ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ອອກຄຳແນະນຳຈຳ
ນວນ 227 ຂໍ້ແກ່ຫວຽດນາມ ຮວມທັງການຮຽກຮ້ອງໃຫ້ລົບລ້າງ
ການລົງໂທດປະຫານຊີວິດ ປັບປຸງສິດເສຣີພາບ ໃນການນັບຖື
ສາສະໜາ ແລະຢຸດເຊົາການຮາວີລົບກວນຕໍ່ພວກຕຳໜິຕິຕຽນ
ລັດຖະບານ.
ປະຫວັດການນັບຖືສິດທິມະນຸດຂອງຫວຽດນາມໄດ້ຖືກຕິຕຽນ
ຈາກຫລາຍປະເທດ ໃນຂະນະທີ່ ມີການທົບທວນ ໃນວັນພຸດ
ແລ້ວນີ້ ທີ່ນະຄອນ Geneva. ຄຳແນະນຳເຫຼົ່ານີ້ໄດ້ນຳອອກ
ເຜີຍແຜ່ ໃນວັນສຸກວານນີ້ ແລະກຸງຮ່າໂນ່ຍ ມີເວລາຈົນຮອດ
ເດືອນມີຖຸນາ ເພື່ອທຳການສະໜອງຕອບ.
ບັນດານັກການທູດຫລາຍຄົນ ທີ່ໄດ້ເຂົ້າຮ່ວມການທົບທວນໃນວັນພຸດແລ້ວ ໄດ້ປະນາມ
ການສືບຕໍ່ຈຳກັດຮັດແຄບສິດເສຣີພາບໃນການສະແດງອອກຊຶ່ງຄວາມ ຄິດຄວາມເຫັນ
ຂອງຮ່າໂນ່ຍ.
ຜູ້ຕາງໜ້າສະຫະລັດ ທ່ານ Peter Mulrean ໄດ້ກ່າວຕໍ່ສະພາສິດທິມະນຸດວ່າ. “ຫວຽດ
ນາມ ຍັງຮາວີລົບກວນ ແລະກັກຂັງພວກທີ່ໃຊ້ສິດທິ ແລະເສຣີພາບ ທີ່ ນາໆຊາດຮັບຮູ້
ເຊັ່ນວ່າ ສິດເສຣີພາບໃນການປາກເວົ້າ ແລະຄົບຄ້າສະມາຄົມ” ທ່ານແມ່ນຜູ້ນຶ່ງໃນຈໍາ
ນວນນັກການທູດ 106 ຄົນ ທີ່ໄດ້ກ່າວຢູ່ໃນການທົບທວນ ທີ່ສະມາຊິກທັງໝົດ 193 ປະເທດຂອງສະຫະປະຊາຊາດ ຕ້ອງໄດ້ຖືກກວດກາ ໃນທຸກໆສີ່ປີ.
ຮອງລັດຖະມົນຕີ ຕ່າງປະເທດຫວຽດນາມ ທ່ານ Ha Kim Ngoc ໄດ້ກ່າວປ້ອງກັນປະ
ຫວັດປະເທດຂອງທ່ານ ແລະເວົ້າວ່າ ຕົນໄດ້ດຳເນີນການ ໃນວິທີທາງຂອງຕົນ ເພື່ອ
ຊຸກຍູ້ ໃຫ້ “ມີການໂຜ່ໂຕຂຶ້ນມາຂອງອົງການຂ່າວແລະສື່ມວນຊົນຮວມທັງອິນເຕີແນັດ.”