ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມນັກກວດກາຂອງອົງການສະຫະປະຊາຊາດ ກວດສອບປາ ໃກ້ກັບບໍລິເວນໂຮງໄຟຟ້າຟູກູຊິມະ


ທີມນັກຊ່ຽວຊານຈາກອົງການປະລະມະນູສາກົນ ພ້ອມດ້ວຍນັກວິທະຍາສາດຈາກ ຈີນ, ເກົາຫຼີໃຕ້ ແລະການາດາ ສັງເກດເບິ່ງກະຕ່າປາ ທີ່ເອົາມາເປັນຕົວຢ່າງ ຢູ່ທ່າກໍາປັ່ນ Hisanohama ໃນເມືອງ Iwaki, ແຂວງຟູກູຊິມາ ຂອງຍີ່ປຸ່ນ, ວັນທີ 19 ຕຸລາ 2023.
ທີມນັກຊ່ຽວຊານຈາກອົງການປະລະມະນູສາກົນ ພ້ອມດ້ວຍນັກວິທະຍາສາດຈາກ ຈີນ, ເກົາຫຼີໃຕ້ ແລະການາດາ ສັງເກດເບິ່ງກະຕ່າປາ ທີ່ເອົາມາເປັນຕົວຢ່າງ ຢູ່ທ່າກໍາປັ່ນ Hisanohama ໃນເມືອງ Iwaki, ແຂວງຟູກູຊິມາ ຂອງຍີ່ປຸ່ນ, ວັນທີ 19 ຕຸລາ 2023.

ບັນ​ດາ​ນັກກວດກາຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ເອົາ​ຕົວຢ່າງ​ຈາກ​ຕະຫຼາດ​ປາໃກ້​ກັບ​ໂຮງ​ໄຟຟ້າ​ນິວ​ເຄລຍຟູກູຊິມະ ​ໃນ​ວັນ​ພະຫັດ​ມື້​ນີ້ ຫລັງ​ຈາກ​ໄດ້​ປ່ອຍ​ນ້ຳ​ເປື້ອນ​ອອກ​ຈາກ​ສະຖານ​ທີ່​ເປ່ເພດັ່ງກ່າວ ​ໃນ​ເດືອນ​ສິງຫາທີ່ຜ່ານມາ, ອີງຕາມລາຍງານຂອງອົງການ AFP.

ຈີນ ​ແລະ ຣັດ​ເຊຍ ​ໄດ້​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ອາ​ຫານ​ທະ​ເລຍີ່​ປຸ່ນ ​ນັບ​ຕັ້ງ​ແຕ່ເລີ້ມມີ​ການປ່ອຍ​ນໍ້າເປື້ອນເປັນ​ຕົ້ນ​ມາ ແຕ່​ ຍີ່​ປຸ່ນ ​ກ່າວ​ວ່າ ​ມັນ​ປອດ​ໄພ, ເຊິ່ງເປັນ​ທັດ​ສະ​ນະ​ທີ່​ໄດ້​ຮັບສະ​ຫນັບ​ສະ​ຫນູນໃນ​ປັດ​ຈຸ​ບັນ ​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ຫຼື IAEA.

ນໍ້າຈຳ​ນວນ​ນຶ່ງຈາກອ່າງທີ່​ເທົ່າ​ກັບ​ສະລອຍນ້ຳກິ​ລາໂອລິມປິກປະມານ 540 ສະ ໄດ້ຖືກເກັບກຳ ນັບຕັ້ງແຕ່ຄື້ນສຸນາມິເຮັດໃຫ້ເຕົາປະຕິກອນຢູ່ໂຮງໄຟຟ້ານິວ ເຄລຍ ຟູກູຊິມາ-ໄດອິຈິ 3 ໜ່ວຍພັງລົງມາໃນປີ 2011, ເຊິ່ງເປັນນຶ່ງໃນໄພພິ ບັດນິວເຄລຍທີ່ຮ້າຍແຮງທີ່ສຸດໃນໂລກ.

ຍີ່ປຸ່ນກ່າວວ່າ ນ້ຳໄດ້ຖືກກັ່ນຕອງໂດຍເທັກໂນໂລຈີພິເສດວັດ​ຖຸສານກຳມັນຕະ ພາບລັງສີພິ​ເສດ ALPS ຂອງ​ເຂົາ​ເຈົ້າ, ຍົກເວັ້ນສານ ທຣິທຽມ (tritium) ແລະ ປົນ​ໃຫ້​ຈາກ​ລົງ​ດ້ວຍກັບນ້ຳທະເລ.

ຍີ່ປຸ່ນກ່າວວ່າ ການທົດລອງໄດ້ສະແດງໃຫ້ເຫັນວ່າ ລະດັບສານທຣິທຽມ ແມ່ນຢູ່ໃນຂອບເຂດທີ່ປອດໄພ.

ທີມງານຂອງອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ທີ່​ປະ​ກອບ​ດ້ວຍ​ນັກ​ວິ​ທະ​ຍາ​ສາດ​ຈາກ​ ຈີນ, ເກົາ​ຫຼີ​ໃຕ້ ແລະ ກາ​ນາ​ດາ ໄດ້​ເກັບ​ກໍາ​ຕົວ​ຢ່າງ​ປາ, ນໍ້າ ແລະ ​ຕະ​ກອນ​ຕົກ​ຄ້າງ​ໃນ​ອາ​ທິດ​ນີ້ ​ເພື່ອ​ຢືນຢັນ​ການ​ຄົ້ນ​ພົບ​ໃນ​ຍີ່​ປຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG