້ຖືກຂ້າຕາຍ ໃນລະຫວ່າງການປະທ້ວງໄລຍະສອງເດືອນ ສ່ວນຫຼາຍໃນການປະທະກັນ ຢູ່ຕາມຖະໜົນຫົນທາງ ທົ່ວປະເທດ. ອີຣ່ານໄດ້ກ່າວວ່າ ສະມາຊິກກອງກຳລັງຮັກສາຄວາມປອດໄພ 46 ຄົນ ກໍໄດ້ຖືກຂ້າຕາຍ ແຕ່ລັດຖະບານບໍ່ໄດ້ສະໜອງເລື້ອງລາວເຫດການຂອງຈຳນວນຜູ້ທີ່ໄດ້ເສຍຊີວິດນັ້ນ.

“ຫົວໜ້າສິດທິມະນຸດຂອງສະຫະປະຊາຊາດ ທ່ານໂວລເກີ ເທີຣຄ໌ (Volker Tuerk) ກ່າວວ່າ ຈຳນວນຂອງການເສຍຊີວິດຈາກການປະທ້ວງຢູ່ໃນອີຣ່ານ ເພີ້ມຂຶ້ນນັບມື້ ລວມທັງພວກເດັກນ້ອຍສອງຄົນ ໃນທ້າຍອາທິດແລ້ວນີ້ ແລະການຕອບໂຕ້ທີ່ໜັກຂຶ້ນເລື້ອຍໆໂດຍກຳລັງຮັກສາຄວາມປອດໄພ ຊຶ່ງໄດ້ເນັ້ນໜັກເຖິງ ຂັ້ນວິກິດຂອງສະຖານະການໃນປະເທດ” ໂຄສົກປະຈຳຫ້ອງການສິດທິມະນຸດຂອງສະຫະປະຊາຊາດ ທ່ານເຈີເຣມີ ລໍເຣັນສ໌ (Jeremy Laurence) ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ນະຄອນເຈນີວາ.

ທ່ານກ່າວຕື່ມວ່າ “ພວກເຮົາຮຽກຮ້ອງຕໍ່ອຳນາດການປົກຄອງໃຫ້ຮັບຟັງຄຳຮຽກ ຮ້ອງຂອງປະຊາຊົນເພື່ອ ຄວາມສະເໝີພາບ ກຽດສັກສີ ແລະສິດທິ ແທນທີ່ຈະໃຊ້ກຳລັງທີ່ບໍ່ຈຳເປັນ ຫຼື ບໍ່ສົມເຫດສົມຜົນ ເພື່ອປາບປາມການປະທ້ວງຕ່າງໆ.” ທ່ານກ່າວຕໍ່ໄປວ່າ “ການຂາດຄວາມຮັບຜິດຊອບ ສຳລັບການລະເມີດສິດທິມະ ນຸດຢ່າງຈະແຈ້ງຢູ່ໃນອີຣ່ານ ຍັງຄົງມີຢູ່ເລື້ອຍໆ ແລະເປັນສ່ວນປະກອບທີ່ເຮັດໃຫ້ມີການຮ້ອງທຸກເພີ້ມຂຶ້ນນັບມື້.”

ເຕຫະຣານ ໄດ້ຖິ້ມໂທດໃສ່ພວກສັດຕູຕ່າງປະເທດ ແລະພວກສາຍລັບຂອງເຂົາ ສຳລັບການຊຸກຍູ້ຊ່ອຍເຫຼືອການປະທ້ວງ ອັນເປັນສ່ວນນຶ່ງຂອງການທ້າທາຍ ທີ່ແຮງທີ່ສຸດຕໍ່ການນຳອິສລາມຂອງປະເທດນີ້ນັບຕັ້ງແຕ່ການປະຕິວັດໃນປີ 1979.

ທີມບານເຕະຂອງອີຣ່ານ ໃນການສະແດງອອກເຖິງການສະໜັບສະໜຸນແກ່ພວກເດີນຂະບວນປະທ້ວງ ກໍໄດ້ປະຕິເສດບໍ່ຮ້ອງເພງຊາດຂອງປະເທດຕົນ ຢູ່ທີ່ການ​ພິ​ທີ​ເປີດຄູ່ທຳອິດ ໃນການແຂ່ງຂັນບານໂລກ ຫຼື World Cup ​ຢູ່ປະເທດ ກາຕາ ເມື່ອວັນຈັນຜ່ານມານີ້.

ການປະທ້ວງໄດ້ເລີ້ມຂຶ້ນບໍ່ດົນ ຫຼັງຈາກມີການເສຍຊີວິດຂອງນາງມາຊາ ອາມີນີ ໃນກາງເດືອນກັນຍາ ຊຶ່ງທາງການຂອງອີຣ່ານ ໄດ້ອ້າງເຖິງສາເຫດມາຈາກຫົວ ໃຈວາຍ. ນາງໄດ້ຖືກຄວບຄຸມໂຕໃນຂໍ້ຫາບໍ່ຄຸມຜົມຂອງນາງຢ່າງຖືກຕ້ອງດ້ວຍຜ້າຮີຈາບ (hijab). ຄອບຄົວຂອງນາງອາມີນີ ກ່າວວ່າ ນາງບໍ່ມີປະຫວັດຂອງບັນຫາດ້ານຫົວໃຈເລີຍ.

ໃນທ້າຍອາທິດນີ້ ສະພາດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ໃນນະຄອນເຈນີວາ ກຳລັງຈັດການອະພິປາຍກ່ຽວກັບການປະທ້ວງ ທີ່ບັນດາຜູ້ເຫັນເຫດການ ແລະພວກຜູ້ເຄາະຮ້າຍ ແມ່ນຄາດກັນວ່າ ຈະເຂົ້າຮ່ວມນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG