ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກສືບສວນ ສະຫະປະຊາຊາດ ກ່າວຫາ ອີຣ່ານ ວ່າ ລະເມີດສິດທິມະນຸດ ຢ່າງຮ້າຍແຮງ


ທ່ານ ຈາເວດ ເຣແມນ, ຜູ້ລາຍງານພິເສດອົງການສະຫະປະຊາຊາດ ກ່ຽວກັບ ສິດທິມະນຸດໃນ ອີຣ່ານ, ທຳການລາຍງານຕໍ່ບັນດານັກຂ່າວຢູ່ສຳນັກງານອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 24 ຕຸລາ, 2018. (E. Schneider/U.N. photo)
ທ່ານ ຈາເວດ ເຣແມນ, ຜູ້ລາຍງານພິເສດອົງການສະຫະປະຊາຊາດ ກ່ຽວກັບ ສິດທິມະນຸດໃນ ອີຣ່ານ, ທຳການລາຍງານຕໍ່ບັນດານັກຂ່າວຢູ່ສຳນັກງານອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 24 ຕຸລາ, 2018. (E. Schneider/U.N. photo)

ລາຍງານສະບັບນຶ່ງຂອງອົງການສະຫະປະຊາຊາດ ກ່ຽວກັບ ສະຖານະການສິດທິມະນຸດໃນປະ ເທດ ອີຣ່ານ ໄດ້ສະແດງໃຫ້ເຫັນຮູບພາບທີ່ງຽບເຫງົາຂອງສັງຄົມທີ່ອາໄສຢູ່ພາຍໃຕ້ລະບົບການປາບປາມທາງການເມືອງທີ່ໂຫດຮ້າຍ ແລະ ການລະເມີດເສລີພາບພື້ນຖານຢ່າງຮຸນແຮງ. ລາຍ ງານດັ່ງກ່າວໄດ້ຖືກສົ່ງໃຫ້ສະພາສິດທິມະນຸດ ອົງການສະຫະປະຊາຊາດ. Lisa Schlein ນັກຂ່າວວີ ໂອເອມີລາຍງານຈາກນະຄອນ ເຈນີວາ ປະເທດສວິດເຊີແລນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນການນຳສະເໜີຂອງລາວຕໍ່ສະພາທີ່ວ່ານັ້ນ, ຜູ້ລາຍພິເສດອົງການສະຫະປະຊາຊາດ ກ່ຽວກັບ ສະຖານະການສິດທິມະນຸດໃນ ອີຣ່ານ ທ່ານ ຈາເວດ ເຣແມນ ແມ່ນບໍ່ໄດ້ໃຊ້ຄຳເວົ້າທີ່ອ້ອມແອ້ມ. ທ່ານໄດ້ຮຽກຮ້ອງໃຫ້ປະຊາຄົມນານາຊາດນຳເອົາ ອີຣ່ານ ມາຮັບຜິດຊອບສຳລັບການກະທຳຜິດໃນສິ່ງທີ່ທ່ານເອີ້ນວ່າ ການລ່ວງລະເມີດທີ່ຊົ່ວຮ້າຍທີ່ຖືກຍົກເວັ້ນຈາກການລົງໂທດ.

ທ່ານ ເຣແມນ ກ່າວວ່າ “ມັນເກີນຄວາມເຊື່ອທີ່ວ່າ 18 ເດືອນນັບຕັ້ງແຕ່ການປາບປາມທີ່ຮ້າຍແຮງຕໍ່ຜູ້ປະທ້ວງ ອີຣ່ານ ໃນເດືອນພະຈິກປີ 2019, ລັດຖະບານດັ່ງກ່າວແມ່ນຍັງບໍ່ໄດ້ດຳເນີນການສືບ ສວນສອບສວນທີ່ເໝາະສົມ ຫຼື ນຳເອົາຄົນໃດມາຮັບຜິດຊອບສຳລັບການໃຊ້ກຳລັງຮ້າຍແຮງຕໍ່ຜູ້ປະທ້ວງ, ເຊິ່ງໄດ້ເຮັດໃຫ້ຢ່າງໜ້ອຍ 304 ຄົນເສຍຊີວິດ.”

ແຕ່ແທນທີ່ຈະເປັນການສືບສວນສອບສວນໃນອາຊະຍາກຳທີ່ວ່ານີ້, ທ່ານ ເຣແມນ ໄດ້ກ່າວຢໍ້າວ່າ ບັນດາຄອບຄົວທີ່ຊອກຫາຄວາມຍຸຕິທຳສຳລັບພີ່ນ້ອງຂອງເຂົາເຈົ້າທີ່ຖືກຂ້າຕາຍແມ່ນໄດ້ຖືກຂົ່ມຂູ່ໂດຍພວກເຈົ້າໜ້າທີ່ລັດ. ທ່ານໄດ້ແນະນຳວ່າຄວາມເປັນຈິງຂອງຊີວິດໃນ ອີຣ່ານ ກໍແມ່ນຜູ້ທີ່ບໍລິ ສຸດແມ່ນຖືກລົງໂທດໃນຂະນະທີ່ຜູ້ມີຄວາມຜິດໄດ້ຖືກປ່ອຍໄປ.

ທ່ານໄດ້ອ້າງເຖິງການລ່ວງລະເມີດທີ່ເປັນລາຍຊື່ຍາວຢຽດທີ່ລວມມີອັດຕາການປະຫານຊີວິດທີ່ສູງຂອງ ອີຣ່ານ. ທ່ານໄດ້ກ່າວຢໍ້າວ່າການປະຫານຊີວິດຢ່າງໜ້ອຍ 267 ຄັ້ງໄດ້ເກີດຂຶ້ນປີກາຍນີ້, ລວມທັງເດັກນ້ອຍຫຼາຍຄົນ. ປັດຈຸບັນນີ້, ໃນປີນີ້, ຫຼາຍກວ່າ 40 ຄົນ ມີລາຍງານວ່າຖືກປະຫານຊີ ວິດ, ຫຼາຍຄົນ, ທ່ານ ໄດ້ກ່າວວ່າໄດ້ຖືກທໍລະມານເພື່ອໃຫ້ສາລະພາບຜິດເພື່ອເປັນຫຼັກຖານ.

ທ່ານໄດ້ສະແດງຄວາມເປັນຫ່ວງຕໍ່ການກັກຂັງປະຊາຊົນທີ່ຖືສອງສັນຊາດແລະ ຕ່າງປະເທດ ແລະ ການແນເປົ້າໃສ່ຄົນກຸ່ມນ້ອຍໂດຍປາສະຈາກເຫດຜົນ, ລວມທັງຜ່ານການປະຫານຊີວິດ ແລະ ການຫາຍສາບສູນ. ຈຸດເພັ່ງເລັງຫຼັກໃນລາຍງານຂອງນັກສືບສວນດັ່ງກ່າວແມ່ນ ກ່ຽວກັບ ສະ ຖານະການສິດທິມະນຸດ ຂອງ ແມ່ຍິງ ແລະ ເດັກຍິງ, ເຊິ່ງທ່ານໄດ້ພິຈາລະນາວ່າຮ້າຍແຮງຫຼາຍ ແລະ ບໍ່ສາມາດຮັບໄດ້.

ທ່ານ ເຣແມນ ກ່າວວ່າ “ໃນຂະນະທີ່ມັນມີບາດກ້າວທີ່ເປັນແງ່ບວກບາງອັນ, ເຊັ່ນການສຶກສາ ແລະ ສິດທິຂອງການໄດ້ຮັບຊາດໄດ້ຖືກຮັບຮູ້ກໍຕາມ, ການຈຳແນກທີ່ອີງໃສ່ເພດຢ່າງຫຼວງຫຼາຍ ແມ່ນຍັງມີຢູ່ໃນກົດໝາຍ, ການປະຕິບັດ ແລະ ທັດສະນະຄະດີໃນສັງຄົມໃນການບໍ່ໃຫ້ສິດແມ່ຍິງ ແລະ ເດັກນ້ອຍເຂົ້າຮ່ວມ ແລະ ປະກອບສ່ວນໃນສັງຄົມ.”

ເອກອັກຄະລັດຖະທູດ ອີຣ່ານ ປະຈຳອົງການສະຫະປະຊາຊາດໃນນະຄອນ ເຈນີວາ ທ່ານ ເອມາອິລ ບາກາເອ ຮາມາເນ ໄດ້ເອີ້ນລາຍງານທີ່ວ່ານັ້ນເຂົ້າຂ້າງຝ່າຍດຽວ ແລະ ໄດ້ກ່າວວ່າມັນອີງໃສ່ຂໍ້ມູນທີ່ຜິດ.

ທ່ານ ຮາມາເນ ໄດ້ກ່າວວ່າ “ເປັນເວລາດົນກວ່າສິບປີແລ້ວ, ການໂຕ້ຖຽງທີ່ມີການຕອບໂຕ້ກັນໂດຍສະເພາະນີ້ແມ່ນໄດ້ຖືກໃຊ້ເປັນເວທີພື່ອເປີດການໂຄສະນາຕໍ່ຕ້ານ ອີຣ່ານ ພາຍໃຕ້ໜ້າກາກ ຂອງສິດທິມະນຸດ. ວິທີທີ່ສິດທິມະນຸດໄດ້ຖືກອ້າງແມ່ນຖືກກຳນົດ ແລະ ໃຊ້ເປັນອາວຸດ ໂດຍບາງກຸ່ມປະເທດ ເພື່ອທຳຄະແນນໃນການໂຄສະນາທາງການເມືອງຂອງເຂົາເຈົ້າຕໍ່ຄູ່ປໍລະປັກນັ້ນ ຄວນເປັນບັນຫາທີ່ຮ້າຍແຮງ.”

ເອກອັກຄະລັດຖະທູດ ອີຣ່ານ ໄດ້ກ່າວວ່າ ການຕັ້ງຜູ້ລາຍງານພິເສດ ກ່ຽວກັບ ສິດທິມະນຸດຂອງ ອີຣ່ານ ແມ່ນຂາດພື້ນຖານທີ່ຖືກຕ້ອງຕາມກົດໝາຍ. ທ່ານໄດ້ ກ່າວຕື່ມວ່າ ມັນບໍ່ເປັນທຳ ຫຼື ຍຸຕິ ທຳ ແລະ ມັນຄວນຖືກຍົກເລີກໄປ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG