ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ຂັດ​ແຍ້ງອິ​ສ​ຣາ​ແອ​ລ ກັບປາ​ແລັ​ສ​ໄ​ຕ​ນ໌ ແລະເບ​ຣັກສ໌​ຊິດ​ ອາດ​ເປັນ​ຫົວ​ຂໍ້ ທີ່ຈະກ່າວ​ຢູ່ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ​ສ​ປຊ​ ມື້ນີ້​


ທ່ານ ມາ​ມຸດ ແອບ​ບາ​ສ, ປະ​ທາ​ນາ​ທິ​ບໍ​ດີຂອງປາ​ແລັ​ສ​ໄ​ຕ​ນ໌ ກ່າວ​ຕໍ່​ພວ​ກ​ນັກ​ຂ່າວ ຢູ່​ພາກ​ຕ​າ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ໃນ​ວັນ​ທີ 23 ມິ​ຖຸ​ນາ, 2019
ທ່ານ ມາ​ມຸດ ແອບ​ບາ​ສ, ປະ​ທາ​ນາ​ທິ​ບໍ​ດີຂອງປາ​ແລັ​ສ​ໄ​ຕ​ນ໌ ກ່າວ​ຕໍ່​ພວ​ກ​ນັກ​ຂ່າວ ຢູ່​ພາກ​ຕ​າ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ໃນ​ວັນ​ທີ 23 ມິ​ຖຸ​ນາ, 2019

ບັນ​ດາ​ຜູ້​ນຳ​ໂລກທີ່​ພາ​ກັນ​ປະ​ຊຸມ​ຢູ່​ທີ່​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ນິວຢອກ ​ມີ​ທ່າ​ທາງວ່າ​ຈະ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້ງລະ​ຫວ່າງອິ​ສ​ຣາ​ແອ​ລ ແລະ​ປາ​ແລັ​ສ​ໄ​ຕ​ນ໌ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ຂະ​ນະ​ທີ່ເ​ຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ​ໄດ້​ເຖິງ​ຜຽນ​ຂອງຕົນ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້.

ທ່ານ ມາ​ມຸດ ແອບ​ບາ​ສ, ປະ​ທາ​ນາ​ທິ​ບໍ​ດີຂອງປາ​ແລັ​ສ​ໄ​ຕ​ນ໌ ມີ​ກຳ​ນົດ​ທີ່​ຈະ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ໃນ​ຕອນ​ເຊົ້າ​ມື້ນີ້. ສ່ວນທ່ານ ເ​ບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີຂອງອິສ​ຣາ​ແອ​ລ ແມ່ນຢູ່ໃນ​ປະ​ເທດ​ຂອງ​ຕົນ ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ ພາຍ​ຫລັງ​ທີ່​ມີ​ການ​ເລືອກ​ຕັ້ງ​ໃນ​ອາ​ທິດ​ແລ້ວນີ້, ສະ​ນັ້ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິ​ສ​ຣາ​ແອ​ລ, ທ່ານ ຄາດ​ສ໌ ຈະ​ຂຶ້ນ​ກ່າວ​ຄຳ​ປາ​ໄ​ສ​ໃນ​ຕອນ​ບ່າຍມື້ນີ້ ​ຢູ່​ທີ່ອົງ​ການ​ສະ​ຫະ​ປ​ຊາ​ຊາດ.

ຄວາມບໍ່​ແນ່ນອນ ​ກ່ຽວ​ກັບ​ການຖອນ​ຕົວອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ​ຂອງ​ອັງ​ກິດກໍອາດ​ຈະ​ເປັນ​ຫົວ​ຂໍ້​ທີ່​ປະ​ທານ​ສະ​ພາ​ອີ​ຢູ, ທ່ານ ດໍ​ໂນ​ລ ທັ​ສ​ຄ໌ ມີແຜນ​ທີ່ຈະ​ນຳ​ຂຶ້ນ​ໄປ​ກ່າວ​ເຊັ່ນ​ກັນ. ທ່ານບໍ​ຣິ​ສ ຈອນ​ສັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດບໍ່​ໄດ້​ກ່າວ​ກ່ຽວ​ກັບການ​ຖອນ​ຕົ​ວ​ອອກ​ຈາກ​ອີ​ຢູ ຫລື ເບ​ຣັກສ໌​ຊິ​ດແຕ່​ຢ່າງ​ໃດ ຢູ່ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນໃນ​ອາ​ທິດນີ້, ແລະ​ຕ້ອງ​ໄດ້​ຮັບ​ມື​ກັບ​ແຮງດັນ​ມາ​ຈາກສານ​ສູງ​ສຸດ​ຂອງ​ອັງ​ກິດ ທີ່​ຕັດ​ສິນ​ວ່າ ການຕັດ​ສິນ​ໃຈ​ຂອງ​ທ່ານ ​ທີ່ໄດ້​ງົດ​ການ​ທຳ​ງານ​ຂອ​ງ​ສະ​ພາ​ໄວ້​ນັ້ນ ເປັນ​ເລື້ອງ​ທີ່​ຜິດ​ກົດ​ໝາຍ.

ໃນ​ວັນ​ພຸດ​ວານນີ້ ຢູ່​ທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສຳ​ຄັນ​ຂອງ​ຄຳ​ປາ​ໄສຂອງປະ​ທາ​ນາ​ທິ​ບໍ​ດີຂອງອີ​ຣ່ານ, ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ທີ່ບອກ​ໃຫ້​ບັນ​ດາ​ຜູ້​ນຳ​ຂອງໂລກໃຫ້​ຮູ້ວ່າ ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ກັນ​ກັບ​ສະ​ຫະ​ລັດ ຕາບ​ໃດ​ການ​ລົງ​ໂທດທາງ​ເສດ​ຖະ​ກິດ​ຫາກ​ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້​ຢູ່.

“ມີ​ຕອນ​ນຶ່ງ​ພວກ​ເຮົາເຄີຍ​ໄດ້​ທຳ​ການ​ເຈ​ລະ​ຈາ​ຢູ່​ພາຍ​ໃຕ້​ການ​ລົງ​ໂທດມາ​ແລ້ວ. ພວ​ກ​ເຮົາຈະບໍ່​ເຮັດ​ແນວນັ້ນ​ອີກ​ຕໍ່​ໄປ. ງົດ​ການ​ລົງ​ໂທດ​ໄວ້ກ່ອນ ແລະຫັນກັບ​ເຂົ້າ​ມາປະ​ຕິ​ບັດ​ຂໍ້​ຜູກ​ມັດ​ຂອງ​ທ່ານ ເພື່ອຈະ​ໃຫ້​ມີ​ການ​ໂອ້​ລົມ​ກັນເປີດ​ຂຶ້ນ​ມາ​ຄືນ​ໄດ້ອີກ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ກ່າວ​ຢູ່​ໃນສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປ​ະຊາ​ຊາດ.

ສະ​ຫະ​ລັດ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ທີ່​ແນ​ເປົ້າ​ໝາຍ​ໃສ່ອຸດ​ສາ​ຫະ​ກຳ​ນ້ຳ​ມັນ ທີ່​ສຳ​ຄັນ​ຂອງ​ອີ​ຣ່ານ ພາຍ​ຫລັງ​ທີ່​ໄດ້​ຖອນ​ຕົວອອກ​ຈາກ​ຂໍ້​ຕົກ​ລົງ​ປີ 2015 ທີ່​ຈຳ​ກັດ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ແລ້ວ. ລັດ​ຖະ​ບານ​ທ່ານທ​ຣຳ​ເວົ້າ​ວ່າຂໍ້​ຕົກ​ລົງ​ ລະ​ຫວ່າງ​ອີ​ຣ່ານ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນໂລກດັ່ງ​ກ່າວ ແມ່ນບໍ່​ພຽງ​ພໍ​ທີ່​ຈະ​ຫ້າມ​ເຕ​ຫະ​ຣ່ານ ບໍ່​ໃຫ້​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ ຫລືມີ​ການ​ປະ​ພຶດ​ທີ່​ເປັນ​ອັນ​ຕະ​ລາຍ​ແບບ​ອື່ນ​ໄດ້.

ນັບ​ແຕ່ນັ້ນ​ມາ ເຕ​ຫະ​ຣ່ານ ກໍ​ໄດ້​ເຮັດ​ເກີນ​ຂອບ​ເຂດ​ບາງ​ຢ່າງທີ່​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ຂໍ້​ຕົກ​ລົງ​ປີ 2015 ດັ່ງ​ກ່າວ ໂດຍ​ໃຫ້​ເຫດ​ຜົນ​ວ່າປະ​ເທດ​ອື່ນ​ທີ່​ເຊັນ​ຂໍ້​ຕົກ​ລົງ​ນັ້ນ ບໍ່​ໄດ້​ປະ​ຕິ​ບັດ​ຕາມຂໍ້​ຜູ​ກ​ມັດຂອງ​ຕົນ ຢູ່​ໃນ​ຂໍ້​ຕົກ​ລົງນັ້ນ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ປະ​ກັນ​ວ່າຈະເຮັດ​ໃຫ້ການ​ລົງ​ໂທດໄດ້​ຮັບ​ການ​ຜ່ອນ​ຜັນ.

“ໄດ້​ນຶ່ງ​ປີ​ມາ​ແລ້ວ ອີຣ່ານຍັງ​ສືບ​ຕໍ່​ປະ​ຕິ​ບັດຕາມ​ຂໍ້​ຜູກ​ມັດ​ຂອງ​ຕົນ ​ຢູ່​ໃນ​ສັນ​ຍາ JCPOA”, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຣູ​ຮາ​ນີ ທີ່​ໝາຍ​ເຖິງ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ໂດຍ ເວົ້າ​ຊື່​ຫຍໍ້​ຂອງ​ມັນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ໃຫ້​ໂອ​ກາດ​ແກ່​ຢູ​ໂຣບ​ໃຫ້​ປະ ​ຕິ​ບັດ​ຕາມ​ຂໍ້​ຜູກ​ມັດ​ຂອງ​ຕົນ 11 ຂໍ້ ເພື່ອ​ເປັນ​ການ​ທົດ​ແທນ​ໃຫ້​ແກ່​ການ​ຖອນ​ຕົວອອກ​ຂອງ​ສະ​ຫະ​ລັດ. ແຕ່​ວ່າ ໜ້າ​ເສຍ​ໃຈ, ພວກ​ເຮົາ​ໄດ້​ຍິນ​ແຕ່​ຄຳ​ເວົ້າ​ທີ່​ຈົບ​ງາມ ໃນ​ຂະ​ນະ​ທີ່​ບໍ່ໄດ້​ເຫັນການ​ເອົາມາດ​ຕະ​ການ ​ທີ່​ມີ​ປະ​ສິດ​ທິ​ຜົນ ​ແຕ່​ຢ່າງ​ໃດ ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG